Public and Private Consultation Meeting on Site Management and O&M Plan for Kaeng Yui Waterfall, Vang Vieng District, Vientiane Province

ກອງປະຊຸມປຶກສາຫາລືເພື່ອສ້າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ, ເມືອງວັງວຽງ, ແຂວງວຽງຈັນ

ໃນຕອນບ່າຍຂອງວັນພຸດ ທີ 10 ພຶດສະພາ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບຫ້ອງການ ຖວທ ເມືອງວັງວຽງ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອສ້າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງວັງວຽງ, ແຂວງວຽງຈັນ

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2), ກະຊວງ ຖວທ ແລະ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ເຊິ່ງທັງເປັນຜູ້ຈັດການໂຄງການ ຄພສທ 2.

ທ່ານ ອັດສະຍາໄສ ມະນີວັນ, ຫົວໜ້າຫ້ອງການ ຖວທ ເມືອງວັງວຽງ ເຊິ່ງທັງເປັນຄະນະຮັບຜິດຊອບໂຄງ ການ ຄພສທ 2 ເມືອງວັງວຽງ ໄດ້ກ່າວຕ້ອນຮັບ ແລະ ກ່າວຈຸດປະສົງຂອງກອງປະຊຸມດັ່ງລຸ່ມນີ້:

1) ເພື່ອນຳສະເໜີກ່ຽວກັບການພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກຢູ່ນໍ້າຕົກຕາດແກ້ງຍຸຍ

2) ຮັບຟັງຄຳຄິດຄຳເຫັນຂອງພາກລັດ, ພາກທຸລະກິດ ແລະ ປະຊາຊົນ ກ່ຽວກັບວິໄສທັດຂອງການພັດທະນານໍ້າຕົກຕາດແກ້ງຍຸຍ. ເຮັດໃຫ້ທຸກພາກສ່ວນຮັບຮູ້ກ່ຽວກັບສິ່ງທ້າທາຍໃນການດຳເນີນງານ ແລະ ບຳລຸງຮັກ ສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວຂະໜາດທີ່ໃຫຍ່ຂຶ້ນ ແລະ ທາງເລືອກຕ່າງໆໃນການບໍລິຫານຄຸ້ມຄອງ

3) ປຶກສາຫາລືກ່ຽວກັບການພັດທະນາຜະລິດຕະພັນ ແລະ ການບໍລິການພາຍໃນສະຖານທີ່ທ່ອງທ່ຽວ

ມີຜູ້ເຂົ້າຮ່ວມທັງໝົດ 32 ທ່ານ ເຊິ່ງມາຈາກກະຊວງ ຖວທ, ຊ່ຽວຊານໂຄງການພາຍໃນ ແລະ ຕ່າງປະເທດ, ພະແນກ ຖວທ ແຂວງ, ຫ້ອງການ ຖວທ ເມືອງ, ຫ້ອງການ ຍທຂ ເມືອງ, ຫ້ອງການ ອພບຕ ເມືອງ, ນໍ້າປະປາເມືອງ, ຫ້ອງການຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມເມືອງ, ຫ້ອງວ່າການປົກຄອງເມືອງ, ຫ້ອງການການເງິນເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຫ້ອງການສາທາລະນະສຸກເມືອງ, ຕຳຫຼວດທ່ອງທ່ຽວ, ສະຫະພັນແມ່ຍິງເມືອງ, ຄະນະບ້ານໆນາດ້ວງ, ກຸ່ມໂຮງແຮມ ແລະ ເຮືອນພັກເມືອງ, ບໍລິສັດຄຣີນແອັດແວນເຈີ ແລະ ພາກທຸລະກິດພາຍໃນເມືອງວັງວຽງ.

ພາກທີ 1: ພາກສະເໜີ: ຄວາມເປັນມາຂອງສະຖານທີ່ທ່ອງທ່ຽວ, ຄວາມຄືບໜ້າໃນການພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ, ການດຳເນີນງານ ແລະ ບຳລຸງຮັກສາ, ຕົວຢ່າງຮູບແບບການຄຸ້ມຄອງແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ບົດຮຽນທີ່ຖອດຖອນໄດ້.

