Stakeholder Consultation Workshops on Draft Tourism Law in Southern, Central and Northern Laos and at National level.

ກອງປະຊຸມທາບທາມຄໍາຄິດເຫັນ ເພື່ອປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ສໍາລັບພາກໃຕ້, ພາກກາງ, ພາກເໜືອ ແລະ ຂັ້ນສູນກາງ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບທາມຄຳຄິດເຫັນເພື່ອປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ຕາມວັນເວລາລຸ່ມນີ້:

  • ວັນທີ 03 ກໍລະກົດ 2023: ກອງປະຊຸມສຳລັບພາກໃຕ້ ແລະ ພາກກາງ, ຈັດຢູ່ນະຄອນປາກເຊ, ແຂວງຈຳປາສັກ
  • ວັນທີ 10 ກໍລະກົດ 2023: ກອງປະຊຸມສຳລັບພາກເໜືອ, ຈັດຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ
  • ວັນທີ 13 ກໍລະກົດ 2023: ກອງປະຊຸມຢູ່ຂັ້ນສູນກາງ, ຈັດຢູ່ກະຊວງ ຖວທ

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ, ກະຊວງ ຖວທ ເຊິ່ງທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມໃນການປັບປຸງກົດໝາຍວ່າດ້ວຍ ການທ່ອງທ່ຽວ, ຮ່ວມກັບບັນດາທ່ານຮອງເຈົ້າແຂວງໆເຈົ້າພາບ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ສຳລັບກອງປະຊຸມລະດັບພາກ.

ການປັບປຸງກົດໝາຍວ່າດ້ວຍ ການທ່ອງທ່ຽວສະບັບນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ (Asian Development Bank – ADB).

ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ ໄດ້ລາຍງານຄວາມຄືບໜ້າຂອງການປັບປຸງກົດໝາຍ ວ່າດ້ວຍການທ່ອງທ່ຽວ.

ທ່ານ ວິລະ ຈັນທະວົງ, ຊ່ຽວຊານດ້ານການທ່ອງທ່ຽວ, ລາຍງານຜົນການທາບທາມຄໍາຄິດເຫັນເປີດກວ້າງທົ່ວສັງຄົມ ນັບທັງຄຳເຫັນຂອງຊ່ຽວຊານສາກົນດ້ານກົດໝາຍທ່ອງທ່ຽວ.

ທ່ານ ບຸດສະດີ ຄັນທະວົງ, ຫົວໜ້າພະແນກຄຸ້ມຄອງສະຖານທີ່ທ່ອງທ່ຽວ, ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ ໄດ້ສະເໜີໂຄງສ້າງ, ເນື້ອໃນຮ່າງກົດໝາຍວ່າດ້ວຍ ການທ່ອງທ່ຽວ ສະບັບປັບປຸງ.

ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກໍປະກອບຄຳຄິດເຫັນຢ່າງຕັ້ງໜ້າ ເຂົ້າໃນຮ່າງກົດໝາຍວ່າດ້ວຍ ການທ່ອງທ່ຽວສະບັບດັ່ງກ່າວ.

ດາວໂຫຼດເອກະສານກອງປະຊຸມ: https://bit.ly/3NRQ5dE

ບາດກ້າວໃນຕໍ່ໜ້າ

  1. ກະຊວງ ຖວທ ປັບປຸງຮ່າງກົດໝາຍວ່າດ້ວຍ ການທ່ອງທ່ຽວ ອີງຕາມຄຳຄິດເຫັນຂອງກອງປະຊຸມ ເພື່ອສົ່ງໃຫ້ກະຊວງຍຸຕິທຳ ພາຍໃນເດືອນກໍລະກົດ 2023
  2. ກະຊວງຍຸຕິທຳ ຈັດກອງປະຊຸມທົບທວນຄວາມສອດຄ່ອງຂອງເນື້ອໃນ ແລ້ວສົ່ງໃຫ້ຫ້ອງການສຳນັກງານນາຍົກ ພາຍໃນວັນທີ 14 ສິງຫາ 2023
  3. ຮ່າງກົດໝາຍໄດ້ຮັບການນຳສະເໜີໃນກອງປະຊຸມລັດຖະບານ ລະຫວ່າງວັນທີ 17 – 18 ສິງຫາ ຫຼື 29 – 30 ສິງຫາ 2023
  4. ຫ້ອງການສຳນັກງານນາຍົກສົ່ງຮ່າງກົດໝາຍໃຫ້ສະພາແຫ່ງຊາດ ພາຍໃນວັນທີ 11 ກັນຍາ 2023
  5. ສະພາແຫ່ງຊາດ ຈັດກອງປະຊຸມທົບທວນພາຍໃນ ແລ້ວສົ່ງໃຫ້ຄະນະປະຈຳສະພາແຫ່ງຊາດພາຍໃນ ວັນທີ 30 ກັນຍາ 2023