ວັນສຸກ ທີ 14 ມິຖຸນາ 2024 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (ເຄືອຂ່າຍ DMN) ຂັ້ນສູນກາງຂຶ້ນທີ່ ໂຮງແຮມຄຣາວພລາຊ່າ, ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ທະນານຄານພັດທະນາອາຊີ. ກອງປະຊຸມໄດ້ດຳເນີນ ໂດຍການເປັນປະທານຂອງ ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີ ກະຊວງ ຖວທ. ມີຄະນະບໍລິຫານ ແລະ ສະມາຊິກເຄືອຂ່າຍ DMN…
ເປີດມະຫາກໍາການທ່ອງທ່ຽວ ອາຊຽນ 2024 ຢ່າງເປັນທາງການ ມະຫາກໍາການທ່ອງທ່ຽວອາຊຽນ 2024 (ASEAN Tourism Forum 2024) ຫລື ATF ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ມັງກອນ 2024 ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນ, ມີບັນດາລັດຖະມົນຕີທ່ອງທ່ຽວອາຊຽນ, ລັດຖະມົນ ຕີທ່ອງທ່ຽວຈາກ ຕີມໍແລັດສະເຕ ໃນຖານະປະເທດຜູ້ສັງເກດການ ແລະ ບັນດາທູຕານຸທູດ, ພ້ອມດ້ວຍ ເລຂາທິ ການໃຫຍ່ອາຊຽນ ແລະ ຜູ້ແທນຈາກບັນດາປະເທດອາຊຽນບວກ 3 ແລະ ຄະນະຜູ້ແທນຈາກພາກລັດ, ອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ກຽດຂຶ້ນກ່າວສູນທອນພົດ ແລະ ລັ່ນຄ້ອງ 9 ບາດ…
ກອງປະຊຸມເຄືອຂ່າຍ DMN ເມືອງວັງວຽງ ວັນສຸກ ທີ 10 ພະຈິກ 2023 ທີ່ຜ່ານມາ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງວັງວຽງ ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວເມືອງວັງວຽງ (Vang Vieng Destination Management Network – DMN) ຂຶ້ນ ທີ່ພັດທະນາຊົມວິວ, ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP…
ກອງປະຊຸມເຄືອຂ່າຍ DMN ແຂວງຈຳປາສັກ ວັນອັງຄານ ທີ 07 ພະຈິກ 2023 ທີ່ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ຮ່ວມກັບກະຊວງ ຖວທ ໄດ້ຈັດກອງປະຊຸມເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (ເຄືອຂ່າຍ DMN) ແຂວງຈຳປາສັກ ຂຶ້ນທີ່ພະແນກ ຖວທ ແຂວງຈຳປາສັກ, ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງ ຖວທ. ກອງປະຊຸມໄດ້ດຳເນີນ ໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ…
ກອງປະຊຸມເຄືອຂ່າຍ DMN ຂັ້ນສູນກາງ ໃນວັນສຸກ ທີ 03 ພະຈິກ 2023 ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມກອງປະຊຸມເຄືອຂ່າຍ DMN ຂັ້ນສູນກາງ ຂຶ້ນທີ່ໂຮງແຮມເສດຖາພາເລດ, ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງ ຖວທ. ຈຸດປະສົງແມ່ນເພື່ອປຶກສາຫາລືກ່ຽວກັບການນຳໃຊ້ກາລະໂອກາດຂອງງານ ATF 2024 ເພື່ອໂຄສະການທ່ອງທ່ຽວລາວເຊັ່ນ ການເຂົ້າຮ່ວມງານວາງສະແດງ ATF TRAVEX 2024, ການແລກປ່ຽນປະສົບການຂອງພາກທຸລະກິດໃນການກະກຽມຄວາມພ້ອມ ແລະ ປະໂຫຍດຂອງການເຂົ້າຮ່ວມງານວາງສະແດງ, ກໍານົດລາຍການທ່ອງທ່ຽວທີ່ພາກທຸລະກິດສົນໃຈຂາຍເພື່ອບັນຈຸເຂົ້າເວັບໄຊ ATF,…