ກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປັບປຸງໂຄງປະກອບຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ

ວັນທີ 28 ຕຸລາ 2021 ທີ່ຜ່ານມາ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ຄພສທ 2), ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປັບປຸງໂຄງປະກອບຄະນະບໍລິຫານງານເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດຫມາຍປາຍທາງການທ່ອງທ່ຽວຂອງ ສປປ ລາວ (Laos National Destination Management Network – DMN) ຂຶ້ນໃນຮູບແບບເຄິ່ງອອນລາຍ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອຜ່ານຮ່າງຂໍ້ຕົກລົງດັ່ງກ່າວ ແລະ ທົບທວນຄວາມຄືບຫນ້າການຈັດຕັ້ງປະຕິບັດແຜນກິດຈະກຳພາກລັດ ແລະ ພາກທຸລະກິດປະຈຳປີ 2021 ແລະ ແຜນກິດຈະກໍາໄລຍະເດືອນພະຈິກ – ທັນວາ 2021. ມີຜູ້ເຂົ້າຮ່ວມທັງຫມົດ 43 ທ່ານ, ເຊິ່ງປະກອບມີພາກລັດ, ພາກທຸລະກິດ, ໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແຫນງການທ່ອງທ່ຽວ. ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ສູນ ມະນີວົງສ໌, ຫົວຫນ້າໂຄງການ ຄພສທ 2, ກະຊວງ ຖວທ.

ສັງລວມຄຳເຫັນ ແລະ ຂໍ້ສະຫລຸບ

ເຄືອຂ່າຍ DMN ຂັ້ນສູນກາງ

  1. ເຄືອຂ່າຍ DMN ແມ່ນບໍ່ທັບຊ້ອນກັບສະພາສົ່ງເສີມການທ່ອງທ່ຽວ ເນື່ອງຈາກພາລະບົດບາດຕ່າງກັນ, ເຄືອຂ່າຍ DMN ແມ່ນເວທີປຶກສາຫາລືພາກລັດ ແລະ ພາກທຸລະກິດ ເຊິ່ງຄອບຄຸມເອົາຫລາຍວຽກງານໃນຂະແຫນງການທ່ອງທ່ຽວເຊັ່ນ: ການພັດທະນາຜະລິດຕະພັນການທ່ອງທ່ຽວ, ການໂຄສະນາ, ການຄຸ້ມຄອງ ແລະ ການພັດທະນາຊັບພະຍາກອນມະນຸດ. ສ່ວນສະພາສົ່ງເສີມການທ່ອງທ່ຽວ ແມ່ນແນໃສ່ການໂຄສະນາ ແລະ ການຕະຫລາດໂດຍສະເພາະ.
  2. ຜູ້ເຂົ້າຮ່ວມສ່ວນໃຫຍ່ເຫັນດີຕໍ່ກັບໂຄງປະກອບ ແລະ ພາລະບົດບາດຂອງເຄືອຂ່າຍ, ເຊິ່ງປະກອບມີຄະນະບໍລິຫານ ແລະ ສະມາຊິກທີ່ມີປະສົບການຕົວຈິງ.
  3. ໂຄງການ ແລະ ອົງການຈັດຕັ້ງສາກົນ ສາມາດນຳໃຊ້ກົນໄກເຄືອຂ່າຍນີ້ ເພື່ອສະຫນອງການສະຫນັບສະຫນູນດ້ານວິຊາການ ແລະ ງົບປະມານ
  4. ສະເຫນີໃຫ້ມີການສົ່ງເສີມການທ່ອງທ່ຽວຢູ່ພາຍໃນນະຄອນຫລວງວຽງຈັນ ນອກຈາກການສົ່ງເສີມການທ່ອງທ່ຽວຢູ່ຕ່າງແຂວງ
  5. ສະເຫນີໃຫ້ປັບປຸງການຈັດລຽງລຳດັບຊື່ຂອງສະມາຊິກຄືນໃຫມ່ ແລະ ປ່ຽນຫົວຂໍ້ເປັນ ຂໍ້ຕົກລົງແຕ່ງຕັ້ງ.
  6. ສະເຫນີໃຫ້ເພີ່ມພາລະບົດບາດຂອງເຄືອຂ່າຍ ໃນການປະສານຫາພາກສ່ວນກ່ຽວຂ້ອງ ຫລື ຂະແຫນງການອື່ນ ເພື່ອໄຂບັນຫາ ແລະ ອຸປະສັກທີ່ຕິດພັນກັບການທ່ອງທ່ຽວ

