First Public and Private Sector Consultation Meeting on Lao Tourism Law

ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດກ່ຽວກັບການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວຂອງ ສປປ ລາວ ຄັ້ງທີ 1

ວັນທີ 04 ພຶດສະພາ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (Asian Development Bank – ADB) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດກ່ຽວກັບການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວຂອງ ສປປ ລາວ ຄັ້ງທີ 1 ຂື້ນທີ່ໂຮງແຮມລາວພລາຊ່າ, ນະຄອນຫຼວງວຽງຈັນ.

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖວທ. ຜູ້ເຂົ້າຮ່ວມຈາກພາກລັດປະກອບມີ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ສຈ ດາວອນ ຫວ່າງວິຈິດ, ອາດີດປະທານກຳມາທິການກົດໝາຍສະພາແຫ່ງຊາດ, ຄະນະກົມ, ຄະນະຫ້ອງການ, ຄະນະພະແນກ ແລະ ວິຊາການຈາກກະຊວງ ຖວທ, ກະຊວງຍຸດຕິທຳ, ກະຊວງ ປກສ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະພາແຫ່ງຊາດ, ສຳນັກງານນາຍົກ ແລະ ພະແນກ ຖວທ ນະຄອນຫຼວງ. ພາກທຸລະກິດປະກອບມີ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ສະມາຄົມທຸລະກິດທ່ອງທ່ຽວລາວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ແລະ ສະມາຄົມສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ. ນອກຈາກນັ້ນ, ຍັງມີຜູ້ຕາງໜ້າຈາກໂຄງການ SUSTOUR Laos, ຊ່ຽວຊານສາກົນ, ຊ່ຽວຊານພາຍໃນ ແລະ ຜູ້ຮັບຜິດຊອບຄຸ້ມຄອງໂຄງການຈາກທະນາຄານພັດທະນາອາຊີ.

ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ ເຊິ່ງທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປີ 2013.

ທ່ານ ທຣີເວີ ເອເທີຕັນ (Trevor Atherton), ຊ່ຽວຊານສາກົນດ້ານກົດໝາຍທ່ອງທ່ຽວ ໄດ້ນຳສະເໜີກ່ຽວກັບການຮ່ວມມື ແລະ ພາລະບົດບາດຂອງພາກລັດ ແລະ ພາກທຸລະກິດໃນໂຄງປະກອບນິຕິກຳດ້ານການທ່ອງທ່ຽວທີ່ມີປະສິດທິຜົນ (Effective tourism legal framework).

ທ່ານ ວິລະ ຈັນທະວົງ, ຊ່ຽວຊານພາຍໃນ ໄດ້ນຳສະເໜີແບບຟອມປະກອບຄຳເຫັນເຂົ້າໃນການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ.

ຫຼັງຈາກ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນຢ່າງຕັ້ງໜ້າເຂົ້າໃນການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ.
ທ່ານ ສະຕີເວັນ ຊີປານີ, ຊ່ຽວຊານອາວຸໂສດ້ານການທ່ອງທ່ຽວ, ທະນາຄານພັດທະນາອາຊີ ໄດ້ປະກອບຄຳເຫັນ ພ້ອມທັງສະຫຼຸບເນື້ອໃນສຳຄັນຂອງການສົນທະນາ.

ກະຊວງ ຖວທ ຈະສົ່ງແບບຟອມປະກອບຄຳເຫັນເຂົ້າໃນການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວໃຫ້ບັນດາຜູ້ມີສ່ວນຮ່ວມຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ພາຍໃນວັນຈັນ ທີ 08 ພຶດສະພາ 2023, ແຕ່ລະພາກສ່ວນມີເວລາ 2 ອາທິດໃນການປະກອບຄຳເຫັນເປັນລາຍລັກອັກສອນ ແລ້ວສົ່ງກັບຄືນໃຫ້ແກ່ກະຊວງ ຖວທ ພາຍໃນວັນສຸກ ທີ 19 ພຶດສະພາ 2023. ແບບຟອມດັ່ງກ່າວ ຈະມີທັງສະບັບພາສາລາວ ແລະ ພາສາອັງກິດ, ທີມງານຈະນຳມາເຜີຍແຜ່ໃຫ້ທຸກທ່ານໃນໄວໆນີ້.

ດາວໂຫຼດເອກະສານກອງປະຊຸມ: https://bit.ly/42dIAnm