ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອແກ້ໄຂບັນຫາໃນຂະແໜງການທ່ອງທ່ຽວ

ໃນຕອນບ່າຍຂອງ ວັນທີ 18 ພະຈິກ 2022, ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອແກ້ໄຂບັນຫາໃນຂະແໜງການທ່ອງທ່ຽວ ຂຶ້ນທີ່ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ.
ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ, ຮ່ວມກັບ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ທ່ານ ອິນທີ ເດືອນສະຫວັນ, ຄະນະບໍລິຫານງານ ສຄອຊ.
ຜູ້ເຂົ້າຮ່ວມຈາກພາກລັດແມ່ນປະກອບມີບັນດາກົມພາຍໃນ ກະຊວງ ຖວທ, ກົມກົງສຸນ ກະຊວງການຕ່າງປະເທດ, ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕ.ມ) ແລະ ກົມຕຳຫຼວດທ່ອງທ່ຽວ ກະຊວງ ປກສ, ກົມຂົນສົ່ງ ກະຊວງ ຍທຂ, ລັດວິສາຫະກິດລົດໄຟແຫ່ງຊາດ ແລະ ພະແນກ ຖວທ ນະຄອນຫຼວງວຽງຈັນ. ສ່ວນພາກທຸລະກິດແມ່ນປະກອບມີ ຄະນະບໍລິຫານງານ ສຄອຊ, ສະມາຄົມທຸລະກິດທ່ອງທ່ຽວລາວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ, ສະມາຄົມຫັດຖະກຳລາວ, ສະມາຄົມພະນັກງານນຳທ່ຽວລາວ, ສະມາຄົມລົດຈັກໃຫຍ່ລາວ, ບໍລິສັດລົດໄຟລາວ-ຈີນ, ທຸລະກິດທ່ອງທ່ຽວ ແລະ ໂຮງແຮມ.
ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ ໄດ້ນຳສະເໜີຄວາມຄືບໜ້າໃນການແກ້ໄຂບັນຫາໃນຂະແໜງການທ່ອງທ່ຽວທີ່ຕິດພັນກັບຂະແໜງການກ່ຽວຂ້ອງ.
ຫຼັງຈາກນັ້ນ, ບັນດາຂະແໜງການກ່ຽວຂ້ອງກໍໄດ້ປະກອບຄຳເຫັນເຂົ້າໃນ 12 ບັນຫາ ແລະ ຂໍ້ສະເໜີທີ່ກຳນົດໃນເອກະສານ “ຕາຕະລາງສັງລວມບັນຫາໃນຂະແໜງການທ່ອງທ່ຽວລາວ” ເຊິ່ງສາມາດສັງລວມໄດ້ດັ່ງນີ້:
ບັນຫາທີ 1 – 6 ແມ່ນບັນຫາທີ່ຖືກຍົກຂຶ້ນໃນກອງປະຊຸມທຸລະກິດລາວ (Lao Business Forum)
1) ຂາດນະໂຍບາຍສົ່ງເສີມການພັດທະນາການທ່ອງທ່ຽວທີ່ອີງໃສ່ທຳມະຊາດ
– ຂໍ້ສະເໜີຂອງພາກທຸລະກິດ: 1) ພິຈາລະນາປັບປຸງ ຫຼື ອອກນິຕິກຳສະເພາະ ເພື່ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາການທ່ອງທ່ຽວທີ່ອີງໃສ່ທຳມະຊາດ ແລະ ຊຸມຊົນ, ຫຼຸດຜ່ອນຂອດຂັ້ນການອະນຸຍາດສຳປະທານ ແລະ ຄ່າທຳນຽມທີ່ຕິດພັນກັບການສຳປະທານທີ່ດິນ ແລະ 2) ພິຈາລະນາປັບປຸງຄ່າທຳນຽມ ແລະ ຄ່າບໍລິການດ້ານສິ່ງແວດລ້ອມ ທີ່ລະບຸໃນລັດຖະບັນຍັດ ເລກທີ 002/ປປທ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ໂດຍແຍກຄ່າທຳນຽມດ້ານສິ່ງແວດລ້ອມ ລະຫວ່າງໂຄງການພັດທະນາການທ່ອງທ່ຽວທີ່ອີງໃສ່ທຳມະຊາດ ອອກຈາກຄ່າທຳນຽມດ້ານສິ່ງແວດລ້ອມຂອງໂຄງການປະເພດອື່ນ ຫຼື ຫຼຸດຄ່າທຳນຽມສຳລັບການປະເມີນຜົນກະທົບດ້ານສັງຄົມ ແລະ ສິ່ງແວດລ້ອມ.
