National and Provincial Stakeholder Consultation Workshop on Laos Tourism Marketing Campaign for Visit Laos Year 2024

ກອງປະຊຸມປຶກສາຫາລືລະດັບວິຊາການພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວທົ່ວປະເທດເພື່ອກະກຽມບັ້ນໂຄສະນາປີທ່ອງທ່ຽວລາວ 2024

ໃນຕອນເຊົ້າຂອງມື້ນີ້, ວັນພະຫັດ ທີ 08 ມິຖຸນາ 2023, ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືລະດັບວິຊາການພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວທົ່ວປະເທດເພື່ອກະກຽມບັ້ນໂຄສະນາປີທ່ອງທ່ຽວລາວ 2024 ຂຶ້ນທີ່ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ຄົມ ດວງຈັນທາ, ກອງເລຂາຄະນະຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024 ເຊິ່ງທັງເປັນຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ, ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (Destination Management Network – DMN) ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ທ່ານ ອິນທີ ເດືອນສະຫວັນ, ຮອງຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ ແລະ ທັງເປັນຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ).

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ກະກຽມແຜນບັ້ນໂຄສະນາປີທ່ອງທ່ຽວລາວ 2024 (Visit Laos Year 2024 Tourism Marketing Campaign Plan). ກອງປະຊຸມໄດ້ຈັດຂຶ້ນໃນຮູບແບບເຄິ່ງອອນລາຍ, ມີຜູ້ເຂົ້າຮ່ວມຈາກພາກລັດ, ສະມາຄົມທຸລະກິດ, ຫົວໜ່ວຍທຸລະກິດ, ໂຄງການ ແລະ ອົງການຈັດຕັ້ງສາກົນຢູ່ຂັ້ນສູນກາງເຂົ້າຮ່ວມກັບທີ່ ແລະ ອອນລາຍ ແລະ ພະແນກ ຖວທ ແຂວງ, ສະມາຄົມທຸລະກິດ ແລະ ຫົວໜ່ວຍທຸລະກິດທົ່ວປະເທດເຂົ້າຮ່ວມທາງອອນລາຍ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຄວາມຄືບໜ້າການກະກຽມບັ້ນໂຄສະນາປີທ່ອງທ່ຽວລາວ 2024 ແລະ ການເປັນເຈົ້າພາບງານ ASEAN Tourism Forum 2024 ຂອງ ທ່ານ ນາງ ມະນີສາຄອນ ທຳມະວົງໄຊ, ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ. ທ່ານ ນາງ ພອນມະນີ ສຸຂະທຳມະວົງ, ຮອງຫົວໜ້າພະແນກວາງແຜນ ແລະ ພັດທະນາ, ກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ໄດ້ນຳສະເໜີຮູບແບບການຈັດກອງປະຊຸມ ATF 2024 ທີ່ເປັນມິດຕໍ່ສິ່ງແວດລ້ອມ (ATF 2024 Theme: Quality and Responsible Tourism).
.
ທ່ານ ອາດິດຕະ ກິດຕິຄຸນ ແລະ ທ່ານ ເຈສັນ ໂຣແລນ (Jason Rolan), ຄະນະອໍານວຍການ, RDK Group ໄດ້ນຳສະເໜີໂຄງປະກອບແຜນບັ້ນໂຄສະນາປີທ່ອງທ່ຽວລາວ 2024 (Laos Tourism Marketing Campaign Plan Structure for Visit Laos Year 2024).

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ກໍໄດ້ປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າເຂົ້າໃນການນຳສະເໜີ ແລະ ຄຳຖາມເຈາະຈີ້ມດັ່ງລຸ່ມນີ້:

  1. ແຄມເປນທ່ອງທ່ຽວລາວຄວນເນັ້ນໃສ່ໂຄສະນາສິ່ງໃດ?
  2. ສິ່ງໃດທີ່ເປັນຈຸດຂາຍສາມາດດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວມາທ່ຽວລາວ ແລະ ແຂວງ?
  3. ກຸ່ມຕະຫຼາດເປົ້າໝາຍທີ່ຄວນສຸມໃສ່ແມ່ນປະເທດໃດແດ່? ກຸ່ມໃດຂອງປະເທດດັ່ງກ່າວ?
  4. ກິດຈະກຳສົ່ງເສີມການທ່ອງທ່ຽວຄວນມີອັນໃດແດ່? ນັບທັງກິດຈະກຳພາຍໃນ ແລະ ຕ່າງປະເທດ ເຊັ່ນ ງານເທສະການ, ບຸນປະເພນີ, ງານແຂ່ງຂັນກິລາ, ງານວາງສະແດງທ່ອງທ່ຽວ ແລະ ອື່ນໆ
  5. ການປະກອບສ່ວນລະຫວ່າງພາກລັດ ແລະ ພາກທຸລະກິດ ໃນການໂຄສະນາປີທ່ອງທ່ຽວລາວ ມີແນວໃດແດ່? ນັບທັງການປະກອບສ່ວນງົບປະມານ ແລະ ຮູບແບບອື່ນໆ
  6. ການກະກຽມຄວາມພ້ອມຂອງຂະແໜງການກ່ຽວຂ້ອງ ແລະ ບັນດາພາກທຸລະກິດ ມີແນວໃດແດ່?

ແຜນບັ້ນໂຄສະນາປີທ່ອງທ່ຽວລາວ 2024 (Visit Laos Year 2024 Tourism Marketing Campaign Plan) ຈະສຳເລັດພາຍໃນເດືອນມິຖຸນານີ້ ແລະ ຈະເລີ່ມຈັດຕັ້ງປະຕິບັດໃນເດືອນກໍລະກົດ, ຂ້າພະເຈົ້າຈະນຳແຜນດັ່ງກ່າວມາເຜີຍແຜ່ສູ່ທຸກທ່ານຢູ່ກຸ່ມນີ້.

ດາວໂຫຼດເອກະສານກອງປະຊຸມ: https://bit.ly/3OJyLKh