Vientiane Province Destination Management Network (DMN) Meeting to review 2022 action plan and develop 2023 action plan.

ກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວແຂວງວຽງຈັນ ເພື່ອທົບທວນແຜນກິດຈະກຳປະຈຳປີ 2022 ແລະ ສ້າງແຜນປີ 2023.

ວັນທີ 21 ມີນາ 2023 ທີ່ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ, ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວແຂວງວຽງຈັນ ຫຼື ເອີ້ນວ່າ ເຄືອຂ່າຍ DMN ຂຶ້ນທີ່ພະແນກ ຖວທ ແຂວງວຽງຈັນ.

ຈຸດປະສົງແມ່ນເພື່ອທົບທວນແຜນກິດຈະກຳຂອງເຄືອຂ່າຍພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວແຂວງ ປະຈຳປີ 2022 ແລະ ສ້າງແຜນກິດຈະກຳປະຈຳປີ 2023.

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ທັງເປັນຜູ້ຈັດການໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2. ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການ ຄພສທ 2 ແລະ ທ່ານ ນາງ ອິ່ນຄຳ ພັນດາລາ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ແຂວງວຽງຈັນ, ຫົວໜ້າພະແນກ ຖວທ ແຂວງວຽງຈັນ ແລະ ທັງເປັນຫົວໜ້າໂຄງການ ຄພສທ 2 ແຂວງວຽງຈັນ.

ມີຜູ້ເຂົ້າຮ່ວມຈາກ ພະແນກ ຖວທ ແຂວງ, ຫ້ອງການ ຖວທ ເມືອງ,​ ຂະແໜງການກ່ຽວຂ້ອງ ແລະ ພາກທຸລະກິດພາຍໃນແຂວງວຽງຈັນ.

ທ່ານ ປັນຍາສິດ ບຸນສົງຄາມ, ຫົວໜ້າຂະແໜງທ່ອງທ່ຽວ, ພະແນກ ຖວທ ແຂວງວຽງຈັນ ແລະ ທັງເປັນຜູ້ຈັດການໂຄງການ ຄພສທ 2 ແຂວງວຽງຈັນ ໄດ້ລາຍງານການຈັດຕັ້ງປະຕິບັດແຜນກິດຈະກຳຂອງເຄືອຂ່າຍ DMN ແຂວງວຽງຈັນ ປະຈຳປີ 2022 ເຊິ່ງສັງລວມດັ່ງລຸ່ມນີ້:

– ຈັດກອງປະຊຸມປຶກສາຫາລືຄັດເລືອກ ແລະ ປັບປຸງຜະລິດຕະພັນຫັດຖະກໍາ, ສ້າງແບຣນ, ສ້າງເລື່ອງລາວ, ການຫຸ້ມຫໍ່, ຄຸນນະພາບ, ລົດຊາດ ແລະ ປະລິມານ. ໄດ້​ຄັດ​ເລືອກເອົາ​ຜະ​ລິດ​ຕະ​ພັນ​ສົ້ມ​ປາ​ໂດ່​ ບ້ານດອນ​ໄຊ​ອຸ​ດົມ ເປັນ​ຜະ​ລິດທີ່​ຈະ​ສົ່ງ​ເສີ​ມ​ໃຫ້​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ມາດ​ຕະ​ຖານ

– ສັງລວມຂໍ້ມູນກ່ຽວກັບການຂໍສຳຫຼວດ ແລະ ສຳປະທານເກາະດອນຢູ່ເຂດອ່າງນຳ້ງື່ມ

– ປະເມີນ ແລະ ຈັດຝຶກອົບຮົມມາດຕະຖານເຮືອນພັກແຮມປະຊາຊົນຢູ່ບ້ານລິ່ງຊັນ, ເມືອງທຸລະຄົມ

– ປະເມີນ ແລະ ຈັດຝຶກອົບຮົມມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຢູ່ບ້ານໂພນ, ເມືອງໂພນໂຮງ

– ມາດຕະຖານໂຮງແຮມຂຽວອາຊຽນຢູ່ຣີສອດນາປ່າກວາງ ແລະ ເຮືອນພັກແຄມງື່ມ

– ຈັດກອງປະຊຸມລະຫວ່າງຂະແຫນງການກ່ຽວຂ້ອງຂອງພາກລັດ, ພາກລັດ ແລະ ພາກທຸລະກິດເພື່ອແກ້ໄຂປະກົດຫຍໍ້ທໍ້ໃນຂະແຫນງການທ່ອງທ່ຽວ

– ສ້າງແຜນພັດທະນາການທ່ອງທ່ຽວເມືອງເຟືອງ, ແຂວງວຽງຈັນ

– ຮ່າງຂໍ້ຕົກລົງມາດຕະຖານການບໍລິການເຮືອນຳທ່ຽວຢູ່ເຂດໜ້າເຂື່ອນນຳ້ງື່ມ

– ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງກິດຈະກຳທ່ອງທ່ອງທ່ຽວທາງນໍ້າ

– ເຂົ້າຮ່ວມງານວາງສະແດງກິດຈະກໍາສົ່ງເສີມການທ່ອງທ່ຽວໃນເທສະການສາມໝື່ນຕູບເຟືອງ ປະຈໍາປີ 2022 ທີ່ເມືອງເຟືອງ, ແຂວງວຽງຈັນ

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນເຂົ້າໃນແຜນກິດຈະກຳຂອງເຄືອຂ່າຍປະຈຳປີ 2023 ເຊິ່ງສັງລວມດັ່ງລຸ່ມນີ້:

– ປະເມີນເປົ້າໝາຍໃໝ່ສຳລັບມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນຢູ່ບ້ານພູເກົ້ານາງ, ເມືອງທຸລະຄົມ ແລະ ບ້ານດອນໄຊອຸດົມ, ເມືອງແກ້ວອຸດົມ

– ປະເມີນມາດຕະຖານໂຮງແຮມຂຽວອາຊຽນຢູ່ຣີສອດແດນສະຫວັນ, ຣີສອດສວນເສືອປ່າ ແລະ ຣີສອດນາປ່າກວາງ ແລະ ສະເໜີຮັບລາງວັນສຳລັບປີ 2024

– ຈັດກອງປະຊຸມລະຫວ່າງຂະແຫນງການກ່ຽວຂ້ອງຂອງພາກລັດ, ພາກລັດ ແລະ ພາກທຸລະກິດເພື່ອແກ້ໄຂປະກົດຫຍໍ້ທໍ້ໃນຂະແຫນງການທ່ອງທ່ຽວ

– ຈັດກອງປະຊຸມຜ່ານຮ່າງ, ຮັບຮອງ ແລະ ເຜີຍແຜ່ຂໍ້ຕົກລົງມາດຕະຖານການບໍລິການເຮືອນຳທ່ຽວຢູ່ເຂດໜ້າເຂື່ອນນຳ້ງື່ມ

– ຈັດກອງປະຊຸມຜ່ານຮ່າງ, ຮັບຮອງ ແລະ ເຜີຍແຜ່ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງກິດຈະກຳທ່ອງທ່ອງທ່ຽວທາງນໍ້າ

– ສ້າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວເຂດອ່າງນຳ້ງື່ມ 1

– ຈັດຝຶກອົບຮົມທາງດ້ານທີ່ພັກແຮມ ແລະ ຮ້ານອາຫານ ແລະ ເຄື່ອງດື່ມໃຫ້ແກ່ຜູ້ປະກອບການຢູ່ເມືອງເຟືອງ