– ຄວາມຄືບໜ້າ: ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ໄດ້ລາຍງານວ່າ ກະຊວງການເງິນກຳລັງປັບປຸງລັດຖະບັນຍັດເລກທີ 002/ປປທ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ໄດ້ຈັດກອງປະຊຸມໃນເດືອນກັນຍາທີ່ຜ່ານມາ. ສ່ວນດຳລັດເລກທີ 134/ລບ ວ່າດ້ວຍປ່າສະຫງວນ ແມ່ນກຳລັງປັບປຸງ ແລະ ຈະໃຫ້ສຳເລັດພາຍໃນເດືອນທັນວາ 2022 ນີ້.
2) ຂັ້ນຕອນການອະນຸມັດການຈັດກິດຈະກຳ, ເທສະການ, ງານມະຫະກຳກິລາຕ່າງໆເພື່ອສົ່ງເສີມການທ່ອງທ່ຽວ ຍັງມີຄວາມຫຍຸ້ງຍາກ, ໃຊ້ເວລາດົນ ແລະ ຕ້ອງຜ່ານຫຼາຍພາກສ່ວນ
– ຂໍ້ສະເໜີຂອງພາກທຸລະກິດ: ສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ອອກຄຳແນະນຳລະອຽດກ່ຽວກັບການຈັດກິດຈະກຳເພື່ອການທ່ອງທ່ຽວ, ລະບຸຂັ້ນຕອນ, ຄ່າທຳນຽມ ແລະ ຄ່າບໍລິການ, ຈຳນວນເຈົ້າໜ້າທີ່ຮັກສາຄວາມປອດໄພ, ຄ່າໃຊ້ຈ່າຍທີ່ຕິດພັນ ໃນການຈັດກິດຈະກຳກິລາແຕ່ລະຂະໜາດ ແລະ ປະເພດ ເພື່ອໃຫ້ສາມາດປະຕິບັດເປັນເອກະພາບກັນທົ່ວປະເທດ
– ຄວາມຄືບໜ້າ: ກອງປະຊຸມເທື່ອກ່ອນ ກະຊວງສຶກສາທິການ ແລະ ກິລາໄດ້ລາຍງານວ່າ ກຳລັງປັບປຸງນິຕິກຳຂອງກະຊວງ ແລະ ຈະລະບຸການອະນຸມັດກິດຈະກຳກິລາໃຫ້ຊັດເຊນຕື່ມ. ແຕ່ກະຊວງສຶກສາທິການ ແລະ ກິລາ ບໍ່ໄດ້ເຂົ້າຮ່ວມກອງປະຊຸມ, ກະຊວງ ຖວທ ຈະປະສານກັບກະຊວງສຶກສາທິການ ແລະ ກິລາ ຕື່ມ.
