Luang Prabang Destination Management Network (DMN) Meeting

ກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວແຂວງຫຼວງພະບາງ

ວັນທີ 23 ຕຸລາ 2023 ທີ່ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ຮ່ວມກັບ ກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (ເຄືອຂ່າຍ DMN) ແຂວງຫຼວງພະບາງຂຶ້ນ ທີ່ພະແນກ ຖວທ ແຂວງຫຼວງພະບາງ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ໂຄງການ ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງ ຖວທ, ທະນາຄານພັດທະນາອາຊີ (ADB).

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ, ຜູ້ຈັດການໂຄງການ ຄພສທ 2 ຂັ້ນສູນກາງ ແລະ ທ່ານ ປອ ນາງ ສຸດາພອນ ຄົມທະວົງ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ແຂວງຫຼວງພະບາງ, ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ ແລະ ທັງເປັນຫົວໜ້າໂຄງການ ຄພສທ 2 ແຂວງຫຼວງພະບາງ.

ຜູ້ເຂົ້າຮ່ວມກອງປະຊຸມປະກອບມີ ທ່ານ ສູນ ມະນີວົງສ໌, ຫົວໜ້າ ໂຄງການ ຄພສທ 2 ຂັ້ນສູນກາງ, ຊ່ຽວຊານໂຄງການ, ຄະນະພະແນກ ແລະ ວິຊາການຈາກ ກະຊວງ ຖວທ, ຄະນະບໍລິຫານງານ ແລະ ສະມາຊິກເຄືອຂ່າຍ DMN ແຂວງຫຼວງພະບາງ ກໍຄືບັນດາພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວແຂວງຫຼວງພະບາງ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງເຄືອຂ່າຍ DMN ແຂວງຫຼວງພະບາງ ປະຈຳປີ 2023 ແລະ ກະກຽມກິດຈະກຳໄລຍະເດືອນ ຕຸລາ – ທັນວາ 2023 ເຊິ່ງສາມາດສັງລວມລຸ່ມນີ້:

ຈັດງານເທສະການ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວ (Tourism events)

