Consultation Meeting on Pakse Half Marathon

ກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມໃນການຈັດງານແລ່ນປາກເຊຮາບມາຣາທອນ (Pakse Half Marathon)

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ຮ່ວມກັບບໍລິສັດທ່ອງທ່ຽວຄຣີນແອັດເວັນເຈີ (Green Adventure / Green Discovery Laos) ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມໃນການຈັດງານແລ່ນປາກເຊຮາບມາຣາທອນ (Pakse Half Marathon) ຂຶ້ນທີ່ພະແນກ ຖວທ ແຂວງຈຳປາສັກ ໃນວັນສຸກ ທີ 18 ສິງຫາ 2023.

ທ່ານ ສົມພະໄທ ເກດມາລາ, ຫົວໜ້າຂະແໜງທ່ອງທ່ຽວ, ພະແນກ ຖວທ ແຂວງຈຳປາສັກ ໄດ້ຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງໆຈຳປາສັກ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຈັດກິດຈະກຳແລ່ນເຄິ່ງມາຣາທອນທີ່ນະຄອນປາກເຊ.

ຫຼັງຈາກນັ້ນ, ກອງປະຊຸມໄດ້ຮັບຟັງການນຳສະເໜີຂອງ ທ່ານ ອິນທີ ເດືອນສະຫວັນ, ຜູ້ອຳນວຍການບໍລິສັດຄຣີນແອັດເວັນເຈີ (Green Adventure / Green Discovery Laos) ກ່ຽວກັບຈຸດປະສົງຂອງການຈັດງານ, ເສັ້ນທາງ ແລະ ໄລຍະທາງແລ່ນ, ການອອແບບຫຼຽນໄຊ, ໂລ້ລາງວັນ, ເສື້ອ, ຈຸດປ່ອຍໂຕ ແລະ ເສັ້ນໄຊ, ສະຖານທີ່ວາງສະແດງ ແລະ ເຮັດກິດຈະກຳ, ຄວາມຕ້ອງການທາງດ້ານການອຳນວຍຄວາມສະດວກຂອງເຈົ້າໜ້າທີ່ຈາລະຈອນ ແລະ ປ້ອງກັນຄວາມສະຫງົບ.

ກອງປະຊຸມໄດ້ປະກອບຄຳຄິດຄຳເຫັນເຊິ່ງສາມາດສັງລວມໄດ້ດັ່ງລຸ່ມນີ້:
ການອຳນວຍຄວາມສະດວກທາງດ້ານການຈາລະຈອນ ແລະ ການປ້ອງກັນຄວາມສະຫງົບ