3) ການດຳເນີນເອກະສານນຳເຂົ້ານັກທ່ອງທ່ຽວທີ່ໃຊ້ບໍລິການຜ່ານບໍລິສັດທ່ອງທ່ຽວ ຍັງມີຄວາມຫຍຸ້ງຍາກ
– ຂໍ້ສະເໜີຂອງພາກທຸລະກິດ: ສະເໜີໃຫ້ກະຊວງ ປກສ ພິຈາລະນາລົບລ້າງຂັ້ນຕອນການຂໍອະນຸຍາດນຳນັກທ່ອງທ່ຽວເປັນກຸ່ມເຂົ້າມາ ສປປ ລາວ
– ຄວາມຄືບໜ້າ: ກົມຕຳຫຼວດທ່ອງທ່ຽວ, ກະຊວງ ປກສ ໄດ້ລາຍງານວ່າ ໄດ້ຍົກຂຶ້ນສະເໜີສະພາແຫ່ງຊາດແລ້ວ, ສຸດທ້າຍແມ່ນຈຳເປັນຕ້ອງໄດ້ຜ່ານ. ການຂໍອະນຸຍາດນຳເຂົ້ານັກທ່ອງທ່ຽວ ແມ່ນເພື່ອຮັບປະກັນໃຫ້ບໍລິສັດທ່ອງທ່ຽວຕໍ່ໃບອະນຸຍາດດຳເນີນທຸລະກິດ
4) ການໂຄສະນາການທ່ອງທ່ຽວຍັງຈຳກັດ ເນື່ອງຈາກຂໍ້ຈຳກັດທາງດ້ານບຸກຄະລາກອນ ແລະ ງົບປະມານ
– ຂໍ້ສະເໜີຂອງພາກທຸລະກິດ: 1) ສະເໜີໃຫ້ສຳເລັດການສ້າງຕັ້ງສະພາສົ່ງເສີມການຕະຫຼາດທ່ອງທ່ຽວໂດຍໄວ ເພື່ອນຳພາດ້ານການຕະຫຼາດ, ການໂຄສະນາ ແລະ ການຈັດກິດຈະກຳຕ່າງໆທີ່ປິ່ນອ້ອມການທ່ອງທ່ຽວ. ສະເໜີໃຫ້ມີການຈັດສັນງົບປະມານທີ່ພຽງພໍເພື່ອຂັບເຂື່ອນກິດຈະກຳຂອງສະພາສົ່ງເສີມການທ່ອງທ່ຽວ, ງົບປະມານດັ່ງກ່າວຄວນມາຈາກກອງທຶນສົ່ງເສີມການທ່ອງທ່ຽວ, 2) ປະເມີນຄືນປະສິດທິຜົນການຈັດຕັ້ງປະຕິບັດນິຕິກຳທີ່ຕິດພັນກັບການເກັບກອງທຶນສົ່ງເສີມການທ່ອງທ່ຽວ (ດຳລັດວ່າດ້ວຍກອງທຶນການທ່ອງທ່ຽວ, ເລກທີ 119/ລບ, ລົງວັນທີ 10 ເມສາ 2017), 3) ຄວນມີການລາຍງານຜົນຈາກການຈັດເກັບເງິນກອງທຶນການທ່ອງທ່ຽວ ແລະ ການນຳໃຊ້ໃຫ້ຜູ້ມີສ່ວນກ່ຽວຂ້ອງຮັບຊາບ, ຜູ້ປະກອບການຄວນມີສ່ວນຮ່ວມໃນການຕັດສິນໃຈ ຫຼື ແນະນຳການນຳໃຊ້ກອງທຶນດັ່ງກ່າວ
– ຄວາມຄືບໜ້າ: ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ ກຳລັງເປັນເຈົ້າການໃນການຮ່າງດຳລັດວ່າດ້ວຍສະພາສົ່ງເສີມການຕະຫຼາດການທ່ອງທ່ຽວລາວ ຮ່ວມກັບ ສຄອຊ ໂດຍການສະໜັບສະໜູນຂອງໂຄງການ USAID LBE. ໃກ້ຈະສຳເລັດແລ້ວ, ລໍຖ້າກອງປະຊຸມເປີດກວ້າງ. ກະຊວງ ຖວທ ກຳລັງກະກຽມປັບປຸງດຳລັດ 119/ລບ ວ່າດ້ວຍກອງທຶນການທ່ອງທ່ຽວ.
5) ສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ ສປປ ລາວ ບໍ່ທັນໄດ້ຮັບການປັບປຸງເທົ່າທີ່ຄວນ
– ຂໍ້ສະເໜີຂອງພາກທຸລະກິດ: ສະເໜີໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມໃນການພັດທະນາແຫຼ່ງທ່ອງທ່ຽວຂອງລັດ ເພື່ອໃຫ້ສະຖານທີ່ທ່ອງທ່ຽວຕ່າງໆໄດ້ຮັບການພັດທະນາ, ບູລະນະ ແລະ ປັບປຸງການບໍລິການ ແລະ ຄຸ້ມຄອງໃຫ້ດີຂຶ້ນ
– ຄວາມຄືບໜ້າ: ກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ: ເຫັນດີທາງດ້ານວິຊາການໃຫ້ພາກທຸລະກິດເຂົ້າມາບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວ, ແຕ່ບໍ່ທັນມີນະໂຍບາຍຊັດເຈນ. ກະຊວງ ຖວທ ຈະສືບຕໍ່ຄົ້ນຄວ້າ.
6) ການຄວບຄຸມມົນລະພາວະທາງສຽງຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ
– ຂໍ້ສະເໜີຂອງພາກທຸລະກິດ: ສະເໜີໃຫ້ມີການຈັດຕັ້ງປະຕິບັດນິຕິກຳທີ່ມີຢູ່ຢ່າງເຂັ້ມງວດ ແລະ ມີການກວດກາໂດຍເຈົ້າໜ້າທີທ້ອງຖິ່ນຢ່າງເປັນປະຈຳ. ຕົວຢ່າງ: ຮ້ານອາຫານ, ຮ້ານບັນເທີງ, ການຄົບງັນງານສັງສັນຕ່າງໆຄວນມີການກຳນົດເວລາໃຫ້
ເໝາະສົມ ໂດຍສະເພາະແມ່ນຢູ່ເຂດທີ່ໃກ້ກັບໂຮງແຮມ ຫຼື ສະຖານທີ່ພັກເຊົາສຳລັບນັກທ່ອງທ່ຽວ
– ຄວາມຄືບໜ້າ: ພະແນກ ຖວທ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ ມີຂໍ້ຕົກລົງຂອງທ່ານເຈົ້າຄອງວ່າດ້ວຍການຄຸ້ມຄອງສຽງເນືອງນັນ ແຕ່ການຈັດຕັ້ງປະຕິບັດກໍຍັງບໍ່ທັນໄດ້ດີເທົ່າທີ່ຄວນ. ເຈົ້າໜ້າທີ່ບໍ່ທົ່ວເຖິງ, ຜູ້ປະກອບການບໍ່ເອົາໃຈໃສ່ປະຕິບັດ. ກົມຕຳຫຼວດທ່ອງທ່ຽວ: ເວລາເຈົ້າໜ້າທີ່ລົງໄປແມ່ນແກ້ໄຂໄດ້, ແຕ່ຫຼັງຈາກນັ້ນແມ່ນເປັນອີກ. ມອບໃຫ້ບ້ານເຮັດ ກໍເປັນອີກ. ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ: ສະເໜີໃຫ້ກົມຕຳຫຼວດທ່ອງທ່ຽວເຮັດບົດລາຍງານໃຫ້ກະຊວງ ຖວທ, ເພື່ອໃຫ້ມີບ່ອນອີງໃນການສະເໜີຂັ້ນເທິງ
ບັນຫາເພີ່ມເຕີມ
7) ການຈອງປີ້ລົດໄຟລາວ-ຈີນ ໃຫ້ກັບນັກທ່ອງທ່ຽວທີ່ໃຊ້ບໍລິການຜ່ານບໍລິສັດທ່ອງທ່ຽວ ຍັງມີຄວາມຫຍຸ້ງຍາກ
– ຂໍ້ສະເໜີຂອງພາກທຸລະກິດ: 1) ການແກ້ບັນຫາສະເພາະໜ້າ: ສະເໜີໃຫ້ບໍລິສັດລັດວິສາຫະກິດລົດໄຟລາວ-ຈີນ ອະນຸຍາດໃຫ້ບໍລິສັດທ່ອງທ່ຽວສາມາດຈອງປີ້ລ່ວງໜ້າໄດ້ຢ່າງໜ້ອຍ 10 ມື້ ເພື່ອສະດວກໃຫ້ແກ່ການຂາຍລາຍການທ່ອງທ່ຽວ. 2) ສະເໜີໃຫ້ມີການຂາຍປີ້ຜ່ານລະບົບ ແລະ ພິມຊື່ຜູ້ເດີນທາງເພື່ອຫຼີກເວັ້ນການຊື້ປີ້ໄປຂາຍຕໍ່ ເຊັ່ນດຽວກັນກັບປີ້ຍົນ.
