• National Destination Management Network (DMN) Meeting

    ວັນອັງຄານ ທີ 27 ພຶດສະພາ 2025, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (ເຄືອຂ່າຍ DMN) ຂັ້ນສູນກາງ ຂຶ້ນທີ່ໂຮງແຮມລາວພລາຊ່າ, ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຂອງ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project, ກະຊວງ ຖວທ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າຄະນະບໍລິຫານງານເຄືອຂ່າຍ DMN ຂັ້ນສູນກາງ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ ຄພສທ 2, ກະຊວງ ຖວທ ຮ່ວມກັບ…