National DMN Meeting 2023

ກອງປະຊຸມເຄືອຂ່າຍ DMN ຂັ້ນສູນກາງ

ໃນວັນສຸກ ທີ 03 ພະຈິກ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມກອງປະຊຸມເຄືອຂ່າຍ DMN ຂັ້ນສູນກາງ ຂຶ້ນທີ່ໂຮງແຮມເສດຖາພາເລດ, ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງ ຖວທ.

ຈຸດປະສົງແມ່ນເພື່ອປຶກສາຫາລືກ່ຽວກັບການນຳໃຊ້ກາລະໂອກາດຂອງງານ ATF 2024 ເພື່ອໂຄສະການທ່ອງທ່ຽວລາວເຊັ່ນ ການເຂົ້າຮ່ວມງານວາງສະແດງ ATF TRAVEX 2024, ການແລກປ່ຽນປະສົບການຂອງພາກທຸລະກິດໃນການກະກຽມຄວາມພ້ອມ ແລະ ປະໂຫຍດຂອງການເຂົ້າຮ່ວມງານວາງສະແດງ, ກໍານົດລາຍການທ່ອງທ່ຽວທີ່ພາກທຸລະກິດສົນໃຈຂາຍເພື່ອບັນຈຸເຂົ້າເວັບໄຊ ATF, ການຈັດ Pre and post hosted tours ສຳລັບສື່ມວນຊົນ ແລະ ຜູ້ຊື້ (buyers), ການວາງສະແດງຢູ່ສະຖານທີ່ປະຊຸມ, ຄວາມຄືບໜ້າການກະກຽມປີທ່ອງທ່ຽວລາວ 2024 ແລະ ສ້າງແຜນກິດຈະກໍາຂອງເຄືອຂ່າຍ DMN ຂັ້ນສູນກາງ ປະຈຳປີ 2024.

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ທັງເປັນຜູ້ຈັດການໂຄງການ ຄພສທ 2 ແລະ ທ່ານ ອິນທີ ເດືອນສະຫວັນ, ຮອງຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ ແລະ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ).

ມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແໜງການທ່ອງທ່ຽວ.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການນຳໃຊ້ກາລະໂອກາດຂອງງານ ATF 2024 ເພື່ອໂຄສະການທ່ອງທ່ຽວລາວ ເຊິ່ງສັງລວມດັ່ງລຸ່ມນີ້:

1) ການເຂົ້າຮ່ວມງານວາງສະແດງ ATF TRAVEX 2024

  • ວັນທີ 22 – 27 ມັງກອນ 2024
  • ປະເພດງານ: B2B (Business to Business)
  • ຄ່າເຊົ່າຫ້ອງວາງສະແດງ (3 x 3 m): 2,900 USD
  • ບັດເຂົ້າງານ (Full Delegate): 680 USD ຕໍ່ ຄົນ, Co-Delegate: 500 USD ຕໍ່ ຄົນ
  • ຫ້ອງວາງສະແດງຂອງ ສປປ ລາວ (Laos Pavilion): 12 ຫ້ອງ, ໃນນັ້ນ ຂອງກະຊວງ ຖວທ 8 ຫ້ອງ, ໂຄງການ ຄພສທ 2 ຈຳນວນ 4 ຫ້ອງ.
  • ພາກສ່ວນທີ່ໄດ້ແຈ້ງການເຂົ້າຮ່ວມຕໍ່ກັບ ກະຊວງ ຖວທ ແລ້ວ
    -​ ຫ້ອງວາງວາງສະແດງຂອງ ສປປ ລາວ (Laos Pavilion): 1) Best Lao Travel, 2) Laos World Wide Journey, 3) Lao Nisshin Travel, 4) Lao Telecom, 5) Lata Laos, 6) ເຄືອຂ່າຍ DMN ຢູ່ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ແຂວງຈຳປາສັກ, 7) Green Discovery Laos + Asian Trails, 8) Lao Airlines ການບິນລາວ, 9) ໂຄງການ SUSTOUR / Lasting Laos ລາວຍືນຍາວ
  • ພາກສ່ວນທີ່ສົນໃຈເຂົ້າຮ່ວມ: 1) 8booking (2 ຫ້ອງ, ຫ້ອງໜຶ່ງຂໍຢູ່ Laos Pavilion),​2) Crowne Plaza Vientiane, 3) Settha Palace Hotel, 4) Lao Boutique Travel, 5) Landmark Mekong Riverside Hotel, 6) Mường Thanh Luxury Vientiane Hotel
  • ກະຊວງ ຖວທ ຈະແຈ້ງໃຫ້ຮູ້ຕື່ມ ຖ້າມີບັດ Trade Visitors
  • ຂໍ້ມູນເພີ່ມເຕີມກ່ຽວກັບງານ: www.atf.travel
  • ບາດກ້າວໃນຕໍ່ໜ້າ: ກອງເລຂາ ຈະສົ່ງຂໍ້ມູນຂ້າງເທິງ ນັບທັງລາຍຊື່ພາກທຸລະກິດ ໃຫ້ແກ່ຜູ້ຮັບຜິດຊອບປະສານງານຂອງກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ.
    .
    2) ການແລກປ່ຽນປະສົບການຂອງພາກທຸລະກິດໃນການກະກຽມຄວາມພ້ອມ ແລະ ປະໂຫຍດຂອງການເຂົ້າຮ່ວມງານວາງສະແດງ
  • ຖ້າໄດ້ເຊັນສັນຍາກັບບໍລິສັດໜຶ່ງ ແມ່ນຄຸ້ມຄ່າແລ້ວ
  • ໄລຍະນີ້ແມ່ນຈະມີຜູ້ຊື້ມາຫາຜູ້ຂາຍຈຳນວນຫຼາຍ ເພື່ອມາອັບເດດຂໍ້ມູນພາຍຫຼັງໂຄວິດ-19, ສປປ ລາວ ລາວ ກຳລັງເປັນຈຸດໝາຍປາຍທາງທີ່ສຳຄັນ ແລະ ໄດ້ຮັບການໂຄສະນາໃນຫຼາຍວາລະສານ
  • ຕ້ອງກະກຽມຕັ້ງແຕ່ຫົວທີ, ນັດໝາຍລ່ວງໜ້າ ເພາະຖ້າເປັນຜູ້ຊື້ລາຍໃຫຍ່ແມ່ນຕາຕະລາງນັດໝາຍເຂົາເຈົ້າຈະແໜ້ນຫຼາຍ
  • ຕ້ອງກະກຽມຜະລິດຕະພັນຫຼືລາຍການທ່ອງທ່ຽວທີ່ໜ້າສົນໃຈ, ກຽມຂໍ້ມູນ ແລະ ຈຸດເດັ່ນຂອງ ສປປ ລາວ
    .
    3) ກໍານົດລາຍການທ່ອງທ່ຽວທີ່ພາກທຸລະກິດສົນໃຈຂາຍເພື່ອບັນຈຸເຂົ້າເວັບໄຊ ATF
  • ບາງບໍລິສັດໄດ້ສົ່ງລາຍການທ່ອງທ່ຽວໃຫ້ກົມຄຸ້ມຄອງທຸລະກິດທ່ອງທ່ຽວ, ກະຊວງ ຖວທ ແລ້ວ
  • ຄຳຖາມຂອງພາກທຸລະກິດແມ່ນ ການເອົາລາຍການຂຶ້ນເວັບໄຊ ATF, ຖ້າມີຄົນຊື້ນຳ ແມ່ນບໍລິສັດມີຄ່າໃຊ້ຈ່າຍບໍ່? ກຳນົດເອົາຈັກລາຍການຕໍ່ໜຶ່ງບໍລິສັດ, ຖ້າລາຍການຄືກັນຈະເຮັດແນວໃດ, ສະເໜີໄດ້ຈັກບໍລິສັດ