– ຄວາມຄືບໜ້າ: ບໍລິສັດລົດໄຟລາວຈີນ ໄດ້ລາຍງານວ່າ: 1) ປັດຈຸບັນການກຳນົດຖ້ຽວລົດແມ່ນເຮັດໄດ້ 5 – 7 ວັນ. 10 ວັນລ່ວງໜ້າແມ່ນຍັງບໍ່ໄດ້ເທື່ອ, ຍ້ອນບໍ່ທັນມີຂະບວນລົດໄຟທີ່ພຽງພໍ, ຄວາມຕ້ອງການແມ່ນມີເປັນຊ່ວງ ບໍ່ໄດ້ມີຕະຫຼອດ, 2) ວັນທີ 13 ກັນຍາ ທີ່ຜ່ານມາ ໄດ້ເລີ່ມພິມຊື່ຜູ້ໂດຍສານໃສ່ປີ້ແລ້ວ. ໃນອະນາຄົດຖ້າບັດປະຈຳໂຕປະຊາຊົນມີຊິບ ກໍຈະອຳນວຍຄວາມສະດວກການຊື້ປີ້ໄດ້ດີຂຶ້ນ, 3) ກຳລັງພັດທະນາແອັບຂາຍປີ້ລົດໄຟ ແລະ ຈະສູ້ຊົນໃຫ້ສຳເລັດໃນວັນທີ 03 ທັນວາ 2022, ຜູ້ໂດຍສານສາມາດຊື້ໄດ້ທາງອອນລາຍ, 4) ຕົວແທນຂາຍປີ້: ການສ້າງຫຼາຍຈຸດແມ່ນບໍ່ທັນເໝາະສົມ ເນື່ອງຈາກຄວາມຕ້ອງການບໍ່ທັນສູງ. ນະຄອນຫຼວງວຽງຈັນ 3 ຈຸດ, ຫຼວງພະບາງ 3 ຈຸດ, ວັງວຽງ 2 ຈຸດ.
