• ASEAN Tourism Forum 2024 Officially Opened

    ເປີດມະຫາກໍາການທ່ອງທ່ຽວ ອາຊຽນ 2024 ຢ່າງເປັນທາງການ ມະຫາກໍາການທ່ອງທ່ຽວອາຊຽນ 2024 (ASEAN Tourism Forum 2024) ຫລື ATF ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ມັງກອນ 2024 ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນ, ມີບັນດາລັດຖະມົນຕີທ່ອງທ່ຽວອາຊຽນ, ລັດຖະມົນ ຕີທ່ອງທ່ຽວຈາກ ຕີມໍແລັດສະເຕ ໃນຖານະປະເທດຜູ້ສັງເກດການ ແລະ ບັນດາທູຕານຸທູດ, ພ້ອມດ້ວຍ ເລຂາທິ ການໃຫຍ່ອາຊຽນ ແລະ ຜູ້ແທນຈາກບັນດາປະເທດອາຊຽນບວກ 3 ແລະ ຄະນະຜູ້ແທນຈາກພາກລັດ, ອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ກຽດຂຶ້ນກ່າວສູນທອນພົດ ແລະ ລັ່ນຄ້ອງ 9 ບາດ…

  • Pakse Half Marathon received a lot of attention from runners in Laos and foreign countries

    ງານແລ່ນປາກເຊຮາບມາຣາທອນ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຈາກນັກແລ່ນພາຍໃນ ແລະ ຕ່າງປະເທດ ທ່ານ ອິນທີ ເດືອນສະຫວັນ, ປະທານ Inthira Group ເຊິ່ງ Green Step ແມ່ນບໍລິສັດໃນເຄືອ ທີ່ເປັນເຈົ້າການໃນງານນີ້ໄດ້ກ່າວວ່າ: ມື້ນີ້ມີນັກແລ່ນທັງໝົດຈຳນວນ 800 ຄົນ ເຊິ່ງເຕັມຕາມຈຳນວນທີ່ເປີດຮັບສະໝັກ, ມີຫຼາຍຄົນທີ່ສະໝັກບໍ່ທັນ ແຕ່ກໍຢາກມາຮ່ວມໂດຍບໍ່ມີເສື້ອ ແລະ ເບີແລ່ນ. ປີໜ້າແມ່ນຈະເປີດຮັບຫຼາຍຂຶ້ນ ເປັນຈຳນວນ 2,000 ຄົນ. ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແມ່ນໜຶ່ງໃນບັນດາພາກສ່ວນສະໜັບສະໜູບງົບປະມານໃນການຈັດງານຄັ້ງນີ້, ເນື່ອງຈາກເປັນງານທີ່ສາມາດກະຕຸ້ນການທ່ອງທ່ຽວ. ນອກຈາກນັ້ນ,…

  • Consultation Meeting on Pakse Half Marathon

    ກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມໃນການຈັດງານແລ່ນປາກເຊຮາບມາຣາທອນ (Pakse Half Marathon) ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ຮ່ວມກັບບໍລິສັດທ່ອງທ່ຽວຄຣີນແອັດເວັນເຈີ (Green Adventure / Green Discovery Laos) ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມໃນການຈັດງານແລ່ນປາກເຊຮາບມາຣາທອນ (Pakse Half Marathon) ຂຶ້ນທີ່ພະແນກ ຖວທ ແຂວງຈຳປາສັກ ໃນວັນສຸກ ທີ 18 ສິງຫາ 2023. ທ່ານ ສົມພະໄທ ເກດມາລາ, ຫົວໜ້າຂະແໜງທ່ອງທ່ຽວ, ພະແນກ ຖວທ ແຂວງຈຳປາສັກ ໄດ້ຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງໆຈຳປາສັກ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຈັດກິດຈະກຳແລ່ນເຄິ່ງມາຣາທອນທີ່ນະຄອນປາກເຊ. ຫຼັງຈາກນັ້ນ, ກອງປະຊຸມໄດ້ຮັບຟັງການນຳສະເໜີຂອງ ທ່ານ ອິນທີ ເດືອນສະຫວັນ, ຜູ້ອຳນວຍການບໍລິສັດຄຣີນແອັດເວັນເຈີ (Green Adventure / Green Discovery…