National DMN Meeting
ວັນສຸກ ທີ 14 ມິຖຸນາ 2024 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (ເຄືອຂ່າຍ DMN) ຂັ້ນສູນກາງຂຶ້ນທີ່ ໂຮງແຮມຄຣາວພລາຊ່າ, ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ທະນານຄານພັດທະນາອາຊີ.
ກອງປະຊຸມໄດ້ດຳເນີນ ໂດຍການເປັນປະທານຂອງ ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີ ກະຊວງ ຖວທ. ມີຄະນະບໍລິຫານ ແລະ ສະມາຊິກເຄືອຂ່າຍ DMN ຂັ້ນສູນກາງ ເຂົ້າຮ່ວມ ເຊິ່ງປະກອບມີທັງພາກລັດ ແລະ ພາກທຸລະກິດ, ໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແໜງການທ່ອງທ່ຽວ.

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການກະກຽມເປັນເຈົ້າພາບກອງປະຊຸມ Mekong Tourism Forum (MTF) 2025 ຂອງ ທ່ານ ສົມໄຊ ສີປະເສີດ
ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ. ຫຼັງຈາກນັ້ນ, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ, ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ໄດ້ລາຍງານກ່ຽວກັບກິດຈະກຳການໂຄສະນາ ແລະ ແຜນການໄລຍະ 6 ເດືອນທ້າຍປີ 2024.
ທ່ານ ອາດິດຕະ ກິດຕິຄຸນ, ຄະນະອຳນວຍການ RDK Group ໄດ້ລາຍງານຜົນໄດ້ຮັບຂອງແຄມເປນໂຄສະນາການທ່ອງທ່ຽວ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າການແກ້ໄຂບັນຫາໃນຂະແໜງການທ່ອງທ່ຽວຂອງ ທ່ານ ນາງ ສີພອນໄພ ສິດທິໄຊ, ຮອງຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ.
ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນເຂົ້າໃນແຕ່ລະບົດນຳສະເໜີ ເຊິ່ງສັງລວມດັ່ງນີ້:
ກອງປະຊຸມ MTF 2025 ທີ່ແຂວງຫຼວງພະບາງ
– ສະເໜີເລື່ອນເປັນເດືອນມິຖຸນາ 2025 ເພາະອາກາດດີກວ່າ
– ສະເໜີປັບ ຫຼື ເພີ່ມຫົວຂໍ້ Eco-adventure, Sport Tourism ແລະ ກິລາແຂ່ງເຮືອ
ການໂຄສະນາການທ່ອງທ່ຽວ
– ແຄມເປນໂຄສະນາການທ່ອງທ່ຽວແມ່ນໄດ້ຮັບຜົນດີ, ສະເໜີໃນຕໍ່ໜ້າ ສຸມງົບປະມານໃສ່ກິດຈະກຳນີ້ຫຼາຍຂຶ້ນຕື່ມ
– ການໂຄສະນາການທ່ອງທ່ຽວທາງທຳມະຊາດ ຍັງບໍ່ທັນພົ້ນເດັ່ນ, ໂຄງການ LLL ກົມປ່າໄມ້ ພ້ອມເຮັດວຽກຮ່ວມກັບກົມໂຄສະນາການທ່ອງທ່ຽວ
– ສະເໜີເພີ່ມເນື້ອໃນໂຄສະນານະໂຍບາຍຍົກເວັ້ນວີຊາ
ການແກ້ໄຂບັນຫາໃນຂະແໜງການທ່ອງທ່ຽວ
– ວີຊາ: ສະເໜີໃຫ້ກະຊວງ ຖວທ ສະເໜີຕໍ່ກະຊວງການຕ່າງປະເທດ ກ່ຽວກັບຜົນປະໂຫຍດຂອງການຍົກເວັ້ນວີຊາ ຊ່ວຍຫຼຸດຜ່ອນຂັ້ນຕອນໃຫ້ນັກທ່ອງທ່ຽວ, ເບິ່ງແບບຢ່າງຈາກປະເທດອ້ອມຂ້າງ
– ການນຳເຂົ້າລົດບິກໄບ້: ສະເໜີເປີດກອງປະຊຸມຊ່ອງໜ້າ ຄົ້ນຄວ້າໃຫ້ເຂົ້າມາອິດສະຫຼະ
ໃບອະນຸຍາດນຳເຂົ້ານັກທ່ອງທ່ຽວ (ເຕເລັກ): ສະເໜີນຳໃຊ້ແບບດີຈີຕອນ, ສະມາຄົມທຸລະກິດທ່ອງທ່ຽວລາວ ພ້ອມເຮັດວຽກນຳ.
