• ASEAN Tourism Forum 2024 Officially Opened

    ເປີດມະຫາກໍາການທ່ອງທ່ຽວ ອາຊຽນ 2024 ຢ່າງເປັນທາງການ ມະຫາກໍາການທ່ອງທ່ຽວອາຊຽນ 2024 (ASEAN Tourism Forum 2024) ຫລື ATF ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ມັງກອນ 2024 ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນ, ມີບັນດາລັດຖະມົນຕີທ່ອງທ່ຽວອາຊຽນ, ລັດຖະມົນ ຕີທ່ອງທ່ຽວຈາກ ຕີມໍແລັດສະເຕ ໃນຖານະປະເທດຜູ້ສັງເກດການ ແລະ ບັນດາທູຕານຸທູດ, ພ້ອມດ້ວຍ ເລຂາທິ ການໃຫຍ່ອາຊຽນ ແລະ ຜູ້ແທນຈາກບັນດາປະເທດອາຊຽນບວກ 3 ແລະ ຄະນະຜູ້ແທນຈາກພາກລັດ, ອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ກຽດຂຶ້ນກ່າວສູນທອນພົດ ແລະ ລັ່ນຄ້ອງ 9 ບາດ…

  • Vang Vieng DMN Meeting

    ກອງປະຊຸມເຄືອຂ່າຍ DMN ເມືອງວັງວຽງ ວັນສຸກ ທີ 10 ພະຈິກ 2023 ທີ່ຜ່ານມາ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງວັງວຽງ ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວເມືອງວັງວຽງ (Vang Vieng Destination Management Network – DMN) ຂຶ້ນ ທີ່ພັດທະນາຊົມວິວ, ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP…

  • Champasak DMN Meeting

    ກອງປະຊຸມເຄືອຂ່າຍ DMN ແຂວງຈຳປາສັກ ວັນອັງຄານ ທີ 07 ພະຈິກ 2023 ທີ່ຜ່ານມາ,​ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (ເຄືອຂ່າຍ DMN) ແຂວງຈຳປາສັກ ຂຶ້ນທີ່ພະແນກ ຖວທ ແຂວງຈຳປາສັກ, ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງ ຖວທ. ກອງປະຊຸມໄດ້ດຳເນີນ ໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ…

  • Stakeholder Consultation Workshops on Draft Tourism Law in Southern, Central and Northern Laos and at National level.

    ກອງປະຊຸມທາບທາມຄໍາຄິດເຫັນ ເພື່ອປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ສໍາລັບພາກໃຕ້, ພາກກາງ, ພາກເໜືອ ແລະ ຂັ້ນສູນກາງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບທາມຄຳຄິດເຫັນເພື່ອປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ຕາມວັນເວລາລຸ່ມນີ້: ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ, ກະຊວງ ຖວທ ເຊິ່ງທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມໃນການປັບປຸງກົດໝາຍວ່າດ້ວຍ ການທ່ອງທ່ຽວ, ຮ່ວມກັບບັນດາທ່ານຮອງເຈົ້າແຂວງໆເຈົ້າພາບ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ສຳລັບກອງປະຊຸມລະດັບພາກ. ການປັບປຸງກົດໝາຍວ່າດ້ວຍ ການທ່ອງທ່ຽວສະບັບນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ (Asian Development Bank – ADB). ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ ໄດ້ລາຍງານຄວາມຄືບໜ້າຂອງການປັບປຸງກົດໝາຍ ວ່າດ້ວຍການທ່ອງທ່ຽວ. ທ່ານ ວິລະ ຈັນທະວົງ, ຊ່ຽວຊານດ້ານການທ່ອງທ່ຽວ, ລາຍງານຜົນການທາບທາມຄໍາຄິດເຫັນເປີດກວ້າງທົ່ວສັງຄົມ ນັບທັງຄຳເຫັນຂອງຊ່ຽວຊານສາກົນດ້ານກົດໝາຍທ່ອງທ່ຽວ….

  • Public and Private Sector Consultation Workshop on Draft Laos Tourism Marketing Campaign Plan for Visit Laos Year 2024

    ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອຜ່ານຮ່າງບັ້ນໂຄສະນາປີທ່ອງທ່ຽວລາວ 2024 ວັນສຸກ ທີ 21 ກໍລະກົດ 2023 ທີ່ຜ່ານມາ, ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດເພື່ອຜ່ານຮ່າງບັ້ນໂຄສະນາ (Marketing Campaign Plan) ປີທ່ອງທ່ຽວລາວ 2024 ຂຶ້ນທີ່ໂຮງແຮມຄຣາວພຣາຊ່າ, ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2), ທະນາຄານພັດທະນາອາຊີ (Asian Development Bank – ADB) ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ 1) ທ່ານ ຄົມ ດວງຈັນທາ, ກອງເລຂາຄະນະຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024, ເຊິ່ງທັງເປັນຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ, 2) ທ່ານ ນາງ ພອນມະລີ…