Vang Vieng DMN Meeting

ກອງປະຊຸມເຄືອຂ່າຍ DMN ເມືອງວັງວຽງ

ວັນສຸກ ທີ 10 ພະຈິກ 2023 ທີ່ຜ່ານມາ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງວັງວຽງ ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວເມືອງວັງວຽງ (Vang Vieng Destination Management Network – DMN) ຂຶ້ນ ທີ່ພັດທະນາຊົມວິວ, ເມືອງວັງວຽງ, ແຂວງວຽງຈັນ.

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງ ຖວທ ຮ່ວມກັບ ທ່ານ ດວງດາລາ ພວງຈັນລາ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ເມືອງວັງວຽງ ເຊິ່ງທັງເປັນຮອງຫົວໜ້າຫ້ອງການ ຖວທ ເມືອງວັງວຽງ.

ມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ ແລະ ກຸ່ມບໍລິການທ່ອງທ່ຽວ ພາຍໃນເມືອງວັງວຽງ, ບໍລິສັດທີ່ເປັນເຈົ້າການໃນການຈັດງານແຂ່ງຂັນກິລາເພື່ອສົ່ງເສີມການທ່ອງທ່ຽວ, ວິຊາການຈາກກົມພັດທະນາການທ່ອງທ່ຽວ ແລະ ຊ່ຽວຊານໂຄງການ ຄພສທ 2.

ຈຸດປະສົງແມ່ນເພື່ອທົບທວນການຈັດຕັ້ງປະຕິບັດແຜນກິດຈະກຳຂອງເຄືອຂ່າຍ DMN ເມືອງວັງວຽງ ປະຈຳປີ 2023 ແລະ ສ້າງແຜນກິດຈະກໍາຂອງເຄືອຂ່າຍ DMN ປະຈໍາປີ 2024 ໂດຍສະເພາະແມ່ນການກະກຽມເຂົ້າຮ່ວມງານວາງສະແດງທ່ອງທ່ຽວອາຊຽນ ATF TRAVEX 2024, ການຈັດງານແລ່ນວັງວຽງຮາບມາຣາທອນ, ງານແລ່ນວິບາກວັງວຽງ ແລະ ອື່ນໆ.

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງເຄືອຂ່າຍ DMN ເມືອງວັງວຽງ ປະຈຳປີ 2023 ໂດຍ ທ່ານ ໂຄຕະມີ ສີບໍລິບານ, ຮອງຫົວໜ້າຫ້ອງການ ຖວທ ເມືອງວັງວຽງ ແລະ ໄດ້ປະກອບຄຳຄິດຄຳເຫັນເຂົ້າໃນແຜນດັ່ງກ່າວ ເຊິ່ງສາມາດສັງລວມດັ່ງນີ້:

ການຕະຫຼາດການທ່ອງທ່ຽວ (Tourism Marketing)

– ຈັດງານແລ່ນວິບາກ V Trail ໂດຍບໍລິສັດ Green Discovery Laos / Green Step, ວັນທີ 04 – 05 ກຸມພາ 2023

– ຈັດງານ X-race ໂດຍ Box Underground Vientiane, ວັນທີ 13 ສິງຫາ 2023

– ຈັດງານບຸນຊ່ວງເຮືອຍາວນໍ້າຊອງ ມື້ອອກພັນສາ

– ຈັດງານບຸນບັ້ງໄຟ, ເດືອນມິຖຸນາ

ມາດຕະຖານການທ່ອງທ່ຽວອາຊຽນ (ASEAN Tourism Standards)

– ມາດຕະຖານໂຮງແຮມຂຽວອາຊຽນ: ປະເມີນ ແລະ ກະກຽມສະເໜີຮັບລາງວັນປີ 2024 ໄລຍະງານ ATF 2024 ຈຳນວນ 5 ແຫ່ງຄື: 1) Riverside Boutique Resort, Vang Vieng, 2) Inthira Vang Vieng, 3) S Vangvieng Boutique Hotel, 4) Tmark Resort Vangvieng ແລະ 5) Sanctuary Nam Ngum Beach Resort

– ມາດຕະຖານເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ: ປະເມີນ ບ້ານນາດາວ, ບ້ານນາທອງ, ບ້ານນາດ້ວງ ແລະ ບ້ານນາລ່ອງກວາງ. ກະກຽມສ້າງຄວາມເຂັ້ມແຂງ ແລະ ປະກອບອຸປະກອນໃຫ້ແກ່ ບ້ານນາດາວ ແລະ ບ້ານນາທອງ.

– ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ: ກະກຽມປະເມີນຄືນໃນເດືອນທັນວາ 2023

ການແກ້ໄຂປະກົດການຫຍໍ້ທໍ້

– ສ້າງ ແລະ ເຜີຍແຜ່ລະບຽບຄຸ້ມຄອງຕົວເມືອງວັງວຽງ, ຈັດກິດຈະກຳອະນາໄມລວມ

ການປັບປຸງສະຖານທີ່ ແລະ ກິດຈະກຳທ່ອງທ່ຽວ

– ອອກແບບຈຸດຊົມວິວຜາໜາມໄຊ, ໂຄງການ ຄພສທ 2, ກະຊວງ ຖວທ ຈະຊ່ວຍປັບປຸງທາງຂຶ້ນ ແລະ ຈຸດຊົມວິວ, ປະຊາຊົນປະກອບສ່ວນແຮງງານ