ຊ່ຽວຊານໂຄງການ ເຊິ່ງປະກອບມີ ທ່ານ ວິລະ ຈັນທະວົງ, ຊ່ຽວຊານພາຍໃນດ້ານການພັດທະນາທ່ອງທ່ຽວ, ທ່ານ ສະຕີເວັນ ລອງ (Steven Long), ຊ່ຽວຊານສາກົນດ້ານການສ້າງຂີດຄວາມສາມາດດ້ານອົງການຈັດຕັ້ງ ແລະ ທ່ານ ນາງ ໃບທອນ ລໍວັນໄຊ, ຊ່ຽວຊານພາຍໃນດ້ານການສ້າງຂີດຄວາມສາມາດດ້ານອົງການຈັດຕັ້ງ ໄດ້ນຳສະເໜີເນື້ອໃນພາກທີ 1, ຫຼັງຈາກນັ້ນ ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາຜູ້ເຂົ້າຮ່ວມດັ່ງລຸ່ມນີ້:

– ທ່ານ ທອງວັນ ອິນທະວົງ, ນາຍບ້ານໆນາດ້ວງ

– ທ່ານ ແສງແກ້ວ ສູນທະວົງສາ, ຮອງຫົວໜ້າພະແນກ ຖວທ ແຂວງວຽງຈັນ

– ທ່ານ ສົມພັນ ສີສຸລາດ, ປະທານກຸ່ມໂຮງແຮມ ແລະ ເຮືອນພັກເມືອງວັງວຽງ

– ທ່ານ ສີວັນ ຄຳສານ, ຫົວໜ້າຫ້ອງການນໍ້າປະປາເມືອງວັງວຽງ

– ທ່ານ ໂອເງິນ ປັນຍານຸວົງ, ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ

– ທ່ານ ນາງ ຈຳພອນ ວົງສາ, ຫົວໜ້າພະແນກວາງແຜນ ແລະ ພັດທະນາ, ກົມພັດທະນາການທ່ອງທ່ຽວ

– ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການ ຄພສທ 2

– ທ່ານ ນາງ ຟອງສິດ ດາວະດິງ, ຮອງຫົວໜ້າຊ່ຽວຊານໂຄງການ ຄພສທ 2

– ທ່ານ ສີສົມພູ ພິມເມືອງ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງວັງວຽງ

– ທ່ານ ດາວເຮືອງ ເພຍວົງ, ວິຊາການພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ, ກົມພັດທະນາການ ທ່ອງທ່ຽວ

ການປະກອບຄຳເຫັນສາມາດສັງລວມດັ່ງລຸ່ມນີ້

– ບ້ານນາດ້ວງ ໄດ້ເລີ່ມຕົ້ນເຮັດເສັ້ນທາງຍ່າງເຂົ້າເຖິງແຫຼ່ງທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ໃນປີ 2009, ໃນປີ 2015 – 2017 ຈຶ່ງໄດ້ເລີ່ມຖາງທາງເຮັດໃຫ້ລົດສາມາດທຽວໄດ້ ແຕ່ຍັງບໍ່ທັນສະດວກ.

– ແກ້ງຍຸຍແມ່ນບໍ່ໄດ້ນອນຢູ່ໃນແຜນລວມຂອງໂຄງການພັດທະນາການທ່ອງທ່ຽວໃນເມື່ອກ່ອນ, ງົບປະມານໃນການພັດທະນາຈຶ່ງມີຈຳກັດ. ພາຍຫຼັງໂຄງການສິ້ນສຸດລົງ, ກົມພັດທະນາການທ່ອງທ່ຽວ ຈຶ່ງໄດ້ຊອກງົບປະມານໃນການສ້າງຫ້ອງນໍ້າ, ຮ້ານຂາຍເຄື່ອງ ແລະ ບ່ອນນັ່ງພັກຜ່ອນ. ຈົນມາຮອດປັດຈຸບັນ ໂຄງການ ຄພສທ 2 ໂດຍໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ ຈຶ່ງມີການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກຢ່າງເຕັມຮູບແບບ

