• Stakeholder Consultation Workshops on Draft Tourism Law in Southern, Central and Northern Laos and at National level.

    ກອງປະຊຸມທາບທາມຄໍາຄິດເຫັນ ເພື່ອປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ສໍາລັບພາກໃຕ້, ພາກກາງ, ພາກເໜືອ ແລະ ຂັ້ນສູນກາງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບທາມຄຳຄິດເຫັນເພື່ອປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ຕາມວັນເວລາລຸ່ມນີ້: ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ, ກະຊວງ ຖວທ ເຊິ່ງທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມໃນການປັບປຸງກົດໝາຍວ່າດ້ວຍ ການທ່ອງທ່ຽວ, ຮ່ວມກັບບັນດາທ່ານຮອງເຈົ້າແຂວງໆເຈົ້າພາບ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ສຳລັບກອງປະຊຸມລະດັບພາກ. ການປັບປຸງກົດໝາຍວ່າດ້ວຍ ການທ່ອງທ່ຽວສະບັບນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ (Asian Development Bank – ADB). ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖວທ ໄດ້ລາຍງານຄວາມຄືບໜ້າຂອງການປັບປຸງກົດໝາຍ ວ່າດ້ວຍການທ່ອງທ່ຽວ. ທ່ານ ວິລະ ຈັນທະວົງ, ຊ່ຽວຊານດ້ານການທ່ອງທ່ຽວ, ລາຍງານຜົນການທາບທາມຄໍາຄິດເຫັນເປີດກວ້າງທົ່ວສັງຄົມ ນັບທັງຄຳເຫັນຂອງຊ່ຽວຊານສາກົນດ້ານກົດໝາຍທ່ອງທ່ຽວ….

  • First Public and Private Sector Consultation Meeting on Lao Tourism Law

    ກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດກ່ຽວກັບການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວຂອງ ສປປ ລາວ ຄັ້ງທີ 1 ວັນທີ 04 ພຶດສະພາ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (Asian Development Bank – ADB) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດກ່ຽວກັບການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວຂອງ ສປປ ລາວ ຄັ້ງທີ 1 ຂື້ນທີ່ໂຮງແຮມລາວພລາຊ່າ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖວທ. ຜູ້ເຂົ້າຮ່ວມຈາກພາກລັດປະກອບມີ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ສຈ ດາວອນ ຫວ່າງວິຈິດ, ອາດີດປະທານກຳມາທິການກົດໝາຍສະພາແຫ່ງຊາດ,…