8. ນະໂຍບາຍທາງດ້ານວີຊາເພື່ອດຶງດູດນັກທ່ອງທ່ຽວຕະຫຼາດກຸ່ມເປົ້າໝາຍຍັງຈຳກັດ
– ຂໍ້ສະເໜີຂອງພາກທຸລະກິດ: 1) ສະເໜີໃຫ້ມີນະໂຍບາຍຍົກເວັ້ນວີຊາໃຫ້ແກ່ບັນດາປະເທດກຸ່ມຕະຫຼາດເປົ້າໝາຍ, 2) ສະເໜີປັບປຸງຂັ້ນຕອນການອອກ E-visa ແລະ ວີຊາກັບດ່ານ (Visa On Arrival-VOA) ໃຫ້ງ່າຍ, ສະດວກ ແລະ ວ່ອງໄວຂຶ້ນ. 3) ສະເໜີປັບປຸງລາຄາ E-visa ໃຫ້ມີລາຄາຖືກກວ່າການເອົາວີຊາກັບດ່ານ. ຕົວຢ່າງ ລາຄາວີຊາກັບດ່ານຂອງນັກທ່ອງທ່ຽວທຸກສັນຊາດແມ່ນ 40 USD ຍົກເວັ້ນຫວຽດນາມ ແລະ ຈີນ ແມ່ນ 20 USD ສຳລັບຄົນມາເຮັດວຽກ, ແຕ່ລາຄາຂອງ E-visa ແມ່ນ 50 USD. 4) ສະເໜີໃຫ້ກວດກາການເກັບຄ່າບໍລິການເພີ່ມເຕີມຈາກນັກທ່ອງທ່ຽວ ໂດຍບໍ່ມີໃບຮັບເງິນ ເວລາຈ່າຍຄ່າວີຊາກັບດ່ານ. ສະໜອງຂໍ້ມູນກ່ຽວກັບຄ່າບໍລິການຕ່າງໆຢ່າງຊັດເຈນໃຫ້ແກ່ນັກທ່ອງທ່ຽວ, 5) ສະເໜີໃຫ້ເພີ່ມດ່ານສາກົນທີ່ສາມາດອອກວີຊາກັບດ່ານ ແລະ E-visa ໄດ້ຄື: ດ່ານນໍ້າໂສ້ຍ-ນາແມວ, ເມືອງວຽງໄຊ, ແຂວງຫົວພັນ ແລະ ດ່ານນໍ້າພ້າວ, ຫຼັກຊາວ, ແຂວງບໍລິຄຳໄຊ.
– ຄວາມຄືບໜ້າ: ກົມກົງສຸນ, ກະຊວງການຕ່າງປະເທດໄດ້ລາຍງານວ່າ ການຍົກເວັ້ນວີຊາ ຕ້ອງເປັນການຕົກລົງຂອງລັດຖະບານ, ຈະຕ້ອງມີການສະເໜີຂອງພາກສ່ວນກ່ຽວຂ້ອງ ເພື່ອໃຫ້ກະຊວງການຕ່າງປະເທດລາຍງານລັດຖະບານ. ຖ້າຍົກເວັ້ນ, ຈະໄດ້ປຽບເສຍປຽບແນວໃດ. ຂັ້ນຕອນການອອກວີຊາກັບດ່ານ ແມ່ນບໍ່ໄດ້ຫຍຸ້ງຍາກ, 5 – 10 ນາທີກໍແລ້ວ. E-visa ແມ່ນມີ 3 ພາກສ່ວນ: ບໍລິສັດ, ກົມ ຕມ ແລະ ກົມກົງສູນ. ໃຊ້ເວລາ 3 ວັນລັດຖະການກໍສຳເລັດ. ຄ່າທຳນຽມອີວີຊາ: ປົກກະຕິ 35 USD ບວກກັບຄ່າບໍລິການຂອງບໍລິສັດທີ່ລົງທຶນທາງດ້ານໄອທີ, ຈຶ່ງເພີ່ມຂຶ້ນເປັນ 50 USD. ການເພີ່ມດ່ານສາກົນ: ຜ່ານມາເຄີຍຈັດຕັ້ງປະຕິບັດແລ້ວ, ຄົນມາບໍລິການໜ້ອຍ, ຄ່າໃຊ້ຈ່າຍຂອງໜ່ວຍງານເພີ່ມຂຶ້ນ
9) ນັກທ່ອງທ່ຽວລົດຈັກບິກໄບທີ່ເດີນທາງມາດ້ວຍຕົນເອງ ຍັງມີຄວາມຫຍຸ້ງຍາກໃນການເຂົ້າ ສປປ ລາວ
– ຂໍ້ສະເໜີຂອງພາກທຸລະກິດ: ສະເໜີໃຫ້ຂະແໜງການກ່ຽວຂ້ອງປັບປຸງຂັ້ນຕອນການເຂົ້າ-ອອກເມືອງຂອງພາຫະນະປະເພດລົດຈັກບິກໄບ ທີ່ມາດ້ວຍຕົນເອງສາມາດເຂົ້າມາໄດ້ໂດຍບໍ່ຈຳເປັນຕ້ອງຜ່ານບໍລິສັດທ່ອງທ່ຽວ ຄືກັນກັບພາຫະນະລົດໃຫຍ່ ເຊັ່ນດຽວກັນກັບຂັ້ນຕອນຂອງປະເທດເພື່ອນບ້ານ.