– ສະເໜີແກ້ໄຂບັນຫານໍ້າແຫ້ງໃນລະດູແລ້ງ ເນື່ອງຈາກມີການດູດນໍ້າໄປຜະລິດເປັນນໍ້າປະປາ. ນໍ້າປະປາເມືອງໄດ້ຊີ້ແຈງວ່າ ຍັງລໍຖ້າຄຳຕອບກ່ຽວກັບໂຄງການນໍ້າປະປາ 17 ໝູ່ບ້ານ, ຖ້າໄດ້ຮັບການອະນຸມັດ ແມ່ນຈະເອົານໍ້າສະເພາະຕອນກາງຄືນ, ກາງເວັນແມ່ນຈະເອົາຈາກແຫຼ່ງອື່ນ ແລະ ຈະໃຫ້ມີນໍ້າຕົກຕາດຕະຫຼອດປີ

– ສະເໜີໃຫ້ປັບປຸງແບບບ່ອນຈ່ອນລົດດ້ານໃນນໍ້າຕົກຕາດແກ້ງຍຸຍໃຫ້ເປັນເດີ່ນຫຍ້າ, ທາງຍ່າງ, ປຸກດອກໄມ້ປະດັບປະດາ, ສ້າງຈຸດຖ່າຍຮູບຂອງນັກທ່ອງທ່ຽວ, ເປັນເດີ່ນອະເນກປະສົມ ແລະ ປັບປຸງທາງຍ່າງແຄມນໍ້າ ເປັນບ່ອນນັ່ງພັກຜ່ອນ ແລະ ຖ່າຍຮູບ.

– ສະເໜີຂະຫຍາຍພື້ນທີ່ບ່ອນຈອດລົດສຳຮອງໃຫ້ກວ້າງຂຶ້ນ, ເນື່ອງຈາກບໍລິເວນອ້ອມຂ້າງຍັງມີດິນເປົ່າຫວ່າງ ເຊິ່ງເປັນຂອງລວມບ້ານ. ກອງປະຊຸມເຫັນດີ ມອບໃຫ້ຫ້ອງການ ຖວທ ເມືອງ ສົມທົບກັບບ້ານນາດ້ວງ ເຮັດໃບສະເໜີຫາໂຄງການເພື່ອຂະຫຍາຍພື້ນທີ່ຈອດລົດສຳຮອງໃຫ້ກວ້າງຂຶ້ນ

– ສະເໜີກຳນົດບ່ອນເກັບປີ້, ຈະກຳນົດໄວ້ຈຸດເກົ່າ ຫຼື ບ່ອນຈອດລົດ

– ສະເໜີໃຫ້ມີການກວດກາສະພາບຂອງຕົ້ນໄມ້ສູງທີ່ຢູ່ໃກ້ສິ່ງປຸກສ້າງ ເພາະຖ້າມີລົມພັດແຮງອາດຫັກລົ້ມໄດ້

– ສະເໜີປັບປຸງຂົວອູ່ໃຫ້ມີຄວາມປອດໄພຂຶ້ນ ໂດຍການສ້າງໃຫ້ມີສິ່ງຮອງຮັບ ຫຼື ເພີ່ມສາຍສະລີງຢູ່ທາງກ້ອງ. ໂຄງການໄດ້ຊີ້ແຈງວ່າ ສາຍກາບໄດ້ຖືກສົ່ງເຂົ້າຫ້ອງທົດລອງ ເພື່ອທົດສອບຄວາມສາມາດໃນການຮັບນໍ້າໜັກ, ເຊິ່ງສາມາດຮັບໄດ້ 4 ໂຕນ ຈຶ່ງມີຄວາມປອດໄພສູງ.

