Vang Vieng Destination Management Network (DMN) Meeting

ກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວເມືອງວັງວຽງ

ວັນພະຫັດ ທີ 02 ມີນາ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບຫ້ອງການ ຖວທ ເມືອງວັງວຽງ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວເມືອງວັງວຽງ ຂຶ້ນທີ່ເມືອງວັງວຽງ.

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ ແລະ ທັງເປັນຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ຜູ້ຈັດການໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2, ຮ່ວມກັບ ທ່ານ ດວງດາລາ ພວງຈັນລາ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ເມືອງວັງວຽງ ເຊິ່ງທັງເປັນຮອງຫົວໜ້າຫ້ອງການ ຖວທ ເມືອງວັງວຽງ ແລະ ທ່ານ ສົມພັນ ສີສຸລາດ, ຮອງຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ເມືອງວັງວຽງ ແລະ ທັງເປັນຫົວໜ້າກຸ່ມໂຮງແຮມ-ເຮືອນພັກເມືອງວັງວຽງ.

ກອງປະຊຸມໄດ້ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງເຄືອຂ່າຍ DMN ເມືອງວັງວຽງ ປະຈຳປີ 2022 ເຊິ່ງສັງລວມດັ່ງລຸ່ມນີ້:

– ຈັດງານ X – Race Valley Vang Vieng, ວັນທີ 28 ສິງຫາ 2022 ແລະ ງານແລ່ນວິບາກ V – Trail, ວັນທີ 04 – 05 ກຸມພາ 2023 ຮ່ວມກັບບໍລິສັດ Green Adventure

– ຈັດຕັ້ງປະຕິບັດມາດຕະຖານໂຮງແຮມຂຽວອາຊຽນ, ມາດຕະຖານເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ແລະ ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ

– ຈັດຝຶກອົບຮົມຫຼັກການໆບໍລິການ ແລະ ພື້ນຖານການປຸງແຕ່ງອາຫານໃຫ້ກັບຜູ້ບໍລິ ການທ່ອງທ່ຽວຕາມເສັ້ນທາງວົງແຫວນເບື້ອງຕາເວັນຕົກຂອງເມືອງວັງວຽງ

– ຈັດຝຶກອົບຮົມພາສາອັງກິດ ແລະ ພາສາຈີນໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ

ຫຼັງຈາກນັ້ນ, ກອງປະຊຸມໄດ້ລະດົມແນວຄວາມຄິດເຂົ້າໃນແຜນກິດຈະກຳຂອງເຄືອຂ່າຍ DMN ເມືອງວັງວຽງ ປະຈຳປີ 2023 ດັ່ງລາຍລະອຽດລຸ່ມນີ້:

– ຈັດງານແລ່ນ Half Plus Marathon (25 Km) ຕາມເສັ້ນທາງວົງແຫວນ ກາງເດືອນທັນວາ 2023. ພ້ອມກັນກັບກິດຈະກຳປ່ອຍກົງເບັ່ງ, ແຂ່ງຂັນບອນລູນງາມ, ແຂ່ງຂັນພາຍເຮືອກາຍັກ, ແຂ່ງຂັນລົດລົດບັກກີ້ ແລະ ລົດຈັກວິບາກ ພ້ອມກັນກັບການຈັດງານປະເພນີເພີ່ມເຕີມໄລຍະນັ້ນ.

– ກະກຽມຈັດງານແລ່ນວິບາກ V – Trail, ວັນທີ 04 – 05 ກຸມພາ 2024

– ຈັດຕັ້ງປະຕິບັດມາດຕະຖານໂຮງແຮມຂຽວອາຊຽນ, ມາດຕະຖານເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ (ບ້ານ ນາດາວ) ແລະ ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ

– ປັບປຸງຄວາມສະອາດພາຍໃນຕົວເມືອງທ່ອງທ່ຽວວັງວຽງ

– ປັບປຸງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຢູ່ແຄມນໍ້າຊອງຮ່ວມກັບກຸ່ມບໍລິການກິດຈະກຳທາງນໍ້າ ແລະ ພາກທຸລະກິດ

– ປັບປຸງສິ່ງອຳນວຍຄວາມສະດວກຢູ່ຈຸດຊົມວິວຜາເງິນໃຫຍ່, ຜາໜາມໄຊ ແລະ ຜາແດງ

– ສ້າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ

– ຈັດຝຶກອົບຮົມມາດຕະຖານກິດຈະກຳທ່ອງທ່ຽວທາງນໍ້າ ໃຫ້ແກ່ກຸ່ມເຮືອຫາງຍາວ, ເຮືອກາຍັກ ແລະ ກົ່ງເບັ່ງ

– ຈັດຝຶກອົບຮົມການບໍລິການພາກສ່ວນໜ້າ, ການບໍລິການອາຫານ ແລະ ເຄື່ອງດື່ມ, ການອະນາໄມຫ້ອງພັກ ແລະ ການປຸງແຕ່ງອາຫານ ໃຫ້ແກ່ທຸລະກິດຂະໜາດນ້ອຍພາຍໃນຕົວເມືອງວັງວຽງ