– ຄວາມຄືບໜ້າ: ກະຊວງ ຍທຂ, ກົມຂົນສົ່ງ ໄດ້ລາຍງານວ່າ ຕາມສັນຍາສອງຝ່າຍໄດ້ກຳນົດລະອຽດວ່າອອກເປັນປື້ມໃຫ້ບໍ່ໄດ້ ເພາະບໍ່ໄດ້ຄຸ້ມຄອງລົດຈັກ, ໃຫ້ນຳເຂົ້າມາແບບຄາລາວານ. ສະມາຄົມລົດຈັກໃຫຍ່: ການຜ່ານບໍລິສັດທ່ອງທ່ຽວແມ່ນມີຄ່າໃຊ້ຈ່າຍສູງ, ລາຄາທົວບາງທີກໍບໍ່ຄືກັນ. ຄົນລາວສາມາດຂີ່ລົດຈັກໃຫຍ່ໄປໄທໄດ້ໂດຍບໍ່ຕ້ອງຜ່ານທົວ, ຄົນໄທກໍຄວນຂັບມາລາວໄດ້ເຊັ່ນກັນ. ກົມຕຳຫຼວດທ່ອງທ່ຽວ: ຈະເຮັດຄືລົດໃຫຍ່ໄດ້ ແມ່ນຂຶ້ນກັບລັດຖະບານ. ກະຊວງ ຖວທ ຈະສະເໜີຕໍ່ລັດຖະບານເພື່ອອະນຸຍາດໃຫ້ລົກຈັກໃຫຍ່ສາມາດເຂົ້າລາວໄດ້ໂດຍບໍ່ຕ້ອງຜ່ານທົວ
10) ນັກທ່ອງທ່ຽວຊາຍແດນທີ່ນຳໃຊ້ປື້ມຜ່ານແດນ (Border pass) ມີເວລາຈຳກັດໃນການເດີນທາງໄປທ່ອງທ່ຽວ
– ຂໍ້ສະເໜີຂອງພາກທຸລະກິດ: ສະເໜີເພີ່ມໄລຍະເວລາຈາກ 3 ວັນ ເປັນ 7 ວັນ ແລະ ອະນຸຍາດໃຫ້ສາມາດເດີນທາງໄປຫຼາຍແຂວງໄດ້. ຕົວຢ່າງ ນັກທ່ອງທ່ຽວໄທທີ່ເຂົ້າທາງແຂວງຈຳປາສັກ ແລະ ຕ້ອງການເດີນທາງໄປແຂວງອື່ນຢູ່ພາກໃຕ້ຂອງລາວ.
– ຄວາມຄືບໜ້າ: ກົມກົງສຸນ, ກະຊວງການຕ່າງປະເທດ ໄດ້ລາຍງານວ່າ: ການນຳໃຊ້ປື້ມຜ່ານແດນແມ່ນຂຶ້ນກັບນະໂຍບາຍຂອງປະເທດ ຫຼື ແຂວງທີ່ມີຊາຍແດນຕິດຈອດກັນ.