– ສະເໜີໃຫ້ເປີດໂອກາດໃຫ້ພາກທຸລະກິດເຂົ້າໄປພັດທະນາແຫຼ່ງທ່ອງທ່ຽວ ຮ່ວມກັບພາກລັດ ແລະ ປະຊາ ຊົນທ້ອງຖິ່ນ ເພື່ອເຮັດໃຫ້ຜະລິດຕະພັນ ແລະ ການບໍລິການມີຄວາມຫຼາກຫຼາຍ ແລະ ມີຄຸນນະພາບສູງຂຶ້ນ

– ສະເໜີໃຫ້ມີການນຳໃຊ້ກົນໄກການເກັບປີ້ ແລະ ເກັບລາຍຮັບແບບທັນສະໄໝ ເພື່ອເຮັດໃຫ້ການເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ ແລະ ຮັບປະກັນຄວາມໂປ່ງໃສ

– ສະເໜີໃຫ້ມີການສ້າງລະບຽບຄຸ້ມຄອງປ່າ ແລະ ແຫຼ່ງນໍ້າ ເພື່ອປ້ອງກັນການຈູດປ່າ, ຕັດໄມ້ ແລະ ອື່ນໆ

– ສະເໜີສ້າງສວນດອກໄມ້ ແລະ ປ້າຍຊື່ແຫຼ່ງທ່ອງທ່ຽວ

– ສະເໜີໃຫ້ມີການສົ່ງເສີມ ແລະ ພັດທະນາຜະລິດຕະພັນທ້ອງຖິ່ນເຊັ່ນ ການຕຳແຜ່ນແພເພື່ອເຮັດເປັນຜ້າເຊັດມື ແລະ ສະເໜີກຳນົດຈຸດຂາຍຜະລິດຕະພັນທ້ອງຖິ່ນເພີ່ມເຕີມຢູ່ບໍລິເວນພາຍນອກ

– ການບໍລິການໃນຕໍ່ໜ້າຈະຕ້ອງໃຫ້ໄດ້ມາດຕະຖານ, ຕ້ອງມີມືອາຊີບມາເຮັດເພື່ອສ້າງມູນຄ່າຂອງແຫຼ່ງທ່ອງທ່ຽວໃຫ້ສູງຂຶ້ນ ນັບທັງການບໍລິການອາຫານ ແລະ ເຄື່ອງດື່ມ

– ການຮ່ວມມືລະຫວ່າງພາກລັດ, ພາກທຸລະກິດ ແລະ ປະຊາຊົນ ຈະຕ້ອງສອດຄ່ອງກັບດຳລັດວ່າດ້ວຍ ການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ, ເລກທີ 624/ລບ, ວັນທີ 21.12.2022

– ສະເໜີໃຫ້ມີກິດຈະກຳປິ່ນອ້ອມພາຍໃນສະຖານທີ່ທ່ອງທ່ຽວນອກຈາກນໍ້າຕົກຕາດເຊັ່ນ ການສະແດງສີລະປະເຕັ້ນໄມ້ໄຜ່ຢູ່ເດີ່ນອະເນກປະສົງ ແລະ ອື່ນໆ

ພາກທີ 2: ວິໄສທັດໃນການພັດທະນານໍ້າຕົກຕາດແກ້ງຍຸຍ

ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນກ່ຽວກັບຄວາມສໍາຄັນທາງສາສະໜາ, ຄວາມເຊື່ອ ແລະ ວິຖີຊີວິດຂອງປະ ຊາຊົນທ້ອງຖິ່ນຕໍ່ກັບນໍ້າຕົກຕາດແກ້ງຍຸຍ ແລະ ການປົກປັກຮັກສາສະພາບແວດລ້ອມຢູ່ນໍ້າຕົກຕາດແກ້ງຍຸຍໃຫ້ມີຄວາມຍືນຍົງ ເຊິ່ງສັງລວມດັ່ງນີ້ລຸ່ມ:

– ສາຍນໍ້າແກ້ງຍຸຍແມ່ນສາຍເລືອດທີ່ສ້າງລາຍຮັບຈາກການທ່ອງທ່ຽວໃຫ້ແກ່ປະຊາຊົນບ້ານນາດ້ວງ

– ແຫຼ່ງທ່ອງທ່ຽວແກ້ງຍຸຍ ແມ່ນປ່າຕົ້ນນໍ້າທີ່ມີຄວາມສຳຄັນຫຼາຍໃນການກັກເກັບນໍ້າທຳມະຊາດ, ປ້ອງກັນນໍ້າໄຫຼຫຼາກ, ເປັນແຫຼ່ງນໍ້າທຳມະຊາດໃຫ້ແກ່ຫ້ວຍ ແລະ ນໍ້າຕົກຕາດ. ບ້ານຈຶ່ງໄດ້ມີການບວດປ່າ ເພື່ອຫ້າມປະຊາຊົນໄປຕັດໄມ້ໃຫຍ່

ພາກທີ 3: ການພັດທະນາຜະລິດຕະພັນ ແລະ ການບໍລິການເພີ່ມເຕີມ

ທ່ານ ທອງຄູນ ໄຊຍະລາດ, ຕາງໜ້າບໍລິສັດທ່ອງທ່ຽວຄຣີນແອັດແວນເຈີ ໄດ້ນຳສະເໜີກ່ຽວກັບແນວຄວາມຄິດເບື້ອງຕົ້ນໃນການພັດທະນາຜະລິດຕະພັນ ແລະ ການບໍລິການເພີ່ມເຕີມຢູ່ນໍ້າຕົກຕາດແກ້ງຍຸຍ, ຮູບແບບການຮ່ວມມືລະຫວ່າງພາກລັດ, ພາກທຸະກິດ ແລະ ປະຊາຊົນ, ຄາດຄະເນແຫຼ່ງລາຍຮັບ – ລາຍຈ່າຍ ແລະ ການລົງທຶນເພີ່ມເຕີມຂອງບໍລິສັດ.

ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນເຊິ່ງສາມາດສັງລວມດັ່ງລຸ່ມນີ້:

– ບ້ານນາດ້ວງເຫັນດີຮ່ວມມືກັບພາກທຸລະກິດ ເພື່ອເຮັດໃຫ້ກິດຈະກຳ ແລະ ການບໍລິການມີຄວາມຫຼາກຫຼາຍ ແລະ ເຮັດໃຫ້ນັກທ່ອງທ່ຽວໃຊ້ເວລາດົນຂຶ້ນຢູ່ສະຖານທີ່ທ່ອງທ່ຽວ

– ຕໍ່ກັບໜັງສືແຈ້ງເຈດຈໍານົງຂອງບໍລິສັດຄຣີນແອັດແວນເຈີ ທີ່ໄດ້ສົ່ງມາຍັງຄະນະຮັບຜິດຊອບໂຄງການ ຄພສທ 2 ຂັ້ນສູນກາງ ແລະ ພະແນກ ຖວທ ແຂວງ ເພື່ອພັດທະນາແຫຼ່ງທ່ອງທ່ຽວແກ້ງຍຸຍ ແລະ ບໍລິຫານຮ່ວມກັບປະຊາຊົນບ້ານນາດ້ວງ, ສະເໜີໃຫ້ມີກິດຈະກໍາທີ່ຫຼາກຫຼາຍ, ມີການບໍລິການອາຫານ ແລະ ເຄື່ອງດື່ມເໝາະສົມແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ນັກທ່ອງທ່ຽວຢູ່ດົນ ແລະ ໃຊ້ຈ່າຍຫຼາຍຂື້ນ.

