ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອກະກຽມແຜນຕ້ອນຮັບນັກທ່ອງທ່ຽວຈີນ

ໃນວັນທີ 16 ມັງກອນ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອກະກຽມແຜນຕ້ອນຮັບນັກທ່ອງທ່ຽວຈີນ ຂຶ້ນທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ດຳເນີນໃນຮູບແບບເຄິ່ງອອນລາຍ ໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອຮັບຟັງຄຳຄິດຄຳເຫັນຂອງພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງ ກ່ຽວກັບກາລະໂອກາດ, ສິ່ງທ້າທາຍ ແລະ ສິ່ງທີ່ຄວນກະກຽມເພື່ອຕ້ອນຮັບນັກທ່ອງທ່ຽວຈີນໃນແຕ່ລະດ້ານເຊັ່ນ ການຄົມນາຄົມທາງອາກາດ, ທາງບົກ ແລະ ທາງລົດໄຟ, ຄວາມສາມາດໃນການຮອງຮັບທາງດ້ານສະຖານທີ່ພັກແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ບຸກຄະລາກອນ, ມາດຕະການໃນການສະກັດກັ້ນ ແລະ ປົກປ້ອງການລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ.
ມີຜູ້ເຂົ້າຮ່ວມຈາກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສອຄຊ), ສະມາຄົມທຸລະກິດທ່ອງທ່ຽວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ, ສະມາຄົມພະນັກງານນຳທ່ຽວລາວ, ສະມາຄົມສົ່ງເສີມຜູ້ປະກອບການຂະໜາດນ້ອຍ ແລະ ກາງ (LAO SME), ບໍລິສັດລົດໄຟລາວຈີນ, ສາຍການບິນ, ທຸລະກິດທ່ອງທ່ຽວທີ່ຮັບນັກທ່ອງທ່ຽວຈີນ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ພະແນກ ຖວທ ນະຄອນຫຼວງວຽງຈັນ ແລະ ບັນດາກົມກ່ຽວຂ້ອງພາຍໃນກະຊວງ ຖວທ. ກະຊວງກ່ຽວຂ້ອງທີ່ບໍ່ສາມາດເຂົ້າຮ່ວມ ກໍໄດ້ສົ່ງເອກະສານປະກອບຄຳເຫັນໃຫ້ແກ່ກອງປະຊຸມພາຍຫຼັງ. ທ່ານ ນາງ ເພັນປະພາ ພົງສາ, ຮອງຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ (ສສວທ), ກະຊວງ ຖວທ ໄດ້ນຳສະເໜີກ່ຽວກັບການກະກຽມຕ້ອນຮັບນັກທ່ອງທ່ຽວຈີນ ເຊິ່ງປະກອບມີຄວາມສຳຄັນ ແລະ ພຶດຕິກຳຂອງຕະຫຼາດນັກທ່ອງທ່ຽວຈີນ, ການກຽມຄວາມພ້ອມທາງດ້ານບຸກຄະລາກອນໃນຂະແໜງການທ່ອງທ່ຽວລາວ ແລະ ຫຼັກສູດຝຶກອົບຮົມສຳລັບພາກທຸລະກິດເພື່ອກຽມຄວາມພ້ອມຮັບນັກທ່ອງທ່ຽວຈີນ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ ກໍປະກອບຄຳເຫັນເຊິ່ງສັງລວມໄດ້ດັ່ງນີ້:
ບຸກຄະລາກອນໃນຂະແໜງການທ່ອງທ່ຽວ
