ພາກລັດ ແລະ ພາກທຸລະກິດທົບທວນແຜນກິດຈະກຳຂອງເຄືອຂ່າຍ DMN ຂັ້ນສູນກາງປະຈຳປີ 2022 ແລະ ວາງແຜນປະຈຳປີ 2023

ໃນວັນທີ 18 ພະຈິກ 2022 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວຂັ້ນສູນກາງ ຫຼື ເອີ້ນວ່າ ເຄືອຂ່າຍ DMN ຂັ້ນສູນກາງ ຂຶ້ນທີ່ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ.
.
ກອງປະຊຸມໄດ້ດຳເນີນໂດຍການປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ທັງເປັນຜູ້ຈັດການໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ແລະ ທ່ານ ອິນທີ ເດືອນສະຫວັນ, ຮອງຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຄະນະບໍລິຫານງານ ສຄອຊ ແລະ ທັງເປັນຮອງປະທານຄະນະກໍາມາທິການທ່ອງທ່ຽວ.
.
ຜູ້ເຂົ້າຮ່ວມແມ່ນປະກອບມີ ຄະນະບໍລິຫານງານ, ສະມາຊິກ, ກອງເລຂາເຄືອຂ່າຍ ແລະ ຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແໜງການທ່ອງທ່ຽວ.
.
ພາຍຫຼັງທົບທວນການຈັດຕັ້ງປະຕິບັດແຜນກິດຈະກຳຂອງເຄືອຂ່າຍປະຈຳປິ 2022, ກອງປະຊຸມກໍໄດ້ລະດົມຄຳຄິດເຫັນສຳລັບແຜນກິດຈະກຳຂອງເຄືອຂ່າຍປະຈຳປີ 2023 ເຊິ່ງສາມາດສັງລວມໄດ້ລຸ່ມນີ້ (ລາຍລະອຽດແມ່ນລະບຸໃນແຜນກິດຈະກຳ):
.
ການຕະຫຼາດການທ່ອງທ່ຽວ
– ເປີດໂຕແຄມເປນໂຄສະນາການທ່ອງທ່ຽວລາວສຳລັບຕະຫຼາດພາກພື້ນ ແລະ ສາກົນ. ເຊື່ອມໂຍງກັບການໂຄສະນາປີທ່ອງທ່ຽວລາວປີ 2024
– ສືບຕໍ່ແຄມເປນໂຄສະນາ ລາວທ່ຽວລາວ Lao Thiao Lao
– ຈັດງານສົ່ງເສີມການທ່ອງທ່ຽວ: ເທສະການອາຫານລາວ, Made in Laos, ງານແຂ່ງຂັນກິລາ, ກະກຽມເປັນເຈົ້າພາບຈັດງານ ATF 2024, ງານຫັດຖະກຳລາວ ແລະ ອື່ນໆ
– ເຂົ້າຮ່ວມງານວາງສະແດງ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວ: ATF 2023 ຢູ່ອິນໂດເນເຊຍ, Eco-tourism network, B2C roadshow ຢູ່ປະເທດເພື່ອນບ້ານ, WTM in London ແລະ ອື່ນໆ
– ຈັດງານ FAM Trip ສຳລັບສື່ມວນຊົນໃນເຂດພາກພື້ນ, influencers, ບໍລິສັດທ່ອງທ່ຽວສາກົນຢູ່ເອີລົບ ແລະ ໃນເຂດພາກພື້ນ.
.
ການພັດທະນາຜະລິດຕະພັນການທ່ອງທ່ຽວ
– ການພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ: ຈັດຝຶກອົບຮົມໃຫ້ແກ່ຊຸມຊົນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ, green pilot project in tourism supply chain, ຈັດຕັ້ງປະຕິບັດມາດຕະຖານເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ
– ການພັດທະນາການທ່ອງທ່ຽວທາງດ້ານອາຫານ (Gastronomy)
– ສິ່ງແວດລ້ອມ: ປັບປຸງສະໜາມຂີ້ເຫຍື້ອເມືອງວັງວຽງ, ຈັດຕັ້ງປະຕິບັດມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ປຸກຈິດສຳນຶກທາງດ້ານການຫຼຸດຜ່ອນສິ່ງເສດເຫຼືອໃຫ້ແກ່ພາກທຸລະກິດຢູ່ວັງວຽງ, ການ recycle, ຈັດງານສົ່ງເສີມການບໍລິການສີຂຽວ (green services) ແລະ ສ້າງgreen transition tool kits.
