1. Home
  2. Knowledge Base
  3. Law | Strategy | Plan | Policy
  4. Tourism Marketing
  5. Destination Laos Tourism Marketing Plan 2022-2023 for Covid-19 Recovery_Lao

Destination Laos Tourism Marketing Plan 2022-2023 for Covid-19 Recovery_Lao

ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ອຸດສາຫະກໍາການທ່ອງທ່ຽວລາວ ແລະ ທົ່ວໂລກ; ການປິດດ່ານສາກົນເຂົ້າ-ອອກປະເທດ ເຮັດໃຫ້ນັກທ່ອງທ່ຽວບໍ່ສາມາດເດີນທາງໄປທ່ອງທ່ຽວ​ ​ຜົນກະທົບດັ່ງກ່າວອາດຈະແກ່ຍາວໄປໃນໄລຍະໜຶ່ງ ​ແລະ ຍັງບໍ່ທັນມີປະເທດໃດສາມາດຄາດຄະເນວ່າ ຈະມີການເປີດປະເທດຄືນໃໝ່. ສໍາລັບປະເທດລາວກໍ່ໄດ້ປິດປະເທດເຊັ່ນດຽວກັນ ນັບແຕ່ທ້າຍເດືອນມີນາ 2020 ເຮັດໃຫ້ຂະແໜງການທ່ອງທ່ຽວລາວຢຸດສະຫງັດລົງ. ເຖິງ​​ແມ່ນ​ວ່າການທ່ອງທ່ຽວພາຍໃນປະເທດມີການຟື້ນຟູຄືນດ້ວຍບັນຍາກາດທີ່ດີແລ້ວກໍຕາມ, ແຕ່ການໃຊ້ຈ່າຍຂອງນັກທ່ອງທ່ຽວພາຍໃນເຫັນວ່າຍັງບໍ່ທັນສູງ ຖ້າທຽບໃສ່ການໃຊ້ຈ່າຍຂອງນັກທ່ອງທ່ຽວສາກົນ.

​ໃນ​ເດືອນ​ທັນວາ 2021, ຫ້ອງ​ວ່າການສຳນັກງານ​ນາຍົກລັດຖະມົນຕີ ​ໄດ້​ປະກາດ​ໂຄງການເຂດ​ທ່ອງທ່ຽວສີຂຽວ ​ເພື່ອ​​ເປີດ​ປະຕູ​ສູ່​ໂລກພາຍ​ນອກ ​ແລະ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາທ່ຽວປະເທດລາວ. ​ແຜນການ​ດັ່ງກ່າວ​ອະນຸຍາດ​ໃຫ້ນັກທ່ອງທ່ຽວເດີນທາງເຂົ້າ​ປະ​ເທດເປັນໝູ່ຄະນະ ​ໂດຍ​ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ແລະ ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ​ເພື່ອຈໍາກັດ​ຄວາມ​ສ່ຽງ​​ໃນການຕິດເຊື້ອຕໍ່​ກັບ​ປະຊາຊົນໃນ​ທ້ອງ​ຖິ່ນ ​ແລະ ຕໍ່ນັກ​ທ່ອງ​ທ່ຽວ. ສຳລັບນັກ​ທ່ອງ​ທ່ຽວ ທີ່ເດີນທາງມາແບບລາຍບຸກຄົນ ຍັງ​ບໍ່​ທັນໄດ້ຮັບອະນຸຍາດໃຫ້ມີການເດີນທາງເຂົ້າມາ ສປປ ລາວ ເທື່ອ ເນື່ອງຈາກວ່າຕ້ອງໄດ້​ລໍ​ຖ້າ​ມາດ​ຕະ​ການ​ເປີດ​ປະເທດຄືນ​ໃໝ່.

ໃນກາງປີ 2021 ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ໂດຍການຮ່ວມມືກັບເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງທ່ອງທ່ຽວລາວ National Destination Management Network (DMN) ແລະ ການ​ສະໜັບສະໜູນ​ຈາກ​ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ​ໃນອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​​ ໄລຍະ 2 ໄດ້ລິເລີ່ມ​ສ້າງແຜນການຕະຫຼາດ​ການທ່ອງທ່ຽວ​ ຂອງ ສປປ ລາວ ສໍາລັບປີ 2022-2023 ​ເພື່ອ​ຟື້ນ​ຟູການທ່ອງທ່ຽວ​ຈາກການແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​​ໂດຍອີງໃສ່ຜົນ​ການ​ສຶກສາ​-ວິ​ໄຈ ຕະຫຼາດການທ່ອງທ່ຽວ ຢູ່​​ພາຍ​ໃນ ​ແລະ ຕ່າງປະ​ເທດ. ແຜນສະບັບນີ້ສຸມໃສ່ກຳນົດກິດຈະກໍາການທ່ອງທ່ຽວ ໃນຊຸມປີຕໍ່ໜ້າ ແລະ ສັງລວມເອົາການສະໜັບສະໜູນຈາກພາກສ່ວນ​ທີ່​ກ່ຽວ​ຂ້ອງ ລວມ​ທັງຜູ້ໃຫ້ທຶນໃນການຈັດຕັ້ງປະຕິບັດແຕ່ລະກິດຈະກໍາການ​ທ່ອງ​ທ່ຽວ.

ເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງທ່ອງທ່ຽວລາວ ແມ່ນເວທີໜຶ່ງ​ທີ່​ເປັນຊ່ອງທາງສໍາລັບການຮ່ວມມືລະຫວ່າງພາກລັດ ແລະ ຜູ້ປະກອບການທຸລະກິດໃນຂະແໜງການທ່ອງທ່ຽວ. ເຄືອຂ່າຍດັ່ງກ່າວຈະຊ່ວຍຊຸກ​ຍູ້​ການ​ຮ່ວມມື, ການປະສານ​ສົມທົບ​ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດກິດຈະກຳການທ່ອງທ່ຽວ ແລະ ບັນຈຸເຂົ້າໃນ​​ແຜນ​ການຈັດຕັ້ງປະຕິບັດຂອງ​ພາກ​ລັດ ​ແລະ ຜູ້ປະກອບການທຸລະກິດທ່ອງທ່ຽວ. ພ້ອມດຽວກັນນັ້ນ, ຍັງເຮັດ​ໃຫ້​ທຸກ​ພາກສ່ວນເຂົ້າ​ໃຈວຽກງານຂອງຂະ​ແໜງ​ທ່ອງ​ທ່ຽວທີ່ກຳລັງຈັດຕັ້ງປະຕິບັດ ແລະ ເພີ່ມທະວີການຮ່ວມມື ເຊິ່ງກັນ ແລະ ກັນໃຫ້​ແໜ້ນ​ແຟ້ນກວ່າເກົ່າ.

ບັນດາກິດຈະກໍາດັ່ງກ່າວ, ຈະ​ສຸມ​ໃສ່ໂຄ​ສະ​ນາ​ໃຫ້​ນັກ​ທ່ອງ​ທ່ຽວ​​ພາຍ​ໃນ, ພາກ​ພື້ນ ແລະ ສາກົນ. ​ ໃນສະພາບປະຈຸບັນການສົ່ງເສີມການທ່ອງທ່ຽວພາຍໃນ ແມ່ນໜຶ່ງໃນນະໂຍບາຍຂອງລັດຖະບານ ເພື່ອກະຕຸ້ນ ແລະ ຟື້ນຟູເສດຖະກິດຂອງ ສປປ ລາວ; ການສືບຕໍ່ໂຄງການ “ລາວທ່ຽວລາວ” ຈຶ່ງເປັນວຽກທີ່ສໍາຄັນ ເພື່ອສ້າງເງື່ອນໄຂຄວາມພ້ອມໃນການເປີດປະເທດ ແລະ ຕ້ອນຮັບນັກທ່ອງທ່ຽວສາກົນໃນຕໍ່ໜ້າ.

ການເປີດປະເທດຄືນໃໝ່, ສປປ ລາວ ຈະຕ້ອງຄໍານຶງເຖິງຈຸດຂາຍທີ່ເປັນເອກະລັກຂອງຕົນ ເພື່ອດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນໃຫ້ກັບຄືນມາທ່ຽວປະ​ເທດລາວ. ​ພ້ອມ​ດຽວ​ກັນ​ນີ້, ບັນ​ຫາທີ່ສໍາຄັນ​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ການໂຄສະນາ​ການ​ທ່ອງ​ທ່ຽວຕິດພັນກັບບັນດາກິດຈະກໍາການຕະຫຼາດທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ແຜນ​ການ​ຕະຫຼາດ​ການ​ທ່ອງ​ທ່ຽວ ຂອງ ສ​ປ​ປ ລາວ ສຳ​ລັບ​ປີ 2022-2023 ເຊັ່ນ: ການໂຄສະນາແບບດີຈີຕອນ, ການໂຄສະນາສື່ສິ່ງພິມ, ການຈັດງານ, ສື່ມວນຊົນ, ປະຊາສໍາພັນ ແລະ ການເຂົ້າຮ່ວມໃນງານວາງສະແດງການທ່ອງທ່ຽວສາກົນ​ທີ່​ເປັນຕະຫຼາດ​ທ່ອງ​ທ່ຽວ​ສຳ​ຄັນ ແລະ ເປັນ​ເປົ້າ​ໝາຍ​ຂອງ​ການ​ທ່ອງທ່ຽວ​ລາວ.

Updated on 22/01/2023

Article Attachments

Was this article helpful?

Related Articles

Need Support?
Can't find the answer you're looking for?
Contact Support