  • ສຳເລັດຈັດງານຕະຫຼາດນັດຊາວບ້ານຢູ່ສູນຫັດຖະກຳອອກພົບຕົກ ໃນເດືອນມີນາ 2023
  • ສຳເລັດຈັດງານບຸນປີໃໝ່ລາວ ໄລຍະເດືອນເມສາ 2023
  • ສຳເລັດການຈັດງານແລ່ນວິບາກຫຼວງພະບາງ ລະຫວ່າງວັນທີ 21 – 22 ຕຸລາ 2023
  • ກະກຽມຈັດງານແລ່ນຫຼວງພະບາງຮາຟມາຣາທອນ / ແລ່ນເພື່ອເດັກນ້ອຍ ວັນທີ 28 ຕຸລາ 2023
  • ກະກຽມຈັດບຸນໄຫຼເຮືອໄຟ ວັນທີ 30 ຕຸລາ 2023
  • ກະກຽມຈັດພິທີຖະແຫຼງຂ່າວປີທ່ອງທ່ຽວ 2024 ຢູ່ຫຼວງພະບາງ ໄລຍະເດືອນພະຈິກ – ທັນວາ 2023
    .
    ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ (Travel trade fairs)
  • ກະກຽມເຂົ້າຮ່ວມງານວາງສະແດງ ATF TRAVEX 2024 ລະຫວ່າງວັນທີ 22 – 27 ມັງກອນ 2024. ສະມາຄົມໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທິງ-ຄາຣາໂອເກະ, ຮ້ານນວດ ແລະ ສະປາແຂວງຫຼວງພະບາງ ແລະ ສະມາຄົມທຸລະກິດທ່ອງທ່ຽວແຂວງຫຼວງພະບາງ (Luang Prabang Travel Agents Association – LUTA) ຈະເຂົ້າຮ່ວມ
  • ກະກຽມລາຍການທ່ອງທ່ຽວແຂວງຫຼວງພະບາງທີ່ພາກທຸລະກິດສົນໃຈຂາຍເພື່ອບັນຈຸເຂົ້າໃນເວັບໄຊງານ ATF, ສະມາຄົມທຸລະກິດທ່ອງທ່ຽວແຂວງຫຼວງພະບາງ (Luang Prabang Travel Agents Association – LUTA) ເປັນເຈົ້າການ, ສົ່ງໃຫ້ພະແນກ ຖວທ ແຂວງຫຼວງພະບາງ ພາຍໃນວັນທີ 10 ພະຈິກ 2023
  • ກະກຽມຈັດ Pre and post hosted tours ສຳລັບສື່ມວນຊົນ ແລະ ຜູ້ຊື້ (buyers) ໄລຍະງານ ATF 2024, ສະມາຄົມໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທິງ-ຄາຣາໂອເກະ, ຮ້ານນວດ ແລະ ສະປາແຂວງຫຼວງພະບາງ ແລະ ສະມາຄົມທຸລະກິດທ່ອງທ່ຽວແຂວງຫຼວງພະບາງ ເປັນເຈົ້າການຄົ້ນຄວ້າ ແລ້ວສົ່ງໃຫ້ພະແນກ ຖວທ ແຂວງຫຼວງພະບາງ ພາຍໃນວັນທີ 10 ພະຈິກ 2023
    .
    ຈັດງານ FAM Trip
  • ສຳເລັດຈັດງານ FAM Trip ສຳລັບສື່ມວນຊົນໃນເຂດພາກພື້ນ, ຄົນມີຊື່ສຽງ, ບໍລິສັດທ່ອງທ່ຽວໃນເຂດພາກພື້ນ ແລະ ສາກົນ ລະຫວ່າງວັນທີ 25 ກັນຍາ – 01 ຕຸລາ 2023, ໂດຍການສະໜັບສະໜູນຂອງໂຄງການ Lasting Laos ລາວຍືນຍາວ
    .
    ການພັດທະນາທັກສະຄວາມສາມາດ (Skills Development)
  • ສຳເລັດຈັດຝຶກອົບຮົມດ້ານການນວດແຜນບູຮານ, ການບໍລິການແມ່ເຮືອນ
  • ກະກຽມຝຶກອົບຮົມການປຸງແຕ່ງອາຫານຈີນ
    .
    ຫຼັງຈາກນັ້ນ, ກອງປະຊຸມໄດ້ລະດົມແນວຄວາມຄິດເຂົ້າໃນ ແຜນກິດຈະກຳຂອງເຄືອຂ່າຍ DMN ແຂວງຫຼວງພະບາງປະຈໍາປີ 2024 ເຊິ່ງສາມາດສັງລວມດັ່ງລຸ່ມນີ້:
    .
    ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ ແລະ ງານເທສະການ (Tourism events & festivals)
  • ຈັດງານຕະຫຼາດນັດຊາວບ້ານຢູ່ສູນຫັດຖະກຳອອກພົບຕົກ, ວັນທີ 08 – 10 ມີນາ 2024
  • ຈັດງານສະເຫຼີມຫຼອງປີໃໝ່ລາວ, ເມສາ 2024
  • ຈັດບຸນໄຫຼເຮືອໄຟ, ພ້ອມທັງງານຕະຫຼາດນັດບ້ານຊ່າງຄ້ອງ, ເທສະການໂຄມໄຟ ແລະ ອື່ນໆ, ເດືອນຕຸລາ 2024
  • ຈັດງານຫຼວງພະບາງງາມແທ້ໂອ, ຕຸລາ 2024
    .
    ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ (trade fairs)
  • ATF TRAVEX 2024, 22 – 27 ມັງກອນ 2024
  • ຈັດງານ Roadshow ໄປປະເທດໄທ ເດືອນກຸມພາ: ຊຽງໃໝ່, ນານ
  • ຈັດກິດຈະກຳສົ່ງເສີມການທ່ອງທ່ຽວລາວ-ໄທ
  • ITB Asia Singapore, 23 – 25 ຕຸລາ 2024
  • JATA Japan 2024
  • KOTFA 2024, ສ ເກົາຫຼີ
  • ໄທທ່ຽວໄທ 2024 (B2C)
  • TTM PLUS 2024
  • ງານແລ່ນວິບາກຫຼວງພະບາງ, ເດືອນຕຸລາ 2024
    .
    ການພັດທະນາທັກສະຄວາມສາມາດ (Skills Development)
  • ຈັດຝຶກອົບຮົມດ້ານການບໍລິການ
  • ເຂົ້າຮ່ວມງານສຳມະນາກະກຽມຄວາມພ້ອມໃຫ້ຜູ້ປະກອບການໃນເຂົ້າຮ່ວມງານວາງສະແດງທ່ອງທ່ຽວ ATF TRAVEX 2024