.
ການຄຸ້ມຄອງການທ່ອງທ່ຽວ
– ສ້າງຕັ້ງສະພາສົ່ງເສີມການຕະຫຼາດການທ່ອງທ່ຽວ: ຮ່າງດຳລັດສະພາສົ່ງເສີມການຕະຫຼາດການທ່ອງທ່ຽວ ແລະ ສະເໜີຮັບຮອງ
– ປັບປຸງກົດໝາຍ, ດຳລັດ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຖວທ: ກົດໝາຍທ່ອງທ່ຽວລາວ, ດຳລັດວ່າດ້ວຍກອງທຶນທ່ອງທ່ຽວ, ດຳລັດວ່າດ້ວຍເມືອງທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວ, ຂໍ້ຕົກລົງວ່າດ້ວຍການທ່ອງທ່ຽວໃນເຂດປ່າສະຫງວນ.
– ຮ່າງນະໂຍບາຍສົ່ງເສີມການທ່ອງທ່ຽວໃນເຂດປ່າສະຫງວນ
.
ການພັດທະນາທັກສະຄວາມສາມາດ
– ເປີດໂຕໂຄງການໃໝ່: Skills for Tourism, Agriculture and Forestry
– ຝຶກອົບຮົມກ່ຽວກັບການຢັ້ງຢືນຂອງ Travelife and Lasting Laos
.
ທ່ານ ນາງ ຈໍາພອນ ວົງສາ, ຫົວຫນ້າກອງເລຂາເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ໄດ້ນຳສະເໜີລາຍການທ່ອງທ່ຽວພາກໃຕ້ຂອງລາວເຊື່ອມໂຍງກັບເຂດພາກພື້ນ, ພ້ອມທັງບັນຫາ ແລະ ວິທີການແກ້ໄຂທີ່ໄດ້ກຳນົດຈາກກອງປະຊຸມຜ່ານມາ.
.
ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນກ່ຽວກັບ ການພັດທະນາເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ, ກອງປະຊຸມເຫັນດີໃຫ້ມີການຮ່ວມມືກັບພາກທຸລະກິດຕັ້ງແຕ່ຕົ້ນ ເພື່ອຮັບປະກັນການພັດທະນາໃຫ້ສອດຄ່ອງກັບຄວາມຕ້ອງການຂອງນັກທ່ອງທ່ຽວ.
.
ວາລະສຸດທ້າຍຂອງກອງປະຊຸມ ແມ່ນການປຶກສາຫາລືບາງບັນຫາໃນຕາຕະລາງສັງລວມບັນຫາໃນຂະແໜງການທ່ອງທ່ຽວທີ່ຕິດພັນກັບຂະແໜງການກ່ຽວຂ້ອງ ເຊິ່ງສັງລວມດັ່ງລຸ່ມນີ້:
– ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການດ້ານສິ່ງແວດລ້ອມ ທີ່ລະບຸໃນລັດຖະບັນຍັດ ເລກທີ 002/ປປທ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ແລະ ດຳລັດວ່າດ້ວຍປ່າສະຫງວນ ເລກທີ 134
– ການສ້າງຕັ້ງສະພາສົ່ງເສີມການທ່ອງທ່ຽວ
– ນະໂຍບາຍທາງດ້ານວີຊາເພື່ອດຶງດູດນັກທ່ອງທ່ຽວຕະຫຼາດກຸ່ມເປົ້າໝາຍ
-​ ນະໂຍບາຍສົ່ງເສີມຖ້ຽວບິນໃນເຂດພາກພື້ນ ແລະ ສາກົນ
.
ຜົນໄດ້ຮັບຂອງການປຶກສາຫາລືກ່ຽວກັບບັນຫາໃນຂະແໜງການທ່ອງທ່ຽວ ແມ່ນໄດ້ຍົກຂຶ້ນໃນກອງປະຊຸມພາກບ່າຍລະຫວ່າງບັນດາກະຊວງກ່ຽວຂ້ອງ ແລະ ພາກທຸລະກິດ.