– ເຫັນດີໃຫ້ມີການຮ່ວມມືກັບພາກທຸລະກິດເພື່ອຫຼີກເວັ້ນການຮົ່ວໄຫຼຂອງງົບປະມານ ແລະມີຄວາມໂປ່ງໃສ

– ສະເໜີໃຫ້ພາກທຸລະກິດມີຄວາມຈິງໃຈໃນການພັດທະນາ

– ສະເໜີໃຫ້ມີການເປີດກວ້າງໃຫ້ມີຫຼາກຫຼາຍພາກທຸລະກິດທີ່ສົນໃຈ ເພື່ອເຮັດໃຫ້ພາກລັດມີທາງເລືອກ

– ສະເໜີໃຫ້ພາກທຸລະກິດກຳນົດໃນບົດວິພາກຢ່າງລະອຽດ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ

– ງົບປະມານເພື່ອນຳໃຊ້ເຂົ້າໃນການບຳລຸງຮັກສາຄວນກຳນົດເປັນເປີເຊັນ, ນັບຕັ້ງແຕ່ການບຳລຸງຮັກສາຫົນ ທາງ ເພື່ອໃຫ້ພາກລັດຕິດຕາມງ່າຍ

– ສະເໜີໃຫ້ມີການເຮັດວຽກຮ່ວມກັບຂະແໜງກະສິກຳ ແລະ ປ່າໄມ້ ໃນການປົກປັກຮັກສາສິ່ງແວດລ້ອມ, ຍອດນໍ້າ ແລະ ປ່າໄມ້

– ການຮ່ວມມືກັບພາກທຸລະກິດ ນັບທັງການລົງທຶນກໍ່ສ້າງ ແລະ ປັບປຸງສິ່ງອຳນວຍຄວາມສະດວກ ແລະ ການບໍລິການເພີ່ມເຕີມ ແມ່ນຄວນດຳເນີນໄລຍະທີ່ການກໍ່ສ້າງຂອງໂຄງການຍັງບໍ່ທັນສຳເລັດ ເພື່ອເຮັດໃຫ້ສາມາດນຳໃຊ້ກົນຈັກ ແລະ ເຄື່ອງມືຂອງຜູ້ຮັບເໝົາໃນພື້ນທີ່ ແລະ ສາມາດເປີດບໍລິການແຫຼ່ງທ່ອງທ່ຽວຢ່າງເຕັມຮູບແບບໂດຍບໍ່ຕ້ອງລໍຖ້າການກໍ່ສ້າງ ແລະ ປັບປຸງຂອງພາກທຸລະກິດ

ບາດກ້າວໃນຕໍ່ໜ້າ

– ກະຊວງ ຖວທ ຈະແຕ່ງຕັ້ງຄະນະກໍາມະການຮັບຜິດຊອບປັບປູງແຜນພັດທະນາການ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ

– ທີມງານຊ່ຽວຊານໂຄງການ ຈະຮ່າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ພ້ອມທັງກຳນົດພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງພາກລັດ, ພາກທຸລະກິດ ແລະ ປະຊາຊົນ

– ກະຊວງ ຖວທ ຈະເປີດກວ້າງໃຫ້ທຸກພາກທຸລະກິດທີ່ສົນໃຈ ສະເໜີເຈດຈຳນົງໃນການເຂົ້າມາຮ່ວມພັດ ທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກຢູ່ນໍ້າຕົກຕາດແກ້ງຍຸຍ

– ກະຊວງ ຖວທ ຈະຈັດກອງປະຊຸມປຶກສາຫາລືຄັ້ງທີ 2 ເພື່ອຜ່ານຮ່າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ, ຮູບແບບການຮ່ວມມືລະຫວ່າງພາກລັດ, ພາກທຸລະກິດ ແລະ ປະຊາຊົນ

ໃນຕອນເຊົ້າຂອງມື້ດຽວກັນ, ຄະນະຮັບຜິດຊອບໂຄງການຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ຊ່ຽວຊານໂຄງການ ແລະ ພາກທຸລະກິດ ໄດ້ເດີນທາງໄປຕິດຕາມຄວາມຄືບໜ້າຂອງການກໍ່ສ້າງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກຢູ່ນໍ້າຕົກຕາດແກ້ງຍຸຍ ເພື່ອເກັບກຳຂໍ້ມູນສຳລັບການສົນທະນາໃນກອງປະຊຸມຕອນບ່າຍ.