Public and Private Sector Consultation Workshop on Draft Laos Tourism Marketing Campaign Plan for Visit Laos Year 2024

ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອຜ່ານຮ່າງບັ້ນໂຄສະນາປີທ່ອງທ່ຽວລາວ 2024

ວັນສຸກ ທີ 21 ກໍລະກົດ 2023 ທີ່ຜ່ານມາ, ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອຜ່ານຮ່າງບັ້ນໂຄສະນາ (Marketing Campaign Plan) ປີທ່ອງທ່ຽວລາວ 2024 ຂຶ້ນທີ່ໂຮງແຮມຄຣາວພຣາຊ່າ, ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2), ທະນາຄານພັດທະນາອາຊີ (Asian Development Bank – ADB)

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ 1) ທ່ານ ຄົມ ດວງຈັນທາ, ກອງເລຂາຄະນະຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024, ເຊິ່ງທັງເປັນຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ, 2) ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ ຄພສທ 2, ກະຊວງ ຖວທ ແລະ 3) ທ່ານ ອິນທີ ເດືອນສະຫວັນ, ຮອງຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ຮອງປະທານຄະນະກຳມະທິການ ການທ່ອງທ່ຽວ, ສຄອຊ.

ທ່ານ ອາດິດຕະ ກິດຕິຄຸນ ແລະ ທ່ານ ເຈສັນ ໂຣແລນ (Jason Rolan), ຄະນະອໍານວຍການ, RDK Group ໄດ້ນຳສະເໜີຮ່າງແຜນບັ້ນໂຄສະນາປີທ່ອງທ່ຽວລາວ 2024 (Draft Laos Tourism Marketing Campaign Plan for Visit Laos Year 2024) ເຊິ່ງມີໂຄງປະກອບດັ່ງນີ້:

  1. ຫົວຂໍ້ຫຼັກຂອງການໂຄສະນາ (Campaign concept and themes)
  2. ຮ່າງໂລໂກ້ ແລະ ແບບເຄື່ອງທີ່ລະນຶກສຳລັບປີທ່ອງທ່ຽວລາວ 2024 (Draft logos & merchandise for Visit Laos Year 2024)
  3. ກຸ່ມຕະຫຼາດເປົ້າໝາຍ ແລະ ຄວາມສົນໃຈຂອງເຂົາເຈົ້າ (Target audiences and their interests)
  4. ວິທີການເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ (How to reach the target audiences)
  5. ການປະກອບສ່ວນຂອງພາກລັດ ແລະ ພາກທຸລະກິດ (Campaign contributions)
  6. ການປະເມີນຜົນໄດ້ຮັບຂອງແຄມເປນ (Campaign evaluation)
  7. ໄລຍະເວລາຈັດຕັ້ງປະຕິບັດແຄມເປນ (Campaign timeline)

ຜູ້ເຂົ້າຮ່ວມ ໄດ້ປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າເຂົ້າໃນຮ່າງແຜນດັ່ງກ່າວ.

ຫຼັງຈາກນັ້ນ, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ, ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ ໄດ້ນຳສະເໜີຮ່າງປະຕິທິນປີທ່ອງທ່ຽວລາວ 2024 (Visit Laos Year 2024 Event Calendar)

ບາດກ້າວໃນຕໍ່ໜ້າ

  1. ບໍລິສັດ RDK ປັບປຸງໂລໂກ້ປີທ່ອງທ່ຽວລາວ 2024 ອີງຕາມຄຳເຫັນກອງປະຊຸມ ແລ້ວສົ່ງໃຫ້ກະຊວງ ຖວທ ພາຍໃນວັນສຸກ ທີ 28 ກໍລະກົດ 2023
  2. ບໍລິສັດ RDK ຮ່າງແຜນຈັດຕັ້ງປະຕິບັດລະອຽດ (Content plan) ໄລຍະເດືອນກັນຍາ – ທັນວາ 2023 ເຊິ່ງປະກອບມີ ຫົວຂໍ້ທີ່ຈະໂຄສະນາ, ວິທີການ ແລະ ໄລຍະເວລາຂອງການໂຄສະນາແຄມເປນ ແລ້ວສົ່ງຮ່າງໃຫ້ກະຊວງ ຖວທ ພາຍໃນ ວັນສຸກ ທີ 04 ສິງຫາ 2023 ແລະ ສົ່ງສະບັບລະອຽດ ພາຍໃນ ວັນອັງຄານ ທີ 15 ສິງຫາ 2023.

ດາວໂຫຼດເອກະສານກອງປະຊຸມ: https://bit.ly/46c2SA1