Champasak DMN Semi – Annual Meeting in 2023

ກອງປະຊຸມເຄືອຂ່າຍ DMN ແຂວງຈຳປາສັກ ປະຈຳກາງປີ 2023

ວັນພຸດ ທີ 28 ມິຖຸນາ 2023 ທີ່ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ, ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວແຂວງຈຳປາສັກ (ເຄືອຂ່າຍ DMN – Destination Management Network) ຂຶ້ນທີ່ໂຮງແຮມຈຳປາສັກແກຣນ, ນະຄອນປາກເຊ, ແຂວງຈຳປາສັກ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2, ທະນາຄານພັດທະນາອາຊີ (Asian Development Bank – ADB).

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ 1)​ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ເຊິ່ງທັງເປັນຜູ້ຈັດການໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2), ຮ່ວມກັບ 2)​ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການ ຄພສທ 2, 3) ທ່ານ ສຸລິນ ເພັດທານີ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ແຂວງຈຳປາສັກ, ຮອງຫົວໜ້າພະແນກ ຖວທ ແຂວງຈຳປາສັກ ແລະ ທັງເປັນຜູ້ຈັດການໂຄງການ ຄພສທ 2 ແຂວງຈຳປາສັກ ແລະ 4) ທ່ານ ນາງ ມາລາ ຈັນທະລາມ, ຮອງຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ແຂວງຈຳປາສັກ ແລະ ປະທານສະມາຄົມຫັດຖະກຳແຂວງຈຳປາສັກ.

ຜູ້ເຂົ້າຮ່ວມປະກອບມີຄະນະຮັບຜິດຊອບໂຄງການ ຄພສທ 2 ຂັ້ນສູນກາງ ແລະ ຂັ້ນແຂວງ, ຄະນະພະແນກ ແລະ ວິຊາການຈາກກົມພັດທະນາການທ່ອງທ່ຽວ, ຊ່ຽວຊານໂຄງການ, ຄະນະບໍລິຫານງານ, ສະມາຊິກ ແລະ ກອງເລຂາເຄືອຂ່າຍ DMN ແຂວງຈຳປາສັກ, ພາກລັດ ແລະ ພາກທຸລະກິດຂັ້ນສູນກາງ ແລະ ຂັ້ນແຂວງ.

ກອງປະຊຸມໄດ້ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງເຄືອຂ່າຍ ແຂວງຈຳປາສັກ ໄລຍະຫົກເດືອນຕົ້ນປີ ແລະ ວາງແຜນກິດຈະກຳໄລຍະຫົກເດືອນທ້າຍປີ 2023. ນອກຈາກນັ້ນ, ຍັງໄດ້ຮັບຟັງການນຳສະເໜີຂອງ ທ່ານ ອິນທີ ເດືອນສະຫວັນ, ຜູ້ອຳນວຍການບໍລິສັດທ່ອງທ່ຽວຄຣີນແອັດເວັນເຈີ (Green Adventure / Green Discovery) ກ່ຽວກັບແຜນການຈັດງານ Asia Cross Rally 2023 ວັນທີ 19 – 21 ສິງຫາ 2023, ງານປາກເຊຮາບມາຣາທອນ (Pakse Half Marathon) ວັນທີ 24 ກັນຍາ 2023 ແລະ ງານກິລາເພື່ອສົ່ງເສີມການທ່ອງທ່ຽວຢູ່ດອນເດດ-ດອນຄອນ, ເມືອງໂຂງ ວັນທີ 17 ມີນາ 2024 ເຊິ່ງສາມາດສັງລວມໄດ້ດັ່ງນີ້:

ຈັດງານເທສະການ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວ

ສຳເລັດແລ້ວ

  • ງານບຸນວັດພູ, ເດືອນກຸມພາ, ເມືອງຈຳປາສັກ
  • ງານບຸນກາເຟ, ເດືອນກຸມພາ, ນະຄອນປາກເຊ

ກຳລັງກະກຽມ

  • ງານ Asia Cross Rally, 19 – 21 ສິງຫາ 2023
  • ງານແຂ່ງຂັນ Pakse Half Marathon, ນະຄອນປາກເຊ, 24 ກັນຍາ 2023
  • ງານແຂ່ງຂັນຖີບລົດ ຮ່ວມກັບ ສສ ຫວຽດນາມ, ກັນຍາ 2023
  • Liphi Challenge (Adventure Race), ເມືອງໂຂງ, 17 ມີນາ 2024

ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ

ສຳເລັດແລ້ວ

  • ເຂົ້າຮ່ວມງານວາງສະແດງ Made in Laos, ກຸມພາ, ນະຄອນຫຼວງວຽງຈັນ
  • ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ BITE ຢູ່ ສປ ຈີນ 16 – 18 ມິຖຸນາ 2023

ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ (ASEAN Community-Based Tourism – CBT)

ແຜນຫົກເດືອນທ້າຍປີ: ປະເມີນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຢູ່ 1) ບ້ານໜອງຢາເທິງ, ເມືອງປາກຊ່ອງ, 2) ດອນຊົມ, ເມືອງໂຂງ ແລະ 3) ດອນລົບປະດີ, ເມືອງໂຂງ

ຈັດຝຶກອົບຮົມໃຫ້ແກ່ທຸລະກິດໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ແຜນຫົກເດືອນທ້າຍປີ: ຝຶກອົບຮົມຫົວຂໍ້ ການບໍລິການສ່ວນໜ້າ, ການບໍລິການອາຫານ ແລະ ເຄື່ອງດື່ມ, ການອະນາໄມຫ້ອງພັກ, ການປຸງແຕ່ງອາຫານສາກົນ, ກາເຟ ແລະ ເຄື່ອງດື່ມຄອກເທວ ໃຫ້ຫົວໜ່ວຍທຸລະກິດຢູ່ນະຄອນປາກເຊ, ເມືອງໂຂງ, ຈໍາປາສັກ ແລະ ປາກຊ່ອງ