ກອງປະຊຸມປຶກສາຫາລືຮ່ວມກັບ ສຄອຊ ກ່ຽວກັບໂຄງປະກອບເຄືອຂ່າຍ DMN ຂັ້ນສູນກາງ

ວັນທີ 05 ຕຸລາ 2021 ທີ່ຜ່ານມາ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ໂຄງການ ຄພສທ 2), ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ໂດຍໄດ້ຮັບທຶນສະຫນັບສະຫນູນຈາກທະນາຄານພັດທະນາອາຊີ (Asian Development Bank – ADB) ໄດ້ຈັດກອງປະຊຸມຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ເພື່ອປຶກສາຫາລືກ່ຽວກັບຮ່າງໂຄງປະກອບເຄືອຂ່າຍພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດຫມາຍປາຍທາງການທ່ອງທ່ຽວຂອງ ສປປ ລາວ (National Destination Management Network – DMN).

ກອງປະຊຸມໄດ້ໄຂຂຶ້ນໂດຍການເປັນປະທານຂອງ ທ່ານ ສູນ ມະນີວົງສ໌, ຫົວຫນ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2, ທ່ານ ນາງ ດາລານີ ພົມມະວົງສາ, ຫົວຫນ້າກົມຄຸ້ມຄອງການທ່ອງທ່ຽວ ແລະ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ.

ກອງປະຊຸມເຫັນດີກ່ຽວກັບຮ່າງໂຄງປະກອບເຄືອຂ່າຍ DMN ຂັ້ນສູນກາງ, ເຊິ່ງປະກອບມີພາກລັດ ແລະ ພາກທຸລະກິດເປັນປະທານຮ່ວມ. ຈຸດປະສົງຂອງເຄືອຂ່າຍແມ່ນເພື່ອເປັນເວທີປຶກສາຫາລື ແລະ ເຮັດວຽກຮ່ວມກັນລະຫວ່າງພາກລັດ, ພາກທຸລະກິດ, ໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແຫນງການທ່ອງທ່ຽວ. ເປັນກົນໄກທີ່ຈໍາເປັນສໍາລັບໂຄງການ ຄພສທ 2 ໃນການສະຫນອງການສະຫນັບສະຫນູນດ້ານງົບປະມານ ແລະ ວິຊາການໃຫ້ແກ່ພາກລັດ ແລະ ພາກທຸລະກິດ.

ຫົວຂໍ້ການສົນທະນາ ຫລື ຂອບເຂດກິດຈະກຳຂອງເຄືອຂ່າຍແມ່ນກວມເອົາ ການພັດທະນາຜະລິດຕະພັນການທ່ອງທ່ຽວ, ການໂຄສະນາ, ການຄຸ້ມຄອງ ແລະ ການພັດທະນາຊັບພະຍາກອນມະນຸດ. ສຳລັບພາກລັດຈາກກະຊວງອື່ນ ແມ່ນຈະຖືກເຊີນເຂົ້າຮ່ວມກອງປະຊຸມເຄືອຂ່າຍ ຫລື ກອງປະຊຸມຍ່ອຍ ໂດຍອີງຕາມຫົວຂໍ້ການສົນທະນາ, ເຂົາເຈົ້າຈະບໍ່ຢູ່ໃນໂຄງປະກອບເຄືອຂ່າຍ. ເຄືອຂ່າຍ DMN ຂັ້ນສູນກາງ ຈະບໍ່ທັນຊ້ອນກັບສະພາສົ່ງເສີມການທ່ອງທ່ຽວ ທີ່ກຳລັງຢູ່ໃນຂັ້ນຕອນຮ່າງດຳລັດ.

ເຄືອຂ່າຍ DMN ຂັ້ນສູນກາງ ຈະເປັນເຈົ້າການໃນການສ້າງ, ຈັດຕັ້ງປະຕິບັດ ແລະ ທົບທວນຄວາມຄືບຫນ້າແຜນກິດຈະກຳພາກລັດ ແລະ ພາກທຸລະກິດ ໃນການພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດຫມາຍປາຍທາງການທ່ອງທ່ຽວ.

ໃນໂອກາດດຽວກັນນີ້, ຄພສທ 1, ກະຊວງ ຖວທ ແລະ ສຄອຊ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ສຳລັບການໂຄສະນາການທ່ອງທ່ຽວລາວທ່ຽວລາວສຳລັບປີ 2021.

ບາດກ້າວໃນຕໍ່ຫນ້າ

  • ໂຄງການ ຄພສທ 2 ຈະສົ່ງຫນັງສືສະເຫນີຫາບັນດາກົມພາຍໃນກະຊວງ ຖວທ ແລະ ສຄອຊ ໃຫ້ພາຍໃນວັນພຸດທີ 06 ຕຸລາ 2021 ເພື່ອຂໍລາຍຊື່ປະກອບເຂົ້າໃນເຄືອຂ່າຍ
  • ບັນດາກົມ ແລະ ສຄອຊ ຈະສົ່ງລາຍຊື່ໃຫ້ແກ່ໂຄງການ ບໍ່ກາຍວັນຈັນທີ 11 ຕຸລາ 2021
  • ໂຄງການ ຄພສທ 2 ຈະຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງຂອງທ່ານຮອງ ລມຕ ກ່ຽວກັບການແຕ່ງຕັ້ງຄະນະບໍລິຫານງານ ແລະ ສະມາຊິກເຄືອຂ່າຍ DMN ຂັ້ນສູນກາງ ໃນວັນທີ 28 ຕຸລາ 2021. ນອກຈາກນັ້ນ, ກອງປະຊຸມຈະທົບທວນຄວາມຄືບຫນ້າການຈັດຕັ້ງປະຕິບັດແຜນກິດຈະກຳພາກລັດ ແລະ ພາກທຸລະກິດປະຈຳປີ 2021. ເປົ້າຫມາຍຜູ້ເຂົ້າຮ່ວມແມ່ນ ບັນດາທ່ານຈາກກະຊວງ ຖວທ ແລະ ສຄອຊ ທີ່ຖືກສະເຫນີຊື່ເຂົ້າໃນໂຄງປະກອບເຄືອຂ່າຍ, ໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແຫນງການທ່ອງທ່ຽວ. ໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແຫນງການທ່ອງທ່ຽວ ຈະໄດ້ນຳສະເຫນີຄວາມຄືບຫນ້າໂດຍຫຍໍ້ຂອງກິດຈະກຳ ແລະ ແຜນໃນຕໍ່ຫນ້າສຳລັບປີ 2021. ຮູບແບບກອງປະຊຸມຈະຈັດແບບເຄິ່ງອອນລາຍ, ຫນັງສືເຊີນ ແລະ ວາລະກອງປະຊຸມ ຈະສົ່ງໃຫ້ທ່ານພາຍຫລັງ.

ເອກະສານກອງປະຊຸມ

ວາລະກອງປະຊຸມ

ໂຄງປະກອບເຄືອຂ່າຍ DMN ຂັ້ນສູນກາງ