  • ກອງບັນຊາການ ປກສ ແຂວງ ເຫັນດີຕາມການນຳສະເໜີຂອງບໍລິສັດ
  • ສະເໜີໃຫ້ພະແນກ ຖວທ ແຂວງຈຳປາສັກ ອອກແຈ້ງການ ເພື່ອໃຫ້ປະຊາຊົນຮັບຊາບກ່ຽວກັບໄລຍະເວລາການຈັດງານ ເພື່ອໃຫ້ເຂົາເຈົ້າກຽມພ້ອມ ແລະ ຫຼີກເວັ້ນການນຳໃຊ້ເສັ້ນທາງໄລຍະເວລາດັ່ງກ່າວ
  • ສະເໜີໃຫ້ພະແນກ ຖວທ ແຂວງຈຳປາສັກ ປະສານກັບຕະຫຼາດດາວເຮືອງເພື່ອສະເໜີໃຫ້ອະນຸຍາດພໍ່ຄ້າຊາວຂາຍ ສາມາດເຂົ້າຕະຫຼາດໄວຂຶ້ນ
  • ສະເໜີໃຫ້ນະຄອນປາກເຊ ເປີດໄຟເຍືອງທາງຕັ້ງແຕ່ເວລາ 05.00 ໂມງ ເຊົ້າ
  • ພະແນກ ຖວທ ແຂວງຈຳປາສັກ ຈະປະສານກັບພະແນກສາທາລະນະສຸກ ໃນການກະກຽມເຈົ້າໜ້າທີ່ປະຖົມພະຍາບານເບື້ອງຕົ້ນ
  • ການກະກຽມສິ່ງພິມໂຄສະນາ, ລາຍການ, ກິດຈະກຳ, ການບໍລິການ ແລະ ຜະລິດຕະພັນທ່ອງທ່ຽວ, ຄູປອງສ່ວນຫຼຸດ ແລະ ເຄື່ອງທີ່ລະນຶກ ເພື່ອວາງສະແດງ ແລະ ພິທີກອນເພື່ອດຳເນີນກິດຈະກຳຕອບຄຳຖາມຊິງລາງວັນກັບນັກແລ່ນ
  • ສະຖານທີ່ ແລະ ຈຳນວນຫ້ອງວາງສະແດງ: ເດີ່ນໂຮງແຮມຈຳປາສັກແກຣນ, ຈຳນວນ 10 ຫ້ອງ, ຖ້າມີຫຼາຍພາກສ່ວນສົນໃຈ ແມ່ນສາມາດເພີ່ມຈຳນວນໄດ້
  • ພາກສ່ວນສົນໃຈເຂົ້າຮ່ວມວາງສະແດງ: 1) ສະມາຄົມຫັດຖະກຳແຂວງຈຳປາສັກ, 2) ການບິນລາວ, 3) ບໍລິສັດກາເຟດາວ, 4) ເມືອງໂພນທອງ (ສິນຄ້າຫັດຖະກຳທ້ອງຖິ່ນ), 5) ທະນາຄານ LDB, 6) ສະມາຄົມໂຮງແຮມ ແລະ ຮ້ານອາຫານແຂວງຈຳປາສັກ, 7) ສະມາຄົມທຸລະກິດທ່ອງທ່ຽວແຂວງຈຳປາສັກ, 8. ບໍລິສັດ Toyota, 9) ບໍລິສັດຄຣີນແອັດເວັນເຈີ (Green Adventure / Green Discovery), 10) ພະແນກ ຖວທ ແຂວງຈຳປາສັກ.
  • ກິດຈະກຳຈົກສະຫຼາກ: ພະແນກ ຖວທ ແຂວງຈຳປາສັກ ເປັນເຈົ້າການຮ່ວມກັບກຸ່ມພະນັກງານນຳທ່ຽວແຂວງຈຳປາສັກ. ສະເໜີໃຫ້ພະນັກງານນຳທ່ຽວແຂວງ ເປັນພິທີກອນດຳເນີນກິດຈະກຳມ່ວນຊື່ນກັບນັກແລ່ນ. ສະເໜີກະຊວງ ຖວທ ຊ່ວຍທາງດ້ານກິດຈະກຳຈົກສະຫຼາກຕອບຄຳຖາມຊິງລາງວັນ. ບໍລິສັດຄຣີນແອັດເວັນເຈີ ຈະຮ່ວມກັບພະແນກ ຖວທ ແຂວງຈຳປາສັກ ໃນການລະດົມການປະກອບສ່ວນຂອງພາກທຸລະກິດ ໃນຮູບແບບການສະໜອງຄູປອງສ່ວນຫຼຸດ ແລະ ອື່ນໆ.
  • ຄາດຄະແນຈຳນວນນັກແລ່ນ: 800 ຄົນ + ຜູ້ຮ່ວມເດີນທາງ
  • ສະເໜີໃຫ້ບໍລິສັດຄຣີນແອັດເວັນເຈີ ຮ່າງວາລະເພື່ອສົ່ງໃຫ້ພະແນກ ຖວທ ແຂວງຈຳປາສັກ
    ການໂຄສະນາພາຍໃນແຂວງ
  • ສະເໜີໃຫ້ບໍລິສັດຄຣີນແອັດເວັນເຈີ ປະສານກັບສື່ພາຍໃນແຂວງ ເພື່ອລົງໂຄສະນາກ່ຽວກັບງານແລ່ນ

ເອກະສານກອງປະຊຸມ: https://bit.ly/3KAwKNo