• Chinese Visitor Welcoming Plan_2023 – 2025_English

    China was the world’s major source of international travelers in the years prior to the COVID pandemic. In 2019, its 155 million travelers spent more than $24 billion outside of the country. Over the last three years, when the nation basically closed its borders, that outflow was stopped, however, millions…

  • Public and Private Consultation Meeting on Site Management and O&M Plan for Kaeng Yui Waterfall, Vang Vieng District, Vientiane Province

    ກອງປະຊຸມປຶກສາຫາລືເພື່ອສ້າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ, ເມືອງວັງວຽງ, ແຂວງວຽງຈັນ ໃນຕອນບ່າຍຂອງວັນພຸດ ທີ 10 ພຶດສະພາ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບຫ້ອງການ ຖວທ ເມືອງວັງວຽງ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອສ້າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງວັງວຽງ, ແຂວງວຽງຈັນ ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2), ກະຊວງ ຖວທ ແລະ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ເຊິ່ງທັງເປັນຜູ້ຈັດການໂຄງການ ຄພສທ 2. ທ່ານ…

  • First Public and Private Sector Consultation Meeting on Lao Tourism Law

    ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດກ່ຽວກັບການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວຂອງ ສປປ ລາວ ຄັ້ງທີ 1 ວັນທີ 04 ພຶດສະພາ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (Asian Development Bank – ADB) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດກ່ຽວກັບການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວຂອງ ສປປ ລາວ ຄັ້ງທີ 1 ຂື້ນທີ່ໂຮງແຮມລາວພລາຊ່າ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖວທ. ຜູ້ເຂົ້າຮ່ວມຈາກພາກລັດປະກອບມີ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ສຈ ດາວອນ ຫວ່າງວິຈິດ, ອາດີດປະທານກຳມາທິການກົດໝາຍສະພາແຫ່ງຊາດ,…

  • Chinese Visitor Welcoming Plan_2023 – 2025_Lao

    ໃນໄລຍະກ່ອນທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ສປ ຈີນ ເປັນຕະຫຼາດທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດສໍາລັບຫຼາຍປະເທດໃນທົ່ວໂລກ. ຊຶ່ງໃນປີ 2019 ມີນັກທ່ອງທ່ຽວຈີນຫຼາຍກວ່າ 155 ລ້ານເທື່ອຄົນໄດ້ເດີນທາງໄປທ່ອງທ່ຽວຕ່າງປະເທດ. ແຕ່ໃນໄລຍະ 3 ປີທີ່ຜ່ານມາໄດ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ລັດ ຖະບານ ສປ ຈີນ ໄດ້ອອກມາດຕະການຈໍາກັດການເດີນທາງເຂົ້າ-ອອກປະເທດ ຈຶ່ງເຮັດໃຫ້ຕົວເລກຂອງນັກທ່ອງທ່ຽວຂາອອກຂອງຈີນຫຼຸດລົງຫຼາຍ. ແຕ່ເຖິງຢ່າງໃດກໍຕາມ, ມາຮອດປັດຈຸບັນລັດຖະບານຈີນໄດ້ມີນະໂຍບາຍຜ່ອນຜັນໃຫ້ພົນລະເມືອງຈີນສາມາດເດີນທາງອອກນອກປະເທດໄດ້ ຊຶ່ງຄາດວ່າຄົນຈີນຈໍານວຍຫຼາຍລ້ານຄົນມີຄວາມຕັ້ງ ໃຈທີ່ຈະເດີນທາງອອກໄປທ່ອງທ່ຽວຕ່າງປະເທດ. ດ້ວຍເຫດຜົນດັ່ງກ່າວ, ຄາດວ່າການເດີນທາງໄປທ່ຽວຕ່າງປະເທດຂອງນັກທ່ອງທ່ຽວຈີນ ຈະຊ່ວຍເຮັດໃຫ້ສະພາບການທ່ອງທ່ຽວໂລກມີທ່າອ່ຽງກັບຄືນມາມີບັນຍາກາດຟົດຟື້ນອີກຄັ້ງ. ແຜນກະກຽມຕ້ອນຮັບນັກທ່ອງທ່ຽວສະບັບນີ້ໄດ້ສ້າງຂຶ້ນ ເພື່ອເປັນບ່ອນອີງໃຫ້ແກ່ພາກລັດ ແລະ ພາກທຸລະກິດທັງສູນກາງ ແລະ ທ້ອງຖິ່ນ ເປັນຂໍ້ມຸນພື້ນຖານເພື່ອກະກຽມການບໍລິການຕ້ອນຮັບນັກທ່ອງທ່ຽວຈີນ (ຕະຫຼາດຈີນ) ຢູ່ໃນ ສປປ ລາວ ເປັນຕົ້ນແມ່ນ: ທ່າອ່ຽງ ແລະ ໂອກາດທີ່ນັກທ່ອງທ່ຽວຈີນຈະເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ລວມເຖິງຄວາມສ່ຽງທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນການທ່ອງທ່ຽວໃນຮູບແບບທົວສູນຫຼຽນ (zero-dollar tourism). ນອກຈາກນັ້ນ, ແຜນສະບັບນີ້ ຍັງໄດ້ສັງລວມບາງນະໂຍບາຍ ແລະ…

  • Vientiane Province Destination Management Network (DMN) Meeting to review 2022 action plan and develop 2023 action plan.

    ກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວແຂວງວຽງຈັນ ເພື່ອທົບທວນແຜນກິດຈະກຳປະຈຳປີ 2022 ແລະ ສ້າງແຜນປີ 2023. ວັນທີ 21 ມີນາ 2023 ທີ່ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ, ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວແຂວງວຽງຈັນ ຫຼື ເອີ້ນວ່າ ເຄືອຂ່າຍ DMN ຂຶ້ນທີ່ພະແນກ ຖວທ ແຂວງວຽງຈັນ. ຈຸດປະສົງແມ່ນເພື່ອທົບທວນແຜນກິດຈະກຳຂອງເຄືອຂ່າຍພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວແຂວງ ປະຈຳປີ 2022 ແລະ ສ້າງແຜນກິດຈະກຳປະຈຳປີ 2023. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ,…

  • Vang Vieng Destination Management Network (DMN) Meeting

    ກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວເມືອງວັງວຽງ ວັນພະຫັດ ທີ 02 ມີນາ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບຫ້ອງການ ຖວທ ເມືອງວັງວຽງ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວເມືອງວັງວຽງ ຂຶ້ນທີ່ເມືອງວັງວຽງ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ ແລະ ທັງເປັນຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ຜູ້ຈັດການໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2, ຮ່ວມກັບ ທ່ານ ດວງດາລາ ພວງຈັນລາ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ເມືອງວັງວຽງ ເຊິ່ງທັງເປັນຮອງຫົວໜ້າຫ້ອງການ ຖວທ ເມືອງວັງວຽງ ແລະ…