– ຮ້ານອາຫານຢູ່ນຳ້ຊອງ ເມືອງວັງວຽງ, ສົ່ງຜົນຕໍ່ສິ່ງແວດລ້ອມ, ມົນລະພິດທາງສຽງ, ຖ້າຄຸ້ມຄອງບໍ່ໄດ້ ບ່ອນອື່ນອາດເຮັດນຳ, ບໍ່ສາມາດດຶງດູດນັກລົງທຶນທຸລະກິດຄຸນນະພາບສູງ.
– ຮ່າງຂໍ້ຕົກລົງວ່າດ້ວຍການທ່ອງທ່ຽວເຂດປ່າສະຫງວນ: ກະຊວງ ຖວທ ສົ່ງຮ່າງຂໍ້ຕົກລົງໃຫ້ກະຊວງກະສິກຳ ແລະ ປ່າໄມ້ແລ້ວ, ກົມປ່າໄມ້ ກໍກໍາລັງປັບປຸງນິຕິກໍາ. ສະເໜີໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົ່ງຮ່າງນິຕິກໍາໃຫ້ກະຊວງ ຖວທ.
– ລາຍຮັບຈາກນັກທ່ອງທ່ຽວມາເປັນກຸ່ມ ຖືກກະຈາຍໃຫ້ກັບເສດຖະກິດ-ສັງຄົມແນວໃດ? ສະເໜີໃຫ້ມີມາດຕະການກວດກາການດຳເນີນທຸລະກິດ
– ສະເໜີເພີ່ມບັນດາດ່ານສາກົນທີ່ສາມາດອອກ E-visa
ກອງປະຊຸມໄດ້ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງເຄືອຂ່າຍ DMN ຂັ້ນສູນກາງ ປະຈຳປີ 2024 ແລະ ວາງແຜນກິດຈະກຳສຳລັບໄລະຍະ 6 ເດືອນທ້າຍປີ 2024 ດັ່ງນີ້:
– ສືບຕໍ່ແຄມເປນໂຄສະການທ່ອງທ່ຽວ
– ຈັດງານແລ່ນ Pakse Half Marathon ວັນທີ 22 ກັນຍາ 2024
– ຈັດງານແລ່ນ LuangPrabang Ultra-Trail ວັນທີ 19 – 20 ຕຸລາ 2024
– ຈັດງານສັບປະດາລົດຈັກ (Bike week), LATA ກໍາລັງລົມກັບກະຊວງ ຍທຂ ໃນການປ່ອຍໃຫ້ນັກທ່ອງທ່ຽວເຂົ້າມາລາວ ໂດຍບໍ່ຕ້ອງຜ່ານບໍລິສັດທ່ອງທ່ຽວ, ແຂວງຈຳປາສັກເຫັນດີແລ້ວ
– ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ ITE HCMC – International Travel Expo Ho Chi Minh City ວັນທີ 05 – 07 ກັນຍາ 2024, ງານ CITIE ກວາງໂຈ ເດືອນກັນຍາ 2024, ງານ CITM China ວັນທີ 14 – 15 ພະຈິກ 2024, China ASEAN Expo Guilin
– ຈັດງານ FAM Trip ໃຫ້ແກ່ບໍລິສັດນຳທ່ຽວ ແລະ ສື່ມວນຊົນຈາກປະເທດໄທ ເດືອນກັນຍາ
– ທົດລອງຈັດງານວາງສະແດງທ່ອງທ່ຽວລາວ ເດືອນກັນຍາ 2024, ເຕົ້າໂຮມທຸລະກິດທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມ
– ຈັດງານ Let’s Travel 28 – 30 ມິຖຸນາ 2024
- ຜ່ານຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວຢູ່ສະພາແຫ່ງຊາດ ໃນເດືອນມິຖຸນາ
ດາວໂຫຼດເອກະສານກອງປະຊຸມ: https://bit.ly/3R0Osgq