National Destination Management Network (DMN) Meeting

ວັນອັງຄານ ທີ 27 ພຶດສະພາ 2025, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (ເຄືອຂ່າຍ DMN) ຂັ້ນສູນກາງ ຂຶ້ນທີ່ໂຮງແຮມລາວພລາຊ່າ, ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຂອງ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project, ກະຊວງ ຖວທ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ ຄພສທ 2, ກະຊວງ ຖວທ ຮ່ວມກັບ ທ່ານ ອິນທີ ເດືອນສະຫວັນ, ຮອງຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ປະທານສະມາຄົມທຸລະກິດທ່ອງທ່ຽວລາວ.

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບງານມະຫະກຳທ່ອງທ່ຽວແມ່ນໍ້າຂອງ (Mekong Tourism Forum – MTF) 2025 ໂດຍ ທ່ານ ​ສົມໄຊ ສີປະເສີດ, ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ.

ຫຼັງຈາກນັ້ນ, ທ່ານ ນາງ ດວງມາລາ ພົມມະວົງ, ຮອງປະທານສະມາຄົມທຸລະກິດທ່ອງທ່ຽວລາວ ໄດ້ນຳສະເໜີກ່ຽວກັບຄວາມຄືບໜ້າການຈັດທັດສະນະສຶກສາ (FAM Trip) ໃຫ້ແກ່ສື່ມວນຊົນຕ່າງປະເທດ ແລະ influencers ລະຫວ່າງວັນທີ 19 – 25 ມິຖຸນາ 2025 ແລະ Post Tour ສຳລັບບໍລິສັດນຳທ່ຽວຕ່າງປະເທດ ລະຫວ່າງວັນທີ 26 – 29 ມິຖຸນາ 2025.

ທ່ານ ອິນທີ ເດືອນສະຫວັນ ໄດ້ນຳສະເໜີກ່ຽວກັບ ກອງປະຊຸມພາກທຸລະກິດໃນຂະແໜງທ່ອງທ່ຽວເຂດອະນຸພາກພື້ນແມ່ນໍ້າຂອງ (GMS Tourism Private Sector Workshop) ທີ່ສະມາຄົມທຸລະກິດທ່ອງທ່ຽວລາວເປັນປະທານ ຮ່ວມກັບ ຫ້ອງການປະສານງານການທ່ອງທ່ຽວແມ່ນໍ້າຂອງ (MTCO) ທີ່ໂຮງແຮມພູແມນ,​ ນະຄອນຫຼວງພະບາງ,​ໃນວັນທີ 25 ມິຖຸນາ 2025. ທ່ານ ອິນທີ ຍັງໄດ້ນຳສະເໜີກ່ຽວກັບ ການຈັດງານວາງສະແດງທ່ອງທ່ຽວລາວ (Laos Travel Exhibition) ລະຫວ່າງວັນທີ 18 – 21 ກັນຍາ 2025 ທີ່ສູນກາງຄ້າລາວໄອເຕັກ, ນະຄອນຫຼວງວຽງຈັນ ແລະ ງານແລ່ນມາຣາທອນສອງແຜ່ນດິນ ໄລຍະເດືອນພະຈິກ 2025 ຮ່ວມກັບຈັງຫວັດໜອງຄາຍ, ປະເທດໄທ.

ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີກ່ຽວກັບ ການອອກແບບສື່ໂຄສະນາສຳລັບງານມະຫາກຳທ່ອງທ່ຽວແມ່ນໍ້າຂອງ (Mekong Tourism Forum – MTF 2025) ເຊິ່ງຈະຈັດຂຶ້ນທີ່ນະຄອນຫຼວງພະບາງ ລະຫວ່າງວັນທີ 24 – 27 ມິຖຸນາ 2025 ໂດຍທ່ານ ອາດິດຕະ ກິດຕິຄຸນ, ຄະນະອຳນວຍການ RDK Group ເຊິ່ງປະກອບມີ ໂລໂກ້ຂອງງານ, ຜ້າສາກ, ປ້າຍໂຄສະນາ, ແຜນຜັງຫ້ອງປະຊຸມ, ເວທີ,​ ສະຖານທີ່ວາງສະແດງທ່ອງທ່ຽວ, ງານລ້ຽງ, Breakout Sessions ແລະ ອື່ນໆ. ທ່ານ ອາດິດຕະ ຍັງໄດ້ນຳສະເໜີກ່ຽວກັບ ການສ້າງແຄມເປນໂຄສະນາການທ່ອງທ່ຽວລາວໄລຍະລະດູຝົນ – ເບິ່ງຮູບພາບສຸດທ້າຍ (Green Season Tourism Campaign).