    • ແຮງງານທີ່ມີທັກສະໃນຂະແໜງການທ່ອງທ່ຽວຍັງຂາດຫຼາຍ, ຍ້ອນເຂົາເຈົ້າຫັນໄປເຮັດອາຊີບອື່ນໃນໄລຍະໂຄວິດ, ບາງຄົນກໍໄປເຮັດວຽກຢູ່ຕ່າງປະເທດຍ້ອນໄດ້ເງິນເດືອນຫຼາຍກວ່າ. ນອກຈາກນັ້ນ, ແຮງງານດິບ ຫຼື ທີ່ບໍ່ມີທັກສະກໍຍັງຂາດແຄນ. ສະຖາບັນສຶກສາໃນຂະແໜງການທ່ອງທ່ຽວກໍຂາດນັກຮຽນ, ຄວນມີການສ້າງຄວາມເຂົ້າໃຈກ່ຽວກັບວິຊາຊີບໃນຂະແໜງການທ່ອງທ່ຽວຫຼາຍຂຶ້ນ
    • ປັດຈຸບັນພະນັກງານນຳທ່ຽວສາຍພາສາຈີນທີ່ຕໍ່ບັດນຳທ່ຽວມີພຽງ 5 ຄົນ, ຈຳນວນຫຼາຍທີ່ຍັງບໍ່ຕໍ່ບັດ ລວມທັງສາຍພາສາອື່ນ ຍ້ອນຍັງບໍ່ໝັ້ນໃຈຕໍ່ສະພາບການທ່ອງທ່ຽວ. ສະເໜີໃຫ້ມີການຝຶກອົບຮົມພະນັກງານນຳທ່ຽວທີ່ຮັບນັກທ່ອງທ່ຽວຈີນຫຼາຍຂຶ້ນ ແລະ ໃຫ້ສະມາຄົມເປັນເຈົ້າການ ຫຼື ມີສ່ວນຮ່ວມໃນການຈັດຝຶກອົບຮົມເຊັ່ນ ສະມາຄົມພະນັກງານນຳທ່ຽວລາວ ແລະ ສະມາຄົມສົ່ງເສີມຜູ້ປະກອບການຂະໜາດນ້ອຍ ແລະ ກາງ (LAO SME)
    • ສະເໜີໃຫ້ນຳໃຊ້ເຕັກໂນໂລຊີມາຊ່ວຍແກ້ໄຂບັນຫາເຊັ່ນ ແອບແປພາສາຈີນໃນມືຖື
ຜະລິດຕະພັນການທ່ອງທ່ຽວ ແລະ ສິ່ງຮອງຮັບ
    • ຜະລິດຕະພັນທ່ອງທ່ຽວຄວນໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ແທດເໝາະກັບຕະຫຼາດນັກທ່ອງທ່ຽວຈີນ ແລະ ມີຄວາມເປັນເອກະລັກ. ກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ໄດ້ສະເໜີວ່າ ຜ່ານມາແມ່ນໄດ້ສ້າງ ແລະ ເຜີຍແຜ່ເອກະສານການຈັດລຳດັບສະຖານທີ່ທ່ອງທ່ຽວລະດັບຊາດ, ປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກໃນການເຂົ້າເຖິງແຫຼ່ງທ່ອງທ່ຽວ ເຊັ່ນ ນຳ້ຕົກຕາດແກ້ງຍຸຍ, ແຫຼ່ງທ່ອງທ່ຽວໜ້າເຂື່ອນນຳ້ງື່ມ 1, ປັບປຸງການບໍລິການຢູ່ນຳ້ຕົກຕາດກວາງຊີ, ເສັ້ນທາງເຂົ້າຫານາກະສັງ, ດອນເດດ-ດອນຄອນ, ເມືອງໂຂງ
    • ນັກທ່ອງທ່ຽວຈີນຈະເດີນທາງເຂົ້າມາເປັນຈຳນວນຫຼາຍ ໂດຍສະເພາະທາງລົດໄຟ, ສະຖານທີ່ພັກເຊົາ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວສ່ວນໃຫຍ່ ແມ່ນສາມາດຮອງຮັບໄດ້ຈຳນວນຈຳກັດ
    • ສະເໜີໃຫ້ມີແຜນຄຸ້ມຄອງ ແລະ ບໍລິຫານຈັດການຄວາມແອອັດຂອງນັກທ່ອງທ່ຽວຢູ່ຕາມສະຖານທີ່ທ່ອງທ່ຽວເຊັ່ນ ຫໍພິພິດຕະພັນແຫ່ງຊາດຫຼວງພະບາງ. ຕະຫຼາດກາງຄືນຢູ່ຫຼວງພະບາງ ແລະ ຕະຫຼາດເຊົ້າຢູ່ນະຄອນຫຼວງວຽງຈັນ ກໍແອອັດ, ທາງຍ່າງຄັບແຄບ.
