• ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອກະກຽມແຜນຕ້ອນຮັບນັກທ່ອງທ່ຽວຈີນ

    ໃນວັນທີ 16 ມັງກອນ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອກະກຽມແຜນຕ້ອນຮັບນັກທ່ອງທ່ຽວຈີນ ຂຶ້ນທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ດຳເນີນໃນຮູບແບບເຄິ່ງອອນລາຍ ໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອຮັບຟັງຄຳຄິດຄຳເຫັນຂອງພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງ ກ່ຽວກັບກາລະໂອກາດ, ສິ່ງທ້າທາຍ ແລະ ສິ່ງທີ່ຄວນກະກຽມເພື່ອຕ້ອນຮັບນັກທ່ອງທ່ຽວຈີນໃນແຕ່ລະດ້ານເຊັ່ນ ການຄົມນາຄົມທາງອາກາດ, ທາງບົກ ແລະ ທາງລົດໄຟ, ຄວາມສາມາດໃນການຮອງຮັບທາງດ້ານສະຖານທີ່ພັກແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ບຸກຄະລາກອນ, ມາດຕະການໃນການສະກັດກັ້ນ ແລະ ປົກປ້ອງການລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ. ມີຜູ້ເຂົ້າຮ່ວມຈາກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສອຄຊ), ສະມາຄົມທຸລະກິດທ່ອງທ່ຽວ, ສະມາຄົມໂຮງແຮມ ແລະ…

  • ພາກລັດ ແລະ ພາກທຸລະກິດທົບທວນແຜນກິດຈະກຳຂອງເຄືອຂ່າຍ DMN ຂັ້ນສູນກາງປະຈຳປີ 2022 ແລະ ວາງແຜນປະຈຳປີ 2023

    ໃນວັນທີ 18 ພະຈິກ 2022 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວຂັ້ນສູນກາງ ຫຼື ເອີ້ນວ່າ ເຄືອຂ່າຍ DMN ຂັ້ນສູນກາງ ຂຶ້ນທີ່ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ. . ກອງປະຊຸມໄດ້ດຳເນີນໂດຍການປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ທັງເປັນຜູ້ຈັດການໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ແລະ ທ່ານ ອິນທີ ເດືອນສະຫວັນ, ຮອງຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຄະນະບໍລິຫານງານ ສຄອຊ…

  • ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອແກ້ໄຂບັນຫາໃນຂະແໜງການທ່ອງທ່ຽວ

    ໃນຕອນບ່າຍຂອງ ວັນທີ 18 ພະຈິກ 2022, ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອແກ້ໄຂບັນຫາໃນຂະແໜງການທ່ອງທ່ຽວ ຂຶ້ນທີ່ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ, ຮ່ວມກັບ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ແລະ ທ່ານ ອິນທີ ເດືອນສະຫວັນ, ຄະນະບໍລິຫານງານ ສຄອຊ. ຜູ້ເຂົ້າຮ່ວມຈາກພາກລັດແມ່ນປະກອບມີບັນດາກົມພາຍໃນ ກະຊວງ ຖວທ, ກົມກົງສຸນ ກະຊວງການຕ່າງປະເທດ, ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕ.ມ)…

  • ກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປັບປຸງໂຄງປະກອບຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ

    ວັນທີ 28 ຕຸລາ 2021 ທີ່ຜ່ານມາ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ຄພສທ 2), ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປັບປຸງໂຄງປະກອບຄະນະບໍລິຫານງານເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດຫມາຍປາຍທາງການທ່ອງທ່ຽວຂອງ ສປປ ລາວ (Laos National Destination Management Network – DMN) ຂຶ້ນໃນຮູບແບບເຄິ່ງອອນລາຍ. ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອຜ່ານຮ່າງຂໍ້ຕົກລົງດັ່ງກ່າວ ແລະ ທົບທວນຄວາມຄືບຫນ້າການຈັດຕັ້ງປະຕິບັດແຜນກິດຈະກຳພາກລັດ ແລະ ພາກທຸລະກິດປະຈຳປີ 2021 ແລະ ແຜນກິດຈະກໍາໄລຍະເດືອນພະຈິກ – ທັນວາ 2021. ມີຜູ້ເຂົ້າຮ່ວມທັງຫມົດ 43 ທ່ານ, ເຊິ່ງປະກອບມີພາກລັດ, ພາກທຸລະກິດ, ໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແຫນງການທ່ອງທ່ຽວ. ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ສູນ ມະນີວົງສ໌, ຫົວຫນ້າໂຄງການ ຄພສທ 2, ກະຊວງ ຖວທ. ສັງລວມຄຳເຫັນ ແລະ ຂໍ້ສະຫລຸບ…

  • ກອງປະຊຸມປຶກສາຫາລືຮ່ວມກັບ ສຄອຊ ກ່ຽວກັບໂຄງປະກອບເຄືອຂ່າຍ DMN ຂັ້ນສູນກາງ

    ວັນທີ 05 ຕຸລາ 2021 ທີ່ຜ່ານມາ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ໂຄງການ ຄພສທ 2), ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ໂດຍໄດ້ຮັບທຶນສະຫນັບສະຫນູນຈາກທະນາຄານພັດທະນາອາຊີ (Asian Development Bank – ADB) ໄດ້ຈັດກອງປະຊຸມຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ເພື່ອປຶກສາຫາລືກ່ຽວກັບຮ່າງໂຄງປະກອບເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດຫມາຍປາຍທາງການທ່ອງທ່ຽວຂອງ ສປປ ລາວ (National Destination Management Network – DMN). ກອງປະຊຸມໄດ້ໄຂຂຶ້ນໂດຍການເປັນປະທານຂອງ ທ່ານ ສູນ ມະນີວົງສ໌, ຫົວຫນ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2, ທ່ານ ນາງ ດາລານີ ພົມມະວົງສາ, ຫົວຫນ້າກົມຄຸ້ມຄອງການທ່ອງທ່ຽວ…