1. Home
  2. Knowledge Base
  3. ກ່ຽວກັບເຄືອຂ່າຍ

ກ່ຽວກັບເຄືອຂ່າຍ

ເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດຫມາຍປາຍທາງການທ່ອງທ່ຽວ (Destination Management Network – DMN) ແມ່ນກົນໄກການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນຂະແຫນງການທ່ອງທ່ຽວ, ໄດ້ຮັບການສະຫນັບສະຫນູນຈາກບັນດາໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແຫນງການທ່ອງທ່ຽວ.

ເຄືອຂ່າຍໄດ້ຄັດຈ້ອນເອົາກິດຈະກຳຫລັກຂອງແຕ່ລະພາກສ່ວນ ເພື່ອບັນຈຸເຂົ້າໃນແຜນກິດຈະກຳພາກລັດ ແລະ ພາກທຸລະກິດ, ເຮັດໃຫ້ທຸກພາກສ່ວນຮັບຮູ້ກ່ຽວກັບກິດຈະກຳຂອງພາກສ່ວນອື່ນໃນຂະແຫນງການທ່ອງທ່ຽວ ແລະ ກຳນົດຮູບແບບການຮ່ວມມື. ສ້າງກາລະໂອກາດໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໃນການເຂົ້າເຖິງການສະຫນັບສະຫນູນທາງດ້ານວິຊາການ ແລະ ງົບປະມານຈາກບັນດາໂຄງການ ແລະ ອົງການຈັດຕັ້ງສາກົນ.

ກອງປະຊຸມເຄືອຂ່າຍແມ່ນຈັດຂຶ້ນຢ່າງຫນ້ອຍ 2 ຄັ້ງຕໍ່ປີ ເພື່ອສ້າງ ແລະ ທົບທວນຄວາມຄືບຫນ້າການຈັດຕັັ້ງປະຕິບັດແຜນກິດຈະກຳພາກລັດ ແລະ ພາກທຸລະກິດ.

ກອງປະຊຸມປຶກສາຫາລືພາກລັດ,​ ພາກທຸລະກິດ, ໂຄງການ ແລະ ອົງການຈັດຕັ້ງສາກົນ ວັນທີ 26 ກຸມພາ 2021

ເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດຫມາຍປາຍທາງການທ່ອງທ່ຽວ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນທຳອິດໃນປີ 2015 ໂດຍກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ຫລັງຈາກນັ້ນ ກໍໄດ້ຮັບການປັບປຸງໂຄງປະກອບ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຖວທ, ເລກທີ…… ລົງວັນທີ……………

ໂຄງປະກອບເຄືອຂ່າຍ DMN ຂັ້ນສູນກາງ
ບັນຈຸຮູບພາບໃສ່
ພາລະບົດບາດ ແລະ ຫນ້າທີ່ຮັບຜິດຊອບ
ປະໂຫຍດຂອງສະມາຊິກ
ການສະຫມັກເປັນສະມາຊິກ