ຜ່ານມາແມ່ນທາງໄທກໍສະເໜີມາ, ອີງໃສ່ກົດໝາຍຂອງບ້ານເຮົາແມ່ນບໍ່ທັນປະຕິບັດໄດ້, ຈະຕ້ອງມີການປຶກສາຫາລືກັບໄທຕື່ມ. ກົມ ຕ.ມ ກະຊວງ ປກສ: ອີງໃສ່ສັນຍາລະຫວ່າງປະເທດ ອອກໃຫ້ປະຊາຊົນລຽບຕາມຊາຍແດນ, ແຂວງຕໍ່ແຂວງ, ບໍ່ສາມາດໄປຕ່າງແຂວງໄດ້. ໄລຍະໜຶ່ງກໍມີການຕົກລົງກັນລະຫວ່ງສອງປະເທດ, ແຂວງຍູນານກັບສາມແຂວງພາກເໜືອເຮົາແມ່ນສາມາດປະຕິບັດໄດ້. ຖ້າຈະເຮັດແມ່ນຕ້ອງໄດ້ປຶກສາຫາລືກັບປະເທດໃກ້ຄຽງ. ກະຊວງ ຖວທ ຈະປຶກສາຫາລືຕື່ມກັບພາກລັດ ແລະ ພາກທຸລະກິດຢູ່ພາກໃຕ້ຂອງລາວ
11) ຂາດນະໂຍບາຍສົ່ງເສີມຖ້ຽວບິນໃນເຂດພາກພື້ນເຮັດໃຫ້ມີຈຳນວນຖ້ຽວບິນຈຳກັດ
– ຂໍ້ສະເໜີຂອງພາກທຸລະກິດ: 1) ສະເໜີໃຫ້ມີນະໂຍບາຍຫຼຸດຜ່ອນພາສີ ແລະ ຄ່າໃຊ້ຈ່າຍໃນການນຳເຮືອບິນລົງຈອດສຳລັບສາຍການບິນ, 2) ສະເໜີໃຫ້ມີນະໂຍບາຍຫຼຸດຜ່ອນພາສີ, ຄ່າເອົາເຮືອບິນລົງຈອດ ແລະ ຄ່ານຳ້ມັນໃຫ້ແກ່ສາຍການບິນລາວ ເຊິ່ງເປັນສາຍການບິນແຫ່ງຊາດ ຄືກັນກັບນະໂຍບາຍຂອງປະເທດອື່ນ, 3) ສະເໜີໃຫ້ປັບປຸງຂັ້ນຕອນການຂໍອະນຸມັດ ແລະ ຄ່າໃຊ້ຈ່າຍໃນການນຳເຮືອບິນສ່ວນໂຕລົງຈອດ, ປະເທດອື່ນແມ່ນໃຊ້ເວລາພາຍໃນ 24 ຊົ່ວໂມງ
– ຄວາມຄືບໜ້າ: ກົມການບິນພົນລະເຮືອນ, ກະຊວງ ຍທຂ ບໍ່ໄດ້ເຂົ້າຮ່ວມກອງປະຊຸມ, ກະຊວງ ຖວທ ຈະປະສານງານຕື່ມ
12) ການເດີນທາງຂອງນັກທ່ອງທ່ຽວສາກົນແມ່ນຍັງມີຄ່າໃຊ້ຈ່າຍສູງ ເນື່ອງຈາກບໍ່ມີສາຍການບິນຕົງ
– ຂໍ້ສະເໜີຂອງພາກທຸລະກິດ: ສະເໜີໃຫ້ມີການຄົ້ນຄວ້າ ແລະ ກຳນົດນະໂຍບາຍສົ່ງເສີມສາຍການບິນຕົງຈາກກຸ່ມປະເທດເປົ້າໝາຍ.
– ຄວາມຄືບໜ້າ:​ ກົມການບິນພົນລະເຮືອນ, ກະຊວງ ຍທຂ ບໍ່ໄດ້ເຂົ້າຮ່ວມກອງປະຊຸມ, ກະຊວງ ຖວທ ຈະປະສານງານຕື່ມ