ແຜນກິດຈະກຳພາກລັດ ແລະ ພາກທຸລະກິດ

ແຕ່ລະພາກສ່ວນໄດ້ລາຍງານຄວາມຄືບຫນ້າການຈັດຕັ້ງປະຕິບັດແຜນກິດຈະກຳ ທັງຫມົດ 10 ກິດຈະກໍາ

ກິດຈະກຳເພີ່ມເຕີມ

  1. ສ້າງແຜນເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ
    • ກະຊວງ ຖວທ ໄດ້ເຮັດບົດລາຍງານຫາຫ້ອງການສຳນັກງານນາຍົກ ໃນວັນທີ 21 ຕຸລາ 2021 ເພື່ອລາຍງານ ແລະ ຂໍທິດຊີ້ນໍາກ່ຽວກັບການນໍາເຂົ້ານັກທ່ອງທ່ຽວທີ່ໄດ້ຮັບວັກຊີນແລ້ວ ແລະ ການສ້າງແຜນເປີດປະເທດ
    • ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ກໍໄດ້ສ້າງແຜນເປີດປະເທດທີ່ລະອຽດແລ້ວ ແລະ ໄດ້ລາຍງານໃຫ້ຫ້ອງການ ສນຍ ແລ້ວເຊັ່ນກັນ
    • ສະເຫນີໃຫ້ ສຄອຊ ສົ່ງແຜນດັ່ງກ່າວໃຫ້ ກະຊວງ ຖວທ ເພື່ອທັງສອງພາກສ່ວນຈະໄດ້ເຮັດວຽກຮ່ວມກັນ
    • ຄວນມີການກະກຽມບຸກຄະລາກອນ ແລະ ສ້າງລາຍງານທ່ອງທ່ຽວເພື່ອຮອງຮັບການເປີດປະເທດ
  2. ສ້າງມາດຕະຖານດ້ານສຸຂະພາບ ແລະ ສຸຂະອະນາໄມໃນຂະແຫນງການທ່ອງທ່ຽວ (Laosafe Programme), ສະຫນັບສະຫນູນໂດຍໂຄງການ ລາວ/029 ຮ່ວມກັບ ກະຊວງ ຖວທ ແລະ ສຄອຊ. ກະຊວງສາທາລະນະສຸກຮັບຮອງແລ້ວ, ຈະຈັດງານເປີດໂຕໃນໄວໆນີ້.
  3. ສະເຫນີເພີ່ມກິດຈະກຳຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ກັບຂະແຫນງການອື່ນເຊັ່ນ ບັນຫາມົນລະພິດທາງສຽງຢູ່ເມືອງວັງວຽງ
  4. ສົ່ງເສີມການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ, ໂດຍກົມພັດທະນາການທ່ອງທ່ຽວ, ສະຫນັບສະຫນູນໂດຍ ອົງການ UNDP
  5. ປັບປຸງສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວຢູ່ເມືອງວັງວຽງ, ໂດຍກົມພັດທະນາການທ່ອງທ່ຽວ, ສະຫນັບສະຫນູນໂດຍອົງການ UNDP
  6. ສະເຫນີສ້າງແຄມເປນອອນລາຍກ່ຽວກັບການທ່ອງທ່ຽວແບບມີຄວາມສຳນຶກຮັບຜິດຊອບ
  7. ເກັບກຳຂໍ້ມູນທຸລະກິດໃນຂະແຫນງການທ່ອງທ່ຽວ (Nationwide Tourism Enterprise Survey), ສະຫນັບສະຫນູນໂດຍໂຄງການ ລາວ/029 ຮ່ວມກັບກົມຄຸ້ມຄອງການທ່ອງທ່ຽວ, ຈະຈັດງານເປີດໂຕໃນເດືອນພະຈິກ 2021 ນີ້.
  8. ສົ່ງເສີມການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຢູ່ເຂດປ່າສະຫງວນ, 9 ແຂວງ, ໂດຍໂຄງການ LLL (Lao PDR Livelihoods and Landscapes), ກະຊວງກະສິກໍາ ແລະ ປ່າໄມ້, ສະຫນັບສະຫນູນໂດຍທະນາຄານໂລກ
  9. ສ້າງກອງທຶນສົ່ງເສີມ SMEs, ສະຫນັບສະຫນູນໂດຍໂຄງການ LBE, USAID, ຈະເປີດໂຕໃນໄວໆນີ້.

ບາດກ້າວໃນຕໍ່ຫນ້າ

  1. ກະຊວງ ຖວທ ຈະປັບປຸງຮ່າງຂໍ້ຕົກລົງ ເພື່ອສະເຫນີການນຳກະຊວງຮັບຮອງພາຍໃນເດືອນພະຈິກ 2021
  2. ກະຊວງ ຖວທ ຈະບັນຈຸຄວາມຄືບຫນ້າ ແລະ ກິດຈະກຳເພີ່ມເຕີມເຂົ້າໃນແຜນກິດຈະກຳພາກລັດ ແລະ ພາກທຸລະກິດປະຈຳປີ 2021 ແລ້ວຈະສົ່ງໃຫ້ທ່ານພາຍຫລັງ
  3. ກະຊວງ ຖວທ ຈະຈັດກອງປະຊຸມເຄືອຂ່າຍ DMN ຂັ້ນສູນກາງ ໃນໄລຍະເດືອນພະຈິກ – ທັນວາ 2021 ໂດຍການເປັນປະທານຮ່ວມກັນລະຫວ່າງ ກະຊວງ ຖວທ ແລະ ສຄອຊ, ຈຸດປະສົງແມ່ນເພື່ອສ້າງແຜນກິດຈະກຳຂອງເຄືອຂ່າຍ DMN ສຳລັບປີ 2022

ວີດີໂອບັນທຶກໄລຍະປະຊຸມ

https://bit.ly/3mV7ea5