– ກະກຽມສ້າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ

ການພັດທະນາທັກສະຄວາມສາມາດ (Skills Development)

– ຈັດຝຶກອົບຮົມຫົວຂໍ້ການຕ້ອນຮັບແຂກ, ການບໍລິການອາຫານ ແລະ ເຄື່ອງດື່ມ, ທັກສະການເວົ້າ, ຈັນຍາບັນໃນການເຮັດວຽກ ແລະ ການປຸງແຕ່ງອາຫານທ້ອງຖິ່ນວັງວຽງ

– ກະກຽມຈັດຝຶກອົບຮົມຫົວຂໍ້ ມາດຕະຖານກິດຈະກຳທ່ອງທ່ຽວທາງນໍ້າ ໃຫ້ແກ່ກຸ່ມເຮືອຫາງຍາວ, ເຮືອກາຍັກ ແລະ ກົ່ງເບັ່ງ

ຫຼັງຈາກນັ້ນ, ທ່ານ ເພັດຈໍາພອນ ພອນສະດາ, ຜູ້ຈັດການຝ່າຍປະສານງານ ບໍລິສັດ Green Discovery Laos / Green Step ໄດ້ນຳສະເໜີກ່ຽວກັບງານແລ່ນວັງວຽງຮາບມາຣາທອນ (Vang Vieng Half Marathon), ວັນທີ 28 ມັງກອນ 2024 ຕາມເສັ້ນທາງວົງແຫວນຟາກຕາເວັນຕົກຂອງນໍ້າຊອງ ແລະ ງານແລ່ນວິບາກວັງວຽງ (V Trail 2024), ວັນທີ 03 – 04 ກຸມພາ 2024. ບໍລິສັດມີແຜນຈັດງານ Bike Week ແລະ ງານແຂ່ງຂັນລົດວິບາກຢູ່ເມືອງວັງວຽງ ໂດຍຮ່ວມກັບປະເທດເພື່ອນບ້ານ.

ກອງປະຊຸມເຫັນດີ ສະເໜີໃຫ້ບໍລິສັດເຮັດໜັງສືສະເໜີຫາຫ້ອງການ ຖວທ ເມືອງວັງວຽງ ກ່ຽວກັບການລົງສຳຫຼວດເສັ້ນທາງ, ການຂໍອະນຸຍາດຈັດງານ, ການປະສານງານກັບຂະແໜງສາທາລະນະສຸກກ່ຽວກັບການປະຖົມພະຍາບານເບື້ອງຕົ້ນ, ການປະສານງານກັບອຳນາດການປົກຄອງບ້ານ, ພິທີການ ແລະ ອື່ນໆ. ໄດ້ມີການສະເໜີໃຫ້ພາກທຸລະກິດພາຍໃນເມືອງ ມີສ່ວນຮ່ວມໃນການໂຄສະນາ, ຂາຍແພັດເກັດ ແລະ ເຂົ້າຮ່ວມກິດຈະກຳດັ່ງກ່າວ ແລະ ສະເໜີໃຫ້ມີຫຼາກຫຼາຍກິດຈະກຳໄລຍະງານເຊັ່ນ ກິດຈະກຳລ່ອງກົ່ງເບັ່ງ, ພາຍເຮືອກາຍັກ, ບອນລູນ, ລົດບັກກີ້ ແລະ ອື່ນໆ ເພື່ອໃຫ້ມີບັນຍາກາດຟົດຟື້ນ.

ຜູ້ເຂົ້າຮ່ວມໄດ້ລະດົມແນວຄວາມຄິດເຂົ້າໃນແຜນກິດຈະກຳຂອງເຄືອຂ່າຍ ປະຈຳປີ 2024 ຄື:

– ຈັດງານແລ່ນວັງວຽງຮາບມາຣາທອນ (Vang Vieng Half Marathon), ວັນທີ 28 ມັງກອນ 2024 ຕາມເສັ້ນທາງວົງແຫວນຟາກຕາເວັນຕົກຂອງນໍ້າຊອງ

– ຈັດງານແລ່ນວິບາກວັງວຽງ (V Trail 2024), ວັນທີ 03 – 04 ກຸມພາ 2024

– ເຂົ້າຮ່ວມງານວາງສະແດງທ່ອງທ່ຽວອາຊຽນ ATF TRAVEX 2024, ລະຫວ່າງວັນທີ 22 – 27 ມັງກອນ 2024, ສູນການຄ້າລາວໄອເຕັກ, ນະຄອນຫຼວງວຽງຈັນ. ໂຄງການ ຄພສທ 2 ຈະສະໜັບສະໜູນຫ້ອງວາງສະແດງສຳລັບພາກທຸລະກິດພາຍໃນເມືອງວັງວຽງ ແຕ່ພາກທຸລະກິດຈະຕ້ອງຮັບຜິດຊອບບັດເຂົ້າຮ່ວມງານດ້ວຍຕົນເອງ. ມີພາກທຸລະກິດສົນໃຈເຂົ້າຮ່ວມ 2 ແຫ່ງຄື: 1) S Vangvieng Boutique Hotel 2) Wonderful Tours Laos.

– ແລະ ກິດຈະກຳອື່ນໆສືບຕໍ່ຈາກແຜນກິດຈະກຳປະຈຳປີ 2023

ດາວໂຫຼດເອກະສານກອງປະຊຸມ: https://bit.ly/3MtVSGD