Champasak DMN Meeting

ກອງປະຊຸມເຄືອຂ່າຍ DMN ແຂວງຈຳປາສັກ

ວັນອັງຄານ ທີ 07 ພະຈິກ 2023 ທີ່ຜ່ານມາ,​ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (ເຄືອຂ່າຍ DMN) ແຂວງຈຳປາສັກ ຂຶ້ນທີ່ພະແນກ ຖວທ ແຂວງຈຳປາສັກ, ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງ ຖວທ.

ກອງປະຊຸມໄດ້ດຳເນີນ ໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ທັງເປັນຜູ້ຈັດການໂຄງການ ຄພສທ 2 ຂັ້ນສູນກາງ ແລະ ທ່ານ ສຸລິນ ເພັດທານີ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ແຂວງຈຳປາສັກ, ຮອງຫົວໜ້າພະແນກ ຖວທ ແຂວງຈໍາປາສັກ ແລະ ທັງເປັນຫົວໜ້າໂຄງການ ຄພສທ 2 ແຂວງຈຳປາສັກ.

ມີເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ ໂດຍສະເພາະແມ່ນຄະນະບໍລິຫານ ແລະ ສະມາຊິກເຄືອຂ່າຍ DMN ແຂວງຈຳປາສັກ, ໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແໜງການທ່ອງທ່ຽວ, ຄະນະພະແນກ ແລະ ວິຊາການຈາກກົມພັດທະນາການທ່ອງທ່ຽວ, ຄະນະຮັບຜິດຊອບ ແລະ ຊ່ຽວຊານໂຄງການ ຄພສທ 2.

ກອງປະຊຸມໄດ້ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງເຄືອຂ່າຍ DMN ແຂວງຈຳປາສັກ ປະຈຳປີ 2023 ເຊິ່ງສັງລວມດັ່ງລຸ່ມນີ້:

ຈັດງານເທສະການ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວ (Tourism Promotion Events)

– ຈັດງານບຸນວັດພູ, ເມືອງຈຳປາສັກ, ເດືອນກຸມພາ

– ຈັດງານບຸນກາເຟ, ນະຄອນປາກເຊ, ເດືອນກຸມພາ

– ຈັດງານແຂ່ງຂັນ Asia Cross Rally 2023, 19 – 21 ສິງຫາ 2023

– ຈັດງານແລ່ນປາກເຊຮາບມາຣາທອນ (Pakse Half Marathon), ນະຄອນປາກເຊ, 24 ກັນຍາ 2023

– ຈັດບຸນຊ່ວງເຮືອ, ນະຄອນປາກເຊ, ເດືອນຕຸລາ

ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ (Travel Trade Fairs)

– ເຂົ້າຮ່ວມງານວາງສະແດງ Made in Laos, ນະຄອນຫຼວງວຽງຈັນ, ເດືອນກຸມພາ

– ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ BITE ຢູ່ ສປ ຈີນ, 16 – 18 ມິຖຸນາ 2023

– ເຂົ້າຮ່ວມງານ B2C Roadshow ຢູ່ຈັງຫວັດອຸດອນ, ປະເທດໄທ, ເດືອນພະຈິກ

– ເຂົ້າຮ່ວມງານພົບປະລະຫວ່າງ ສສ ຫວຽດນາມ, ອຸບົນ ແລະ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ

ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນອາຊຽນ (ASEAN Community Based Tourism – CBT and Homestay Standards)

– ບ້ານຫຼັກສີ່ສິບ, ຕາດເຍືອງ, ເມືອງປາກຊ່ອງ: ໄດ້ຮັບລາງວັນມາດຕະຖານ CBT ອາຊຽນໃນປີ 2023. ຈະຊຸກຍູ້ໃຫ້ມີໂຮມສະເຕ, ສ້າງຄວາມເຂັ້ມແຂງ ແລະ ປະກອບອຸປະກອນຈຳນວນໜຶ່ງ

– ບ້ານໜອງຫຼວງ, ເມືອງປາກຊ່ອງ: ໄດ້ຮັບລາງວັນມາດຕະຖານ CBT ອາຊຽນໃນປີ 2017 ແລະ 2023. ມີທ່າແຮງຂະຫຍາຍຈຳນວນໂຮມສະເຕ, ຈະສ້າງຄວາມເຂັ້ມແຂງ ແລະ ປະກອບອຸປະກອນຈຳນວນໜຶ່ງ

– ດອນຊົມ, ເມືອງໂຂງ: ປະເມີນແລ້ວ, ຈະຊຸກຍູ້ໃຫ້ໄດ້ມາດຕະຖານ CBT

– ກຸ່ມບ້ານໜອງຢາເທິງ, ເມືອງປາກຊ່ອງ: ປະເມີນແລ້ວ, ຈະຊຸກຍູ້ໃຫ້ໄດ້ມາດຕະຖານ CBT ເຊື່ອມໂຍງກັບກິດຈະກຳທ່ອງທ່ຽວຂອງ Mystic Mountain Homestay ແລະ ຂະຫຍາຍຈຳນວນໂຮມສະເຕ

ຈັດຝຶກອົບຮົມໃຫ້ແກ່ທຸລະກິດໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

– ໄດ້ຈັດຝຶກອົບຮົມຫົວຂໍ້ ການບໍລິການສ່ວນໜ້າ ແລະ ການບໍລິການອາຫານ ແລະ ເຄື່ອງດື່ມ ໃຫ້ທຸລະກິດໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານຢູ່ນະຄອນປາກເຊ, ເມືອງປາກຊ່ອງ ແລະ ເມືອງໂຂງ