ການຄົມນາຄົມ
    • ການຈອງ ແລະ ຊື້ປີ້ລົດໄຟຍັງມີຄວາມຫຍຸ້ງຍາກ, ບາງໄລຍະແມ່ນປີ້ບໍ່ພຽງພໍ. ບໍລິສັດລົດໄຟລາວ-ຈີນ ໄດ້ແຈ້ງວ່າກຳລັງກະກຽມຈັດຊື້ລົດໄຟຂະບວນໃໝ່ ເຊິ່ງຈະມາເຖິງໃນເດືອນເມສານີ້. ປັດຈຸບັນມີຈຳນວນ 17 ບໍລິສັດທີ່ປະກອບເອກະສານສະເໜີຂໍເປັນຕົວແທນຂາຍປີ້ລົດໄຟ, ບໍລິສັດກຳລັງຄັດເລືອກຕົວແທນໂດຍອີງຕາມເງື່ອນໄຂທີ່ກຳນົດ. ຕົວແທນໜຶ່ງສາມາດຂາຍປີ້ລົດໄຟໄດ້ບໍ່ເກີນ 100 ປິ້ຕໍ່ວັນ
    • ສະເໜີໃຫ້ປັບປຸງລະບົບການຈອງ ແລະ ຊື້ປີ້ລົດໄຟ, ໃຫ້ເຮັດຄືກັນກັບລະບົບການຈອງ ແລະ ຊື້ປີ້ເຮືອບິນ. ການຍົກເລີກ, ປັບໄໝ ແລະ ສົ່ງເງິນຄືນ ກໍຄວນເຮັດຄືກັນກັບລະບົບຊື້ປີ້ລົດໄຟຢູ່ປະເທດອື່ນ. ກໍລະນີປີ້ຈີກຂາດ ແຕ່ຍັງ QR Code, ສະຖານີໃດກໍຄວນສາມາດອອກປີ້ໃໝ່ໃຫ້ຜູ້ໂດຍສານໄດ້
    • ສະເໜີໃຫ້ຫຼຸດຜ່ອນໄລຍະເວລາລໍຖ້າຂອງຂະບວນລົດໄຟຢູ່ດ່ານ ເຊິ່ງໃຊ້ເວລາ 4 ຊົ່ວໂມງຢູ່ 2 ດ່ານ
    • ການບິນລາວມີແຜນເພີ່ມຖ້ຽວບິນຈາກຄຸນໝິງ ຈາກອາທິດລະ 3 ຖ້ຽວເປັນທຸກວັນ ແຕ່ຍັງລໍຖ້າຄຳຕອບຈາກ ສປ ຈີນ, ຄາດວ່າຈະເລີ່ມໃນເດືອນກຸມພາ. ສຳລັບຖ້ຽວບິນກວາງໂຈ ແມ່ນຈະເລີ່ມໃນເດືອນເມສາ. ສຳລັບຖ້ຽວບິນພາຍໃນປະເທດ ກໍຈະເພີ່ມຖ້ຽວບິນ ແລະ ປັບປະເພດເຮືອບິນຈາກຈາກເອທີອາເປັນແອບັສ ເຊັ່ນຖ້ຽວບິນໄປຫຼວງພະບາງ
ການຄຸ້ມຄອງການທ່ອງທ່ຽວ
    • ສະເໜີໃຫ້ມີລະບຽບຄຸ້ມຄອງນັກທ່ອງທ່ຽວຈີນທີ່ຂັບລົດສ່ວນຕົວເຂົ້າມາທ່ອງທ່ຽວ ແລະ ຕັ້ງແຄ້ມ, ແຕ່ບໍ່ໝາຍວ່າໃຫ້ສ້າງຄວາມຫຍຸ້ງຍາກໃຫ້ເຂົາເຈົ້າ.
    • ສະເໜີຫຼຸດຜ່ອນຂັ້ນຕອນການນຳເຂົ້ານັກທ່ອງທ່ຽວເປັນກຸ່ມ
    • ສະເໜີໃຫ້ມີມາດຕະການປ້ອງກັນທົວສູນຫຼຽນຈາກ ສປ ຈີນ
    • ສະເໜີໃຫ້ກວດກາພະນັກງານນຳທ່ຽວລາວທີ່ເຮັດທົວ ແຂ່ງກັບບໍລິສັດທ່ອງທ່ຽວ ໂດຍວ່າຈ້າງໃຫ້ບໍລິສັດທ່ອງທ່ຽວເປັນຜູ້ດຳເນີນເອກະສານໃຫ້.