  • ບາດກ້າວໃນຕໍ່ໜ້າ: ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ຈະສືບຕໍ່ປະສານງານກັບພາກທຸລະກິດ ເພື່ອກຳນົດລາຍການທ່ອງທ່ຽວ ແລະ ບັນຈຸເຂົ້າໃນເວັບໄຊ ATF
    .
    4) ການຈັດ Pre and post hosted tours ສຳລັບສື່ມວນຊົນ ແລະ ຜູ້ຊື້ (buyers)
  • Hosted by MICT, organized by DMN (Destination Management Network)
  • ເປົ້າໝາຍ: ສື່ມວນຊົນ 50 ສຳນັກ ແລະ ຜູ້ຊື້ (Buyers) ຈຳນວນ 200 ຄົນ
  • ກະຊວງ ຖວທ ແລະ ໂຄງການ ອພສທ 2 ມີງົບປະມານຈຳນວນໜຶ່ງ ສຳລັບການເດີນທາງມາຮອດ ສປປ ລາວ ແລະ ຄ່າໃຊ້ຈ່າຍພາຍໃນປະເທດ
  • ສະເໜີພາກທຸລະກິດປະກອບສ່ວນ ຫຼື ໃຫ້ສ່ວນຫຼຸດຄ່າບໍລິການ
  • ຈຸດໝາຍປາຍທາງ: ນະຄອນຫຼວງວຽງຈັນ, ເມືອງວັງວຽງ ແລະ ແຂວງຫຼວງພະບາງ.
  • ເນັ້ນການເດີນທາງດ້ວຍລົດໄຟ
  • ກຳນົດໄຮໄລ້ຂອງແຕ່ລະຈຸດໝາຍປາຍທາງການທ່ອງທ່ຽວ
  • ເສັ້ນທາງທ່ອງທ່ຽວພາກໃຕ້ຂອງລາວ, ເດີນທາງດ້ວຍເຮືອບິນ
  • ສະຖານທີ່ທ່ອງທ່ຽວທີ່ມີຄວາມພ້ອມ ສາມາດຈັດເອງ ເຊັ່ນ Soft Adventure: ນໍ້າປ່ຽນຢໍລະປ
  • ການປະກອບສ່ວນຂອງພາກທຸລະກິດ: ທີ່ພັກ, ອາຫານ, ຂົນສົ່ງ, ພະນັກງານນໍາທ່ຽວ
  • ຈັດງານພົບປະຜູ້ຊື້-ຜູ້ຂາຍ ໄລຍະ Pre and post hosted tours:
  • ບາດກ້າວໃນຕໍ່ໜ້າ: ສະເໜີຈັດປະຊຸມນ້ອຍຕ່າງຫາກກັບພາກທຸລະກິດ ແລະ ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ
    .
    5) Official tours ຢູ່ນະຄອນຫຼວງວຽງຈັນ
  • ວັນທີ 22 – 27 ມັງກອນ: ກະຊວງ ຖວທ ຈະຈັດລາຍການທ່ອງທ່ຽວສຳລັບບຸກຄົນທົ່ວໄປ ແລະ ພັນລະຍາຂອງບັນດາລັດຖະມົນຕີ
  • 8booking ຈະປະກອບສ່ວນເຮືອນຳທ່ຽວຕາມແມ່ນໍ້າຂອງ, ສະເໜີໃຫ້ບໍລິສັດປະສານກັບກົມຄຸ້ມຄອງທຸລະກິດການທ່ອງທ່ຽວຕື່ມ
    .
    6) ການວາງສະແດງຢູ່ສະຖານທີ່ປະຊຸມ
  • ສະຖານທີ່ປະຊຸມ: ໂຮງແຮມແລນມາກ
  • ວັນທີ 23 – 26 ມັງກອນ 2024
  • ກາລະໂອກາດ: ໃຫ້ຜູ້ເຂົ້າຮ່ວມກອງປະຊຸມເຫັນເຄື່ອງຫັດຖະກຳ, ເຫັນລາຍການທ່ອງທ່ຽວ, ຈັດໂຕະ ຫຼື ຫ້ອງວາງສະແດງຢູ່ຊັ້ນ 1 ຂອງຕຶກງານດອງໂຮງແຮມແລນມາກ.
  • ໂຕະຫັດຖະກຳ 4, ໂຕະລາຍການທ່ອງທ່ຽວ 2 ໂຕະ
  • ພາກສ່ວນສົນໃຈ: 1) ບໍລິສັດ MP Tour , 2) NAREE (ສະມາຊິກສະມາຄົມ Laos SMEs), 3) 8booking, 4) Best Lao Travel, 5) Lao Nisshin Travel and 6) Chakkavane Travel
  • ບາດກ້າວໃນຕໍ່ໜ້າ: ກະຊວງ ຖວທ ຈະະສືບຕໍ່ປະສານກັບພາກທຸລະກິດ
    .
    ທ່ານ ນາງ ມະນີສາຄອນ ທຳມະວົງໄຊ, ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ ໄດ້ລາຍງານຄວາມຄືບໜ້າການກະກຽມປີທ່ອງທ່ຽວລາວ 2024
