ກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວແຂວງຫຼວງພະບາງ ວັນທີ 23 ຕຸລາ 2023 ທີ່ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ຮ່ວມກັບ ກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (ເຄືອຂ່າຍ DMN) ແຂວງຫຼວງພະບາງຂຶ້ນ ທີ່ພະແນກ ຖວທ ແຂວງຫຼວງພະບາງ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ໂຄງການ ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງ ຖວທ, ທະນາຄານພັດທະນາອາຊີ (ADB). ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ…
ງານແລ່ນປາກເຊຮາບມາຣາທອນ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຈາກນັກແລ່ນພາຍໃນ ແລະ ຕ່າງປະເທດ ທ່ານ ອິນທີ ເດືອນສະຫວັນ, ປະທານ Inthira Group ເຊິ່ງ Green Step ແມ່ນບໍລິສັດໃນເຄືອ ທີ່ເປັນເຈົ້າການໃນງານນີ້ໄດ້ກ່າວວ່າ: ມື້ນີ້ມີນັກແລ່ນທັງໝົດຈຳນວນ 800 ຄົນ ເຊິ່ງເຕັມຕາມຈຳນວນທີ່ເປີດຮັບສະໝັກ, ມີຫຼາຍຄົນທີ່ສະໝັກບໍ່ທັນ ແຕ່ກໍຢາກມາຮ່ວມໂດຍບໍ່ມີເສື້ອ ແລະ ເບີແລ່ນ. ປີໜ້າແມ່ນຈະເປີດຮັບຫຼາຍຂຶ້ນ ເປັນຈຳນວນ 2,000 ຄົນ. ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແມ່ນໜຶ່ງໃນບັນດາພາກສ່ວນສະໜັບສະໜູບງົບປະມານໃນການຈັດງານຄັ້ງນີ້, ເນື່ອງຈາກເປັນງານທີ່ສາມາດກະຕຸ້ນການທ່ອງທ່ຽວ. ນອກຈາກນັ້ນ,…
ກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມໃນການຈັດງານແລ່ນປາກເຊຮາບມາຣາທອນ (Pakse Half Marathon) ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ຮ່ວມກັບບໍລິສັດທ່ອງທ່ຽວຄຣີນແອັດເວັນເຈີ (Green Adventure / Green Discovery Laos) ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມໃນການຈັດງານແລ່ນປາກເຊຮາບມາຣາທອນ (Pakse Half Marathon) ຂຶ້ນທີ່ພະແນກ ຖວທ ແຂວງຈຳປາສັກ ໃນວັນສຸກ ທີ 18 ສິງຫາ 2023. ທ່ານ ສົມພະໄທ ເກດມາລາ, ຫົວໜ້າຂະແໜງທ່ອງທ່ຽວ, ພະແນກ ຖວທ ແຂວງຈຳປາສັກ ໄດ້ຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງໆຈຳປາສັກ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຈັດກິດຈະກຳແລ່ນເຄິ່ງມາຣາທອນທີ່ນະຄອນປາກເຊ. ຫຼັງຈາກນັ້ນ, ກອງປະຊຸມໄດ້ຮັບຟັງການນຳສະເໜີຂອງ ທ່ານ ອິນທີ ເດືອນສະຫວັນ, ຜູ້ອຳນວຍການບໍລິສັດຄຣີນແອັດເວັນເຈີ (Green Adventure / Green Discovery…
ກອງປະຊຸມທາບທາມຄໍາຄິດເຫັນ ເພື່ອປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ສໍາລັບພາກໃຕ້, ພາກກາງ, ພາກເໜືອ ແລະ ຂັ້ນສູນກາງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບທາມຄຳຄິດເຫັນເພື່ອປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ຕາມວັນເວລາລຸ່ມນີ້: ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ, ກະຊວງ ຖວທ ເຊິ່ງທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມໃນການປັບປຸງກົດໝາຍວ່າດ້ວຍ ການທ່ອງທ່ຽວ, ຮ່ວມກັບບັນດາທ່ານຮອງເຈົ້າແຂວງໆເຈົ້າພາບ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ສຳລັບກອງປະຊຸມລະດັບພາກ. ການປັບປຸງກົດໝາຍວ່າດ້ວຍ ການທ່ອງທ່ຽວສະບັບນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ (Asian Development Bank – ADB). ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ ໄດ້ລາຍງານຄວາມຄືບໜ້າຂອງການປັບປຸງກົດໝາຍ ວ່າດ້ວຍການທ່ອງທ່ຽວ. ທ່ານ ວິລະ ຈັນທະວົງ, ຊ່ຽວຊານດ້ານການທ່ອງທ່ຽວ, ລາຍງານຜົນການທາບທາມຄໍາຄິດເຫັນເປີດກວ້າງທົ່ວສັງຄົມ ນັບທັງຄຳເຫັນຂອງຊ່ຽວຊານສາກົນດ້ານກົດໝາຍທ່ອງທ່ຽວ….
ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອຜ່ານຮ່າງບັ້ນໂຄສະນາປີທ່ອງທ່ຽວລາວ 2024 ວັນສຸກ ທີ 21 ກໍລະກົດ 2023 ທີ່ຜ່ານມາ, ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອຜ່ານຮ່າງບັ້ນໂຄສະນາ (Marketing Campaign Plan) ປີທ່ອງທ່ຽວລາວ 2024 ຂຶ້ນທີ່ໂຮງແຮມຄຣາວພຣາຊ່າ, ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2), ທະນາຄານພັດທະນາອາຊີ (Asian Development Bank – ADB) ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ 1) ທ່ານ ຄົມ ດວງຈັນທາ, ກອງເລຂາຄະນະຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024, ເຊິ່ງທັງເປັນຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ, 2) ທ່ານ ນາງ ພອນມະລີ…
ກອງປະຊຸມເຄືອຂ່າຍ DMN ແຂວງຈຳປາສັກ ປະຈຳກາງປີ 2023 ວັນພຸດ ທີ 28 ມິຖຸນາ 2023 ທີ່ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ, ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວແຂວງຈຳປາສັກ (ເຄືອຂ່າຍ DMN – Destination Management Network) ຂຶ້ນທີ່ໂຮງແຮມຈຳປາສັກແກຣນ, ນະຄອນປາກເຊ, ແຂວງຈຳປາສັກ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2, ທະນາຄານພັດທະນາອາຊີ (Asian Development Bank – ADB). ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ 1)ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ,…
ກອງປະຊຸມເຄືອຂ່າຍ DMN ແຂວງຫຼວງພະບາງ ປະຈຳກາງປີ 2023. ວັນອັງຄານ ທີ 11 ກໍລະກົດ 2023 ທີ່ຜ່ານມາ, ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍ DMN ແຂວງຫຼວງພະບາງ ປະຈຳກາງປີ 2023 ຂຶ້ນທີ່ພະແນກ ຖວທ ແຂວງ, ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2), ທະນາຄານພັດທະນາອາຊີ (Asian Developmemt Bank – ADB). ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ…
ກອງປະຊຸມປຶກສາຫາລືລະດັບວິຊາການພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວທົ່ວປະເທດເພື່ອກະກຽມບັ້ນໂຄສະນາປີທ່ອງທ່ຽວລາວ 2024 ໃນຕອນເຊົ້າຂອງມື້ນີ້, ວັນພະຫັດ ທີ 08 ມິຖຸນາ 2023, ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືລະດັບວິຊາການພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວທົ່ວປະເທດເພື່ອກະກຽມບັ້ນໂຄສະນາປີທ່ອງທ່ຽວລາວ 2024 ຂຶ້ນທີ່ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ຄົມ ດວງຈັນທາ, ກອງເລຂາຄະນະຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024 ເຊິ່ງທັງເປັນຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ, ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (Destination Management Network – DMN) ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ທ່ານ…