ການໂຄສະນາການທ່ອງທ່ຽວ
    • ສະເໜີໃຫ້ເຊີນບໍລິສັດທ່ອງທ່ຽວ ແລະ ສື່ມວນຊົນຢູ່ ສປ ຈີນ ເຊັ່ນຢູ່ຄຸນໝິງ ເຂົ້າມາສຶກສາຂໍ້ມູນການທ່ອງທ່ຽວຢູ່ລາວ ເພື່ອໃຫ້ເຂົາເຈົ້ານຳໄປໂຄສະນາຕໍ່
    • ຄວນມີການສຶກສາຕະຫຼາດຈີນໃຫ້ເລີກເຊິ່ງວ່າຈະສຸມໃສ່ກຸ່ມໃດ ເຊັ່ນ ກຸ່ມທີ່ມີກຳລັງຊື້
ສຸຂະພາບ
    • ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຈີນ ຍັງບໍ່ທັນມີທ່າອ່ຽງຫຼຸດລົງ,​ອາດມີການລະບາດເພີ່ມຂຶ້ນ ແລະ ຕ້ອງເຝົ້າລະວັງການລະບາດຂອງສາຍພັນໃໝ່, ຢາປົວໂຄວິດມາລາໂຄເວຍກໍຂາດຕະຫຼາດ.
    • ນັກທ່ອງທ່ຽວທີ່ຈະເດີນທາງເຂົ້າຈີນ ແມ່ນຕ້ອງຊື້ປະກັນໄພ, ສະນັ້ນ ສະເໜີໃຫ້ມີມາດຕະການບັງຂັບໃຫ້ນັກທ່ອງທ່ຽວຈີນທີ່ຈະເດີນທາງເຂົ້າລາວກໍຕ້ອງຊື້ປະກັນໄພ ເພື່ອປ້ອງກັນກໍລະນີຜູ້ຕິດເຊື້ອບໍ່ສາມາດຈ່າຍຄ່າປິ່ນປົວໄດ້. ສະເໜີໃຫ້ເປີດກວ້າງກ່ຽວກັບການຊື້ປະກັນໄພ, ບໍ່ຄວນກຳນົດພຽງແຕ່ບໍລິສັດດຽວເຊິ່ງເປັນລັກສະນະຜູກຂາດ. ສະເໜີໃຫ້ປັບປຸງລາຄາປະກັນໄພ, ນັກທ່ອງທ່ຽວທີ່ຢູ່ບໍ່ເກີນ 30 ວັນ, ລາຄາປະກັນໄພບໍ່ຄວນເກີນ 10 ໂດລາ.
    • ນັກທ່ອງທ່ຽວບາງຄົນອາດເດີນທາງເຂົ້າມາລາວເພື່ອສັກວັກຊີນ, ສະນັ້ນ ການສັກວັກຊີນສຳລັບຄົນຕ່າງປະເທດທີ່ບໍ່ໄດ້ອາໄສຢູ່ລາວ ແມ່ນຈະຕ້ອງມີຄ່າໃຊ້ຈ່າຍ. ການປິ່ນປົວໂຄວິດກໍຕ້ອງມີຄ່າໃຊ້ຈ່າຍ.
    • ສປ ຈີນ ແລະ ອິນເດຍ ຮຽກຮ້ອງໃຫ້ຜູ້ເດີນທາງເຂົ້າປະເທດຕ້ອງມີຜົນກວດ RT-PCR, ປັດຈຸບັນ ຫ້ອງກວດຢູ່ລາວແມ່ນມີ 5 ບ່ອນ, ບ່ອນທີ່ ສປ ຈີນຮອງຮັບແມ່ນມີແຕ່ 2 ບ່ອນເຊັ່ນ ໂຮງໝໍມະໂຫສົດ ແລະ ໂຮງໝໍ 103, ສະເໜີໃຫ້ມີການປະສານງານກັບ ສປ ຈີນໃຫ້ຮອງຮັບຜົນກວດຈາກຫຼາຍບ່ອນຂຶ້ນ
ກະຊວງ ຖວທ ຈະນຳໃຊ້ຜົນໄດ້ຮັບຈາກກອງປະຊຸມ ເພື່ອເປັນຂໍ້ມູນກະກຽມແຜນຕ້ອນຮັບນັກທ່ອງທ່ຽວຈີນ ເຊິ່ງຈະໃຫ້ສຳເລັດໃນໄວໆນີ້ ເອກະສານກອງປະຊຸມ: https://bit.ly/3X3xn6e ວີດີໂອບັນທຶກກອງປະຊຸມ: https://bit.ly/3Hg4kXP