  • ຄຳຂວັນ: ທ່ອງທ່ຽວລາວປອດໄພ, ຊື່ນໃຈ, ປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ. ໄດ້ນຳສະເໜີການນຳກະຊວງ ແລະ ການນຳລັດຖະບານແລ້ວ. ໂລໂກ້ ຍັງຢູ່ໃນຂັ້ນຕອນຮັບຮອງຈາກຫ້ອງການ ສນຍ
  • ພິທີຖະແຫຼງຂ່າວ: ວັນທີ 13 ພະຈິກ 2023 ຢູ່ໂຮງແຮມດອນຈັນ
  • ພິທີເປີດ: ວັນທີ 23 ພະຈິກ 2023, ກະຊວງ ຖວທ ສົມທົບກັບພະແນກ ຖວທ ນະຄອນຫຼວງວຽງຈັນ ແລະ ຫ້ອງວ່າການນະຄອນຫຼວງວຽງຈັນ
  • ກິດຈະກຳທ່ອງທ່ຽວ: 79 ກິດຈະກຳ
  • ກຳລັງອອກແບບປະຕິທິນທ່ອງທ່ຽວ (Event Calendar) 2 ພາສາ, ຈະຈັດພິມອາທິດໜ້າ
  • ການໂຄສະນາ: ເລີ່ມແຕ່ປີ 2023, ກຳລັງຜະລິດວີດີໂອໂຄສະນາການທ່ອງທ່ຽວລາວ, ອອກແບບເຄື່ອງທີ່ລະນຶກ (ລໍຖ້າໂລໂກ້ປີທ່ອງທ່ຽວ), ກໍາລັງຖ່າຍທໍາ ແລະ ຕັດຕໍ່ວີດີໂອ ແຄມເປນທ່ອງທ່ຽວ ຄອນເຊັບ ສະບາຍສະບາຍ
  • ກະກຽມຈັດ FAM Trip ສຳລັບນັກຂ່າວຈາກ ສປ ຈີນ ຕາມເສັ້ນທາງລົດໄຟ ແລະ ເສັ້ນທາງຈຳປາສັກ. ສຳລັບ influencers and media ຈາກໄທ ແມ່ນຮ່ວມກັບລາຍການ @Thai Lao Together, ສະເໜີພາກທຸລະກິດມີສ່ວນຮ່ວມ
  • ກະກຽມຈັດ Roadshow ໄປໄທ
  • ງານວາງແດງປີ 2024: ITB Berlin, ງານວັນລາວຢູ່ຍີ່ປຸ່ນ, CITM China, ITE in Sep, China ASEAN Expo Guilin Nov, TTM Thailand May – June.
  • ບາດກ້າວໃນຕໍ່ໜ້າ: ກົມໂຄສະນາການທ່ອງທ່ຽວ ຈະສົ່ງເອກະສານໃຫ້ບັນຫາຫົວໜ່ວຍທຸລະກິດ ເພື່ອກຳນົດສ່ວນຫຼຸດການບໍລິການ ແລະ ໂຄສະນາໃນສື່ຕ່າງໆ
    .
    ທ່ານ ອາດິດຕະ ກິດຕິຄຸນ, ຄະນະອຳນວຍການ RDK Group ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຄມເປນໂຄສະນາການທ່ອງທ່ຽວລາວ ດັ່ງນີ້:
  • ໄດ້ອອກແບບໂລໂກ້ປີທ່ອງທ່ຽວລາວ, ກຳລັງລໍຖ້າຄຳເຫັນຂອງຫ້ອງການ ສນຍ
  • ແຄມເປນໂຄສະນາການທ່ອງທ່ຽວລາວ ຈະນຳໃຊ້ 3 ຍຸດທະສາດ: 1) ສື່ສັງຄົມອອນລາຍ, ໄດ້ເລີ່ມໂຄສະນາໄປສ່ວນໜຶ່ງແລ້ວ, ເມື່ອລັດຖະບານອະນຸມັດ ແມ່ນຈະໂຄສະນາຫຼາຍຂຶ້ນຕື່ມ, 2) ວີດີໂອໂຄສະນາສັ້ນ: 8 ສາກ ເພື່ອນຳສະເໜີຄອນເຊັບ ສະບາຍສະບາຍ. ນັກທ່ອງທ່ຽວຈະພົບກັບຄົນ 8 ປະເພດ, ເດືອນທັນວາ 2023 ຈະສຳເລັດໝົດ. 3) ການປະຊາສຳພັນ (PR amplitication): ກຳລັງລໍຖ້າການອະນຸມັດຂອງລັດຖະບານກ່ຽວກັບກິດຈະກຳຕ່າງໆ, ຈະຈັດ Influencer Exploration Trip ຮ່ວມກັບພາກທຸລະກິດໃນການປະກອບສ່ວນຄ່າໃຊ້ຈ່າຍ
    .
    ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນເຂົ້າໃນ ແຜນກິດຈະກຳຂອງເຄືອຂ່າຍ DMN ຂັ້ນສູນກາງ ປະຈຳປີ 2024, ທ່ານສາມາດອ່ານລາຍລະອຽດໃນເອກະສານກອງປະຊຸມ
    .
    Download ເອກະສານກອງປະຊຸມ: https://bit.ly/3rFg6Wz