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນເຂົ້າໃນແຜນກິດຈະກຳຂອງເຄືອຂ່າຍ DMN ແຂວງຈຳປາສັກ ປະຈຳປີ 2024 ດັ່ງນີ້:

ຈັດງານເທສະການ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວ (Tourism Promotion Events)

– ຈັດງານແລ່ນດອນເດດ-ດອນຄອນຮາບມາຣາທອນ (Don Det – Don Khone Half Marathon), ເມືອງໂຂງ, 17 ມີນາ 2024. ບໍລິສັດ Green Discovery Laos / Green Step ຈະຢັ້ງຢືນຄວາມເປັນໄປໄດ້ໃນການຈັດງານຕື່ມ.

– ຈັດງານແລ່ນປາກເຊຮາບມາຣາທອນ (Pakse Half Marathon), ນະຄອນປາກເຊ, 24 ກັນຍາ 2024. ຈັດໂດຍ Green Discovery Laos / Green Step

ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ (Travel Trade Fairs)

– ເຂົ້າຮ່ວມງານວາງສະແດງທ່ອງທ່ຽວອາຊຽນ ATF TRAVEX 2024, ນະຄອນຫຼວງວຽງຈັນ, 22 – 27 ມັງກອນ 2024. ໂຄງການ ຄພສທ 2 ຈະສະໜັນສະໜູນຄ່າເຊົ່າຫ້ອງວາງສະແດງໃຫ້ເຄືອຂ່າຍ DMN ແຂວງຈຳປາສັກ, ພາກທຸລະກິດຊື້ບັດເຂົ້າຮ່ວມງານດ້ວຍຕົນເອງ. ພາກສ່ວນສົນໃຈເຂົ້າຮ່ວມແມ່ນ 1) ບໍລິສັດພັດທະນາແຫຼ່ງທ່ອງທ່ຽວນຳ້ຕົກຕາດເຍືອງ (Tad Gneuang Waterfall น้ำตกตาดเยือง), 2) ບໍລິສັດທ່ອງທ່ຽວ GreenParadiseTravel 3) ສະມາຄົມທຸລະກິດທ່ອງທ່ຽວແຂວງຈຳປາສັກ (Champasak Travel Agent Association) ຈະລະດົມສະມາຊິກເຂົ້າຮ່ວມ.

– ຈັດກອງປະຊຸມປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງລາວ, ຫວຽດນາມ, ກຳປູເຈຍ ແລະ ໄທ ໄລຍະງານແລ່ນດອນເດດ-ດອນຄອນຮາບມາຣາທອນ, ເດືອນມີນາ 2024

– ຈັດຂະບວນຄາຣາວານ 3 ແຂວງ 3 ປະເທດ ລະຫວ່າງ ລາວ – ໄທ – ກຳປູເຈຍ

– ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ ITB Berlin, ມີນາ 2024

– ງານ TTM, ໄທ, ມິຖຸນາ 2024

– ງານ ITE HCMC – International Travel Expo Ho Chi Minh City, ກັນຍາ 2024

– ງານ CITIE ທີ່ນະຄອນກວາງໂຈ, ສປ ຈີນ, ກັນຍາ 2024

ມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard)

– ສະເໜີຮັບລາງວັນໄລຍະກອງປະຊຸມທ່ອງທ່ຽວອາຊຽນ ATF, ວັນທີ 26 ມັງກອນ 2024 ຈຳນວນ 15 ແຫ່ງ, ໃນນັ້ນ 10 ແຫ່ງແມ່ນເຄີຍໄດ້ຮັບລາງວັນແລ້ວແຕ່ໝົດອາຍຸ ແລະ 5 ແຫ່ງ ແມ່ນເປົ້າໝາຍໃໝ່.

ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນອາຊຽນ (ASEAN Community Based Tourism – CBT and Homestay Standards)

– ສືບຕໍ່ຊຸກຍູ້ 4 ບ້ານເປົ້າໝາຍດັ່ງນີ້: 1) ບ້ານຫຼັກສີ່ສິບ, ຕາດເຍືອງ, ເມືອງປາກຊ່ອງ, 2) ບ້ານໜອງຫຼວງ, ເມືອງປາກຊ່ອງ, 3) ດອນຊົມ, ເມືອງໂຂງ, 4) ກຸ່ມບ້ານໜອງຢາເທິງ, ເມືອງປາກຊ່ອງ

ຈັດຝຶກອົບຮົມດ້ານການບໍລິການໃຫ້ແກ່ທຸລະກິດໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

– ຫົວຂໍ້ຝຶກອໄບຮົມ ການບໍລິການສ່ວນໜ້າ, ແມ່ບ້ານ ຫຼື ການອະນາໄມຫ້ອງພັກ, ການບໍລິການອາຫານ ແລະ ເຄື່ອງດື່ມ, ການປຸງແຕ່ງອາຫານ ແລະ ເຄື່ອງດື່ມ ສຳລັບດອນເດດ ແລະ ປາກເຊ, ການບໍລິຫານແບບມືອາຊີບ ສຳລັບເຈົ້າຂອງທຸລະກິດ ຢູ່ປາກເຊ ແລະ ເມືອງໂຂງ

ດາວໂຫຼດເອກະສານກອງປະຊຸມ: https://bit.ly/49aRzcZ