1. Home
  2. Knowledge Base
  3. Research & Survey
  4. Chinese Visitor Welcoming Plan_2023 – 2025_Lao

Chinese Visitor Welcoming Plan_2023 – 2025_Lao

ໃນໄລຍະກ່ອນທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ສປ ຈີນ ເປັນຕະຫຼາດທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດສໍາລັບຫຼາຍປະເທດໃນທົ່ວໂລກ. ຊຶ່ງໃນປີ 2019 ມີນັກທ່ອງທ່ຽວຈີນຫຼາຍກວ່າ 155 ລ້ານເທື່ອຄົນໄດ້ເດີນທາງໄປທ່ອງທ່ຽວຕ່າງປະເທດ. ແຕ່ໃນໄລຍະ 3 ປີທີ່ຜ່ານມາໄດ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ລັດ ຖະບານ ສປ ຈີນ ໄດ້ອອກມາດຕະການຈໍາກັດການເດີນທາງເຂົ້າ-ອອກປະເທດ ຈຶ່ງເຮັດໃຫ້ຕົວເລກຂອງນັກທ່ອງທ່ຽວຂາອອກຂອງຈີນຫຼຸດລົງຫຼາຍ. ແຕ່ເຖິງຢ່າງໃດກໍຕາມ, ມາຮອດປັດຈຸບັນລັດຖະບານຈີນໄດ້ມີນະໂຍບາຍຜ່ອນຜັນໃຫ້ພົນລະເມືອງຈີນສາມາດເດີນທາງອອກນອກປະເທດໄດ້ ຊຶ່ງຄາດວ່າຄົນຈີນຈໍານວຍຫຼາຍລ້ານຄົນມີຄວາມຕັ້ງ ໃຈທີ່ຈະເດີນທາງອອກໄປທ່ອງທ່ຽວຕ່າງປະເທດ. ດ້ວຍເຫດຜົນດັ່ງກ່າວ, ຄາດວ່າການເດີນທາງໄປທ່ຽວຕ່າງປະເທດຂອງນັກທ່ອງທ່ຽວຈີນ ຈະຊ່ວຍເຮັດໃຫ້ສະພາບການທ່ອງທ່ຽວໂລກມີທ່າອ່ຽງກັບຄືນມາມີບັນຍາກາດຟົດຟື້ນອີກຄັ້ງ.

ແຜນກະກຽມຕ້ອນຮັບນັກທ່ອງທ່ຽວສະບັບນີ້ໄດ້ສ້າງຂຶ້ນ ເພື່ອເປັນບ່ອນອີງໃຫ້ແກ່ພາກລັດ ແລະ ພາກທຸລະກິດທັງສູນກາງ ແລະ ທ້ອງຖິ່ນ ເປັນຂໍ້ມຸນພື້ນຖານເພື່ອກະກຽມການບໍລິການຕ້ອນຮັບນັກທ່ອງທ່ຽວຈີນ (ຕະຫຼາດຈີນ) ຢູ່ໃນ ສປປ ລາວ ເປັນຕົ້ນແມ່ນ: ທ່າອ່ຽງ ແລະ ໂອກາດທີ່ນັກທ່ອງທ່ຽວຈີນຈະເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ລວມເຖິງຄວາມສ່ຽງທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນການທ່ອງທ່ຽວໃນຮູບແບບທົວສູນຫຼຽນ (zero-dollar tourism). ນອກຈາກນັ້ນ, ແຜນສະບັບນີ້ ຍັງໄດ້ສັງລວມບາງນະໂຍບາຍ ແລະ ແຜນການຕ້ອນຮັບນັກທ່ອງທ່ຽວຈີນຂອງບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ.

ເພື່ອເປັນການຮອງຮັບການປ່ຽນແປງຂອງອຸດສະຫາກໍາການທ່ອງທ່ຽວ ເນື່ອງຈາກສະພາບການຂອງຕະຫຼາດນັກທ່ອງທ່ຽວມີການປ່ຽນແປງຢູ່ຕະຫຼອດເວລາ. ສະນັ້ນ, ເອກະສານສະບັບນີ້ອາດຈະມີການປັບປຸງ ແລະ ດັດປັບເປັນແຕ່ລະໄລຍະເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

Updated on 15/05/2023

Article Attachments

Was this article helpful?

Related Articles

Need Support?
Can't find the answer you're looking for?
Contact Support