Pakse Half Marathon received a lot of attention from runners in Laos and foreign countries

ງານແລ່ນປາກເຊຮາບມາຣາທອນ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຈາກນັກແລ່ນພາຍໃນ ແລະ ຕ່າງປະເທດ

ທ່ານ ອິນທີ ເດືອນສະຫວັນ, ປະທານ Inthira Group ເຊິ່ງ Green Step ແມ່ນບໍລິສັດໃນເຄືອ ທີ່ເປັນເຈົ້າການໃນງານນີ້ໄດ້ກ່າວວ່າ: ມື້ນີ້ມີນັກແລ່ນທັງໝົດຈຳນວນ 800 ຄົນ ເຊິ່ງເຕັມຕາມຈຳນວນທີ່ເປີດຮັບສະໝັກ, ມີຫຼາຍຄົນທີ່ສະໝັກບໍ່ທັນ ແຕ່ກໍຢາກມາຮ່ວມໂດຍບໍ່ມີເສື້ອ ແລະ ເບີແລ່ນ. ປີໜ້າແມ່ນຈະເປີດຮັບຫຼາຍຂຶ້ນ ເປັນຈຳນວນ 2,000 ຄົນ.

ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແມ່ນໜຶ່ງໃນບັນດາພາກສ່ວນສະໜັບສະໜູບງົບປະມານໃນການຈັດງານຄັ້ງນີ້, ເນື່ອງຈາກເປັນງານທີ່ສາມາດກະຕຸ້ນການທ່ອງທ່ຽວ. ນອກຈາກນັ້ນ, ພະແນກ ຖວທ ແຂວງຈຳປາສັກ ຍັງເປັນເຈົ້າການໃນການປະສານສົມທົບກັບອຳນາດການປົກຄອງແຂວງ, ເມືອງ ແລະ ພາກທຸລະກິດ ເພື່ອອຳນວຍຄວາມສະດວກທາງດ້ານຄວາມປອດໄພ, ຈາລະຈອນ, ປະຖົມພະຍາບານ, ວາງສະແດງສິນຄ້າ, ຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວ ແລະ ເຮັດກິດຈະກຳມ່ວນຊື່ນເພື່ອຊິງລາງວັນຮ່ວມກັບນັກແລ່ນ.

ງານແລ່ນຄັ້ງນີ້ ໄດ້ຮັບກຽດເປັນປະທານກ່າວເປີດໂດຍ ທ່ານ ໂສມ ບຸດຕະກຸນ, ເລຂາພັກແຂວງ, ຮອງເຈົ້າແຂວງໆຈຳປາສັກ. ມີຂະແໜງການອ້ອມຂ້າງ, ພາກທຸລະກິດ, ນັກແລ່ນພາຍໃນແຂວງຈຳປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ໂດຍສະເພາະນັກແລ່ນຈາກປະເທດໄທ ເຂົ້າຮ່ວມ.

ຕາງໜ້າໃຫ້ໂຄງການ, ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2, ກະຊວງ ຖວທ ຂຶ້ນມອບລາງວັນ ທີ 1 ແລະ ທີ 2 ໃຫ້ແກ່ນັກແລ່ນປະເພດຍິງ

ດາວໂຫຼດຮູບພາບ: https://photo.thai.run/paksehalfmarathon2023

ທ່ານສາມາດເບິ່ງຜົນການແລ່ນຢູ່ເວັບໄຊຂ້າງລຸ່ມໃນໄວໆນີ້: https://my.raceresult.com/252927/results

ງານແລ່ນອື່ນໆໃນປີນີ້ ທີ່ເຄືອຂ່າຍພາກລັດ ແລະ ພາກທຸລະກິດ ຈະຮ່ວມກັນຈັດແມ່ນ:

  • ງານແລ່ນວິບາກຫຼວງພະບາງ LuangPrabang Ultra-Trail, 21 – 22 ຕຸລາ 2023
  • ງານແລ່ນວັງວຽງຮາບພລາສມາຣາທອນ Vang Vieng Half Plus Marathon (ເສັ້ນທາງວົງແຫວນຟາກນໍ້າຊອງ), 16 – 17 ທັນວາ 2023