ກອງປະຊຸມໄດ້ປະກອບຄຳເຫັນຕາມຄຳຖາມເຈາະຈີ້ມຄື: ພາກທຸລະກິດຈະມີສ່ວນຮ່ວມແນວໃດ ເຂົ້າໃນກິດຈະກຳຂ້າງລຸ່ມນີ້:

1. ການສ້າງແຄມເປນໂຄສະນາການທ່ອງທ່ຽວລາວໄລຍະລະດູຝົນ (Green Season Tourism Campaign) ເດືອນມິຖຸນາ – ຕຸລາ?

2. ການຈັດທັດສະນະສຶກສາ (FAM Trip) ໃຫ້ແກ່ສື່ມວນຊົນ, influencers ແລະ ບໍລິສັດນຳທ່ຽວຕ່າງປະເທດ ໄລຍະງານ MTF ວັນທີ 19 – 29 ມິຖຸນາ 2025?

3. ງານວາງສະແດງທ່ອງທ່ຽວ (Tourism Exhibition) ໄລຍະງານ MTF, 24 – 26 ມິຖຸນາ 2025?

4. ກອງປະຊຸມພາກທຸລະກິດໃນຂະແໜງທ່ອງທ່ຽວເຂດອະນຸພາກພື້ນແມ່ນໍ້າຂອງ (GMS Tourism Private Sector Workshop) ວັນທີ 25 ມິຖຸນາ 2025?

5. ງານວາງສະແດງທ່ອງທ່ຽວລາວ (Laos Travel Exhibition) 18 – 21 ກັນຍາ 2025?

ທ່ານ ພູທອນ ດາລາລົມ, ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ,​ ກະຊວງ ຖວທ ໄດ້ນຳສະເໜີກ່ຽວກັບ ວຽກໂຄສະນາປະຊາສໍາພັນການທ່ອງທ່ຽວ, ວຽກສູນຂໍ້ມູນຂ່າວສານການທ່ອງທ່ຽວ ແລະ ວຽກເຂົ້າຮ່ວມງານວາງສະແດງຕ່າງປະເທດ.

ຜູ້ເຂົ້າຮ່ວມ ໄດ້ສືບຕໍ່ປະກອບຄຳເຫັນເຂົ້າໃນການສ້າງແຜນກິດຈະກຳຂອງເຄືອຂ່າຍ DMN ຂັ້ນສູນກາງປະຈຳປີ 2025 ດັ່ງນີ້:

– ວັນທີ 11 – 24 ພະຈິກ 2025: ນະຄອນຫຼວງວຽງຈັນຈະເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດຄັ້ງທີ 12, ພາກລັດ ກໍາລັງປະສານກັບທຸລະກິດທີ່ພັກແຮມ ແລະ ທຸລະກິດຮ້ານອາຫານທີ່ສາມາດສະໜອງອາຫານໃຫ້ນັກກິລາ

– ພະແນກ ຖວທ ນະຄອນຫວງວຽງຈັນ ຈະຈັດຄາລາວານທ່ອງທ່ຽວພາຍໃນ ເດືອນມິຖຸນາ 2025

– ເພື່ອເປັນການຜັນຂະຫຍາຍ ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ ປີ 2024, ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ ກຳລັງປັບປຸງ:

1. ດຳລັດວ່າດ້ວຍ ການສ້າງຕັ້ງສະພາສົ່ງເສີມການຕະຫຼາດການທ່ອງທ່ຽວລາວ ຮ່ວມກັບ ສຄອຊ, ກາງເດືອນມິຖຸນາ ຈະຈັດກອງປະຊຸມຄວາມສອດຄ່ອງ, ຜ່ານກອງປະຊຸມລັດຖະບານ ກໍລະກົດ – ສິງຫາ. ປະກາດໃຊ້ປີ 2025.

2. ດຳລັດວ່າດ້ວຍ ກອງທຶນທ່ອງທ່ຽວ

3. ດຳລັດວ່າດ້ວຍ ການບັນເທິງ

4. ດຳລັດວ່າດ້ວຍ ສະຖານທີ່ທ່ອງທ່ຽວ, ປະກາດໃຊ້ປີ 2025

ນອກຈາກນັ້ນ, ກຳລັງພັດທະນາການອອກໃບຕາເລັກແບບອອນລາຍ ເຊິ່ງຈະຈັດກອງປະຊຸມປຶກສາຫາລືພາກສ່ວນກ່ຽວຂ້ອງຕື່ມ.

ເອກະສານກອງປະຊຸມ: https://bit.ly/43bEcai