ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ອຸດສາຫະກໍາການທ່ອງທ່ຽວລາວ ແລະ ທົ່ວໂລກ; ການປິດດ່ານສາກົນເຂົ້າ-ອອກປະເທດ ເຮັດໃຫ້ນັກທ່ອງທ່ຽວບໍ່ສາມາດເດີນທາງໄປທ່ອງທ່ຽວ ຜົນກະທົບດັ່ງກ່າວອາດຈະແກ່ຍາວໄປໃນໄລຍະໜຶ່ງ ແລະ ຍັງບໍ່ທັນມີປະເທດໃດສາມາດຄາດຄະເນວ່າ ຈະມີການເປີດປະເທດຄືນໃໝ່. ສໍາລັບປະເທດລາວກໍ່ໄດ້ປິດປະເທດເຊັ່ນດຽວກັນ ນັບແຕ່ທ້າຍເດືອນມີນາ 2020 ເຮັດໃຫ້ຂະແໜງການທ່ອງທ່ຽວລາວຢຸດສະຫງັດລົງ. ເຖິງແມ່ນວ່າການທ່ອງທ່ຽວພາຍໃນປະເທດມີການຟື້ນຟູຄືນດ້ວຍບັນຍາກາດທີ່ດີແລ້ວກໍຕາມ, ແຕ່ການໃຊ້ຈ່າຍຂອງນັກທ່ອງທ່ຽວພາຍໃນເຫັນວ່າຍັງບໍ່ທັນສູງ ຖ້າທຽບໃສ່ການໃຊ້ຈ່າຍຂອງນັກທ່ອງທ່ຽວສາກົນ. ໃນເດືອນທັນວາ 2021, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ປະກາດໂຄງການເຂດທ່ອງທ່ຽວສີຂຽວ ເພື່ອເປີດປະຕູສູ່ໂລກພາຍນອກ ແລະ ຕ້ອນຮັບນັກທ່ອງທ່ຽວມາທ່ຽວປະເທດລາວ. ແຜນການດັ່ງກ່າວອະນຸຍາດໃຫ້ນັກທ່ອງທ່ຽວເດີນທາງເຂົ້າປະເທດເປັນໝູ່ຄະນະ ໂດຍຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ແລະ ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເພື່ອຈໍາກັດຄວາມສ່ຽງໃນການຕິດເຊື້ອຕໍ່ກັບປະຊາຊົນໃນທ້ອງຖິ່ນ ແລະ ຕໍ່ນັກທ່ອງທ່ຽວ. ສຳລັບນັກທ່ອງທ່ຽວ ທີ່ເດີນທາງມາແບບລາຍບຸກຄົນ ຍັງບໍ່ທັນໄດ້ຮັບອະນຸຍາດໃຫ້ມີການເດີນທາງເຂົ້າມາ ສປປ ລາວ ເທື່ອ ເນື່ອງຈາກວ່າຕ້ອງໄດ້ລໍຖ້າມາດຕະການເປີດປະເທດຄືນໃໝ່. ໃນກາງປີ 2021 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ…
ໃນວັນທີ 16 ມັງກອນ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອກະກຽມແຜນຕ້ອນຮັບນັກທ່ອງທ່ຽວຈີນ ຂຶ້ນທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ດຳເນີນໃນຮູບແບບເຄິ່ງອອນລາຍ ໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອຮັບຟັງຄຳຄິດຄຳເຫັນຂອງພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງ ກ່ຽວກັບກາລະໂອກາດ, ສິ່ງທ້າທາຍ ແລະ ສິ່ງທີ່ຄວນກະກຽມເພື່ອຕ້ອນຮັບນັກທ່ອງທ່ຽວຈີນໃນແຕ່ລະດ້ານເຊັ່ນ ການຄົມນາຄົມທາງອາກາດ, ທາງບົກ ແລະ ທາງລົດໄຟ, ຄວາມສາມາດໃນການຮອງຮັບທາງດ້ານສະຖານທີ່ພັກແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ບຸກຄະລາກອນ, ມາດຕະການໃນການສະກັດກັ້ນ ແລະ ປົກປ້ອງການລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ. ມີຜູ້ເຂົ້າຮ່ວມຈາກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສອຄຊ), ສະມາຄົມທຸລະກິດທ່ອງທ່ຽວ, ສະມາຄົມໂຮງແຮມ ແລະ…
On 18 November 2022 afternoon, Ministry of Information, Culture and Tourism (MICT) in collaboration with Lao National Chamber of Commerce and Industry (LNCCI) organized a Public & Private Consultation Meeting on Key Issues in Lao Tourism Sector at Lao Plaza Hotel, Vientiane Capital. The